ອີຊູຊຸສົ່ງທ້າຍປີ ເປີດໂຕກະບະລຸ້ນໃໝ່ “NEW! ISUZU D-MAX” ຜູ້ນຳແຫ່ງໂລກກະບະ...ເໜືອຂີດຈຳກັດ


 ອີຊູຊຸເດີນໜ້າຕອກຢໍ້າພາບລັກ “ຜູ້ນຳແຫ່ງໂລກກະບະ...ເໜືອຂີດຈຳກັດ” ເຜີຍໂຊມ “ໃໝ່! ອີຊູຊຸດີແມັກ” ລົດກະບະລຸ້ນໃໝ່ ເຂັ້ມຂື້ນ ດຸຂື້ນ ພາຍໃຕ້ແນວຄິດ “MY NEW ID..MY NEW ISUZU     D-MAX” ຂັບເຄື່ອນຄວາມສົມບູນແບບຂອງຜູ້ນຳທີ່ມາພ້ອມຕົວຕົນທີ່ໂດດເດັ່ນດ້ວຍສີເທົາໂອເພັກໃໝ່! (Islay Gray Opaque) ເທຣນສີໃໝ່ຂອງວົງການຍານຍົນໂລກ ໃຫ້ລູກຄ້າຄົນລາວທຸກທ່ານໄດ້ສຳຜັດກ່ອນໃຜ ທີ່ໂຊລູມອີຊູຊຸທຸກສາຂາ 


ກູ່ມຕຣີເພຊ໌ ໂດຍ ທ່ານ. ຮຽວຕະ ອີມາອີ ປະທານ ບໍລິສັດ ຕຣີເພຊ໌ອີຊູຊຸເຊວຊ໌ລາວ ຈຳກັດຜູ້ດຽວ ກ່າວວ່າ ຫຼັງຈາກອີຊູຊຸໄດ້ເປີດໂຕກະບະລຸ້ນໃໝ່! “All-New Isuzu D-Max… Infinite Potential” ເມື່ອຊ່ວງຕົ້ນເດືອນກັນຍາປີທີ່ຜ່ານມາ ຊື່ງໄດ້ຮັບກະແສຕອບຮັບຢ່າງດີຍິ່ງສາມາດກວດຍອດຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະເວລາພຽງແຕ່ 10 ວັນ ລ້າສຸດອີຊູຊຸຂໍແນະນຳລົດກະບະລຸ້ນລ້າສຸດ “ໃໝ່!       ອີຊູຊຸດີແມັກ ຜູ້ນຳແຫ່ງໂລກກະບະ...ເໜືອຂີດຈຳກັດ” ທີ່ມີການປັບໂຊມໃໝ່ໃຫ້ ເຂັ້ມຂື້ນ ດຸຂື້ນ ພາຍໃຕ້ແນວຄິດ “MY NEW ID..MY NEW ISUZU D-MAX” ກັບຕົວຕົນທີ່ເປັນທ່ານ ດ້ວຍການເລືອກລົດຄູ່ໃຈເພື່ອສະທ້ອນຕົວຕົນຂອງຄວາມເປັນຜູ້ນຳທີ່ເໜືອຂີດຈຳກັດ ສູ່ມາດຕະຖານໃໝ່ຂອງລົດກະບະລະດັບ TOP CLASS ມາພ້ອມສີເທົາໂອເພັກໃໝ່! (Islay Gray Opaque) ເທຣນສີໃໝ່ຂອງວົງການຍານຍົນໂລກ ທີ່ມີຄຸນສົມບັດພິເສດໃຫ້ມຸມມອງສີຫຼາກຫຼາຍມິຕິໄລ່ລະດັບຈາກເທົາປະກາຍມຸກຈົນເທົາເຂັ້ມ ແຕກຕ່າງຕາມມຸມຕົກກະທົບຂອງແສງ ໜ້າຄົ້ນຫາ ທ້າທາຍ ທຸກສາຍຕາ” 



“ໃໝ່! ອີຊູຊຸດີແມັກ” ໄດຮັບການປັບແຕ່ງໃຫ້ມີເອກະລັກໂດດເດັ່ນເຕີ່ມເຕັມຄວາມເຂັ້ມດຸສະໄຕລ໌ສະປ໊ອດຊົງພະລັງໃນທຸກມິຕິຂອງລົດດ້ວຍ ໃໝ່! ກະຈັງໜ້າແບບ Double Dimensions ດີໄຊນ໌ແບບ   ທູໂທນ ສີເທົາດຳ ແລະ Black Chrome ພ້ອມໄຟທ້າຍ ດີໄຊນ໌ໂທນສີເຂັ້ມ ໃໝ່! Front Bumper Guard ສີທູໂທນ ພ້ອມຊຸດແຕ່ງສີເທົາດຳຮອບຄັນທີ່ກະຈົກມອງຂ້າງ ຄານຫຼັງຄາ ມືຈັບປະຕູ ຂັນໄດ໋ຂ້າງ Fender Lip, Robust Extender ເພິ່ມຄວາມດຸດັນ ລໍ້ອັນລອຍຂະໜາດ 18 ນິ້ວ ດີໄຊນ໌ໃໝ່! ແບບ Robust Radius ສີ Matte Black ທີ່ມາພ້ອມຫ້ອງໂດຍສານທີ່ກວ້າງຂວາງ ສະດວກສະບາຍ ແລະຈັດວາງ            ສິ່ງອຳນວຍສະດວກສະບາຍຕາມຫຼັກ Usability Design ເນັ້ນການໃຊ້ງານທີ່ຫຼາກຫຼາຍພ້ອມລະບົບຄວາມບັນເທິງສົມບູນແບບຂອງ ISUZU Ultimate Entertainment ພ້ອມເຕັກໂນໂລຊີ COOLMAX ຊ່ວຍລົດການສະສົມຄວາມຮ້ອນ ເບາະນັ່ງຄູ່ໜ້າເຕັກໂນໂລຊີ AVEC (Anti Vibration Elastic Comfort) ລົດແຮງສັ່ນສະເທືອນ ລົດຄວາມເມື່ອຍລ້າ ສະດວກສະບາຍໝັ້ນໃຈດ້ວຍເຕັກໂນໂລຊີ ACTIVE SAFETY ລະບົບຄວາມປອດໄພປ້ອງກັນກ່ອນເກີດອຸປະຕິເຫດ ແລະ ເຕັກໂນໂລຊີ PASSIVE SAFETY ລະບົບຄວາມປອດໄພປົກປ້ອງຂະນະເກີດອຸປະຕິເຫດຢ່າງຄົບຊຸດ


 ສຳລັບລູກຄ້າທີ່ສົນໃຈທົດລອງຂັບ  ສາມາດລົງທະບຽນລ່ວງໜ້າເພື່ອທົດລອງຂັບລົດ ໄດ້ທີ່ https://isuzulaos.com/test-drive/ ແລະມາສຳຜັດລົດອີຊູຊຸດ້ວຍໂຕທ່ານເອງໄດ້ທີ່ສູນຂາຍອີຊູຊຸທຸກສາຂາພ້ອມຮັບຂໍ້ສະເໜີສຸດພິເສດ!!!





Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment