ຊົມເຊີຍ! ຊາຍໜຸ່ມຄົນເຊື້ອຊາດລາວ ຈາກຝລັ່ງ ມາລົງທຶນປູກພືດປອດສານພິດຢູ່ ສປປ ລາວ

ທ່ານ ອາທິດ ໄພຈິດ, ອາຍຸ 29 ປີ, ຊາຍໜຸ່ມຄົນເຊື້ອຊາດລາວ, ສັນຊາດຝລັ່ງ ເຂົ້າມາລົງທຶນສ້າງຟາມປູກພືດປອດສານເຄສານຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດ ເພາະຜະລິດຕະພັນທີ່ຜະລິດໄດ້ຮັບການຕອບຮັບຈາກຜູ້ບໍລິໂພກໃນສັງຄົມລາວເປັນຢ່າງດີ.

ທ່ານ ອາທິດ ໄພຈິດ ເຈົ້າຂອງ Organic Farm Paksong ເວົ້າໃຫ້ຟັງວ່າ: ຕົນເອງເກີດຢູ່ຝລັ່ງ ແລະ ຮຽນຈົບລະດັບປະລິນຍາຕີດ້ານໄອທີຢູ່ຝລັ່ງ, ຈາກນັ້ນໄດ້ໄປຮຽນຕໍ່ລະດັບປະລິນຍາໂທດ້ານບໍລິຫານທຸລະກິດຢູ່ ສປ ຈີນ. ພາຍຫລັງຮຽນຈົບ, ຍ້ອນບໍ່ຢາກເປັນພະນັກງານຢູ່ຝລັ່ງ, ບວກກັບພໍ່ຂອງຕົນມາລົງທຶນດໍາເນີນທຸລະກິດກໍ່ສ້າງຢູ່ ສປປ ລາວ ຕົນເອງຈິ່ງຕັດສິນໃຈເດີນທາງມາລາວ ເພື່ອຊ່ວຍເຫລືອພໍ່ເຮັດທຸລະກິດ, ແຕ່ເຮັດໄດ້ໄລຍະໜຶ່ງ ຍ້ອນຢາກມີທຸລະກິດເປັນຂອງຕົນເອງ ຈິ່ງຕັດສິນໃຈຊອກຫາເນື້ອທີ່ດິນເພື່ອລົງທຶນດ້ານການປູກພືດປອດສານເຄມີໃນເນື້ອທີ່ 3 ເຮັກຕາ ຢູ່ຂອບເຂດ ບ້ານ ພູໂອຍ, ເມືອງປາກຊ່ອງ, ແຂວງຈໍາປາສັກ ມາໄດ້ 1 ປີກວ່າແລ້ວ.




ເຫດຜົນທີ່ເຮັດໃຫ້ຕັດສິນໃຈມາຢູ່ ສປປ ລາວ ຍ້ອນໃນໄລຍະທີ່ເປັນນັກຮຽນ-ນັກສຶກສາ ຕົນເອງໄດ້ເດີນທາງມາຢາມພີ່ນ້ອງຢູ່ລາວເກືອບທຸກປີ ແລະ ເຫັນວ່າການພັດທະນາຢູ່ລາວນັບມື້ດີຂຶ້ນ ແລະ ເປັນເງື່ອນໄຂອັນດີໃຫ້ແກ່ການລົງທຶນດຳເນີນກິດຈະການຕ່າງໆ ໃນລາວ ເພາະຍັງມີຄວາມຕ້ອງການສູງ. ສ່ວນເຫດຜົນທີ່ເຮັດໃຫ້ຕັດສິນໃຈສ້າງຕັ້ງ Organic Farm Paksong ຍ້ອນເຫັນວ່າຜັກປະເພດນີ້ນັບມື້ໄດ້ຮັບຄວາມນິຍົມໃນສັງຄົມ ແລະ ມີຜົນດີຕໍ່ສຸຂະພາບຂອງຜູ້ບໍລິໂພກ. ສໍາລັບເຕັກນິກທີ່ນໍາໃຊ້ເຂົ້າໃນການປູກ ຕົນເອງໄດ້ຮຽນຮູ້ນໍາຍາດພີ່ນ້ອງຢູ່ລາວທີ່ເຄີຍເປັນຄົນສວນມາກ່ອນ, ບວກກັບການຮຽນຮູ້ ແລະ ຮ່ວມກັນເຮັດກັບພະນັກງານຂອງຟາມທີ່ເປັນຄົນລາວເຊີ່ງມີທັງໝົດ 5 ຄົນ ແບບເປັນກັນເອງ. ປັດຈຸບັນ ຟາມ ເນື້ອທີ່ 3 ເຮັກຕາຂອງຟາມ ໄດ້ນໍາໃຊ້ເຂົ້າໃນການຜະລິດພຽງ 1 ເຮັກຕາ ມີເຮືອນຜັກ 20 ຫລັງ ເທົ່ານັ້ນ ເພາະການຜະລິດແມ່ນບໍ່ເນັ້ນໃສ່ດ້ານປະລິມານ, ແຕ່ເນັ້ນໃສ່ດ້ານຄຸນນະພາບເປັນຕົ້ນຕໍ ແລະ ລາຄາບໍ່ແພງ, ທັງເປັນການລອງຕະຫລາດ ເພາະຍັງຢູ່ໃນໄລຍະເລີ່ມຕົ້ນ, ສ່ວນພືດທີ່ປູກ ລວມມີ: ແຄລອດ, ໝາກເລັ່ນ, ປະເພດຜັກ, ຫອມ ແລະ ອື່ນໆ.

ທ່ານ ອາທິດ ໄພຈິດ ໃຫ້ຮູ້ຕື່ມວ່າ: ສໍາລັບການຈໍາໜ່າຍຜັກຂອງຟາມ ແມ່ນຂາຍຜ່ານລະບົບອອນລາຍ ພາຍໃນປະເທດ, ເຊີ່ງຜ່ານການປູກ ແລະ ການຈໍາໜ່າຍມາໄດ້ 1 ປີກວ່າ ເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມລາວເປັນຢ່າງດີ ຍ້ອນມີຍອດການສັ່ງຈອງຜ່ານທາງອອນລາຍຈຳນວນຫລາຍໃນແຕ່ລະວັນ. ສ່ວນທິດທາງໃນຕໍ່ໜ້າ ຕົນເອງມີແຜນຈະພັດທະນາເນື້ອທີ່ດິນທີ່ຍັງເຫລືອ ເພື່ອຟູດພືດຊະນິດຕ່າງໆ ທີ່ເໝາະສົມແລ້ວໃຫ້ຄົນມາທ່ຽວຊົມເພື່ອພັກຜ່ອນ ແລະ ເກັບເອົາພືດຜັກທີ່ຊື້ດ້ວຍຕົນເອງ, ນອກຈາກນີ້ ອາດຈະເຮັດທຸລະກິດດ້ານອື່ນໆ ນຳຕາມກົນໄກຄວາມຕ້ອງການຂອງຕະຫລາດໃນລາວ. ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລາວທຸກຂັ້ນທີ່ຊ່ວຍເຫລືອອຳນວຍຄວາມສະດວກໃນການເຂົ້າມາລົງທຶນຢູ່ລາວ, ລວມເຖີງລົງໄປຊຸກຍູ້ສົ່ງເສີມການປູກຈົນເຖີງຟາມ ເຊີ່ງເປັນເງື່ອນໄຂທີ່ດີໃນການເຮັດໃຫ້ທຸລະກິດຂອງຕົນມີຄວາມສະດວກ ແລະ ໄດ້ຮັບການຕອບຮັບທີ່ດີຈາກຜູ້ບໍລິໂພກໃນລາວ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment