ການຂາຍຊີ້ນໝູໃນລາຄາທີ່ລັດຊີ້ນໍາໄດ້ຮັບການຕອບຮັບດີຈາກຜູ້ບໍລິໂພກທີ່ມີລາຍຮັບຕໍ່າ

ຫລັງຈາກທີ່ ບໍລິສັດ ລັດວິສາຫະກິດ ສະບຽງອາຫານນະຄອນຫລວງວຽງຈັນ ເລີ່ມຈໍາໜ່າຍຊີ້ນໝູໃນລາຄາທີ່ລັດຊີ້ນໍາ ຕາມແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ນັບແຕ່ວັນທີ 5 ສິງຫາ ເປັນ ຕົ້ນມາ ສາມາດຕອບສະໜອງໃຫ້ສັງຄົມ ກໍຄື ພະນັກງານ-ລັດຖະກອນ ແລະ ປະຊາຊົນ ທີ່ມີລາຍຮັບຕໍ່າໄດ້ດີສົມຄວນ ເຊີ່ງການຈໍາໜ່າຍດັ່ງກ່າວຈະດໍາເນີນໄປຮອດ ວັນທີ 5 ພະຈິກປີ 2022 ນີ້.

ທ່ານ ຄໍາຫຼ້າ ແສງດາວົງ, ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ການຈໍາໜ່າຍຊີ້ນໝູໃນລາຄາທີ່ລັດຊີ້ນໍາ ມີຢູ່ 2 ຈຸດ ຄື: ຕະຫຼາດກະສິກໍາອິນຊີໜອງໄຮ, ເມືອງຫາດຊາຍຟອງ ແລະ ບໍລິສັດລັດວິສະຫະກິດສະບຽງອາຫານນະຄອນຫຼວງວຽງຈັນ, ສໍາລັບໝູທີ່ນໍາມາຂ້າຈໍາໜ່າຍ ແມ່ນມື້ໜຶ່ງ 6 ໂຕ ຫລື 500 ກິໂລ/ມື້ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດຊີພີລາວ 3 ມື້/ອາທິດ ແລະ ບໍລິສັດ ເບທາໂກ 2 ມື້/ ເພື່ອຈໍາໜ່າຍໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນທີ່ມີລາຍຮັບຕໍ່າໃນລາຄາບໍ່ເກີນ 55.000 ກີບ/ກິໂລ, ຜູ້ໜຶ່ງສາມາດຊື້ໄດ້ບໍ່ເກີນ 4 ກິໂລ, ໃນນັ້ນ ລວມທັງຊີ້ນ, ເຄື່ອງໃນ ແລະກະດູກ ເພື່ອເຮັດໃຫ້ທຸກຄົນທີ່ມີລາຍຮັບຕໍ່າໄດ້ບໍລິໂພກຢ່າງທົ່ວເຖີງ.

ຜ່ານການຈໍາໜ່າຍ ນັບແຕ່ວັນທີ 5 ສິງຫາ ເປັນຕົ້ນມາ ເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ ເພາະມີຜູ້ບໍລິໂພກມາຊື້ຊີ້ນໝູເປັນຈໍານວນຫລາຍໃນແຕ່ລະວັນ, ໃນນີ້ ເພື່ອຄວາມເປັນລະບຽບຄະນະຮັບຜິດຊອບການຂາຍໄດ້ເຮັດບັດຄີວເພື່ອຂາຍຊີ້ນໝູ, ໃຜມາກ່ອນໄດ້ກ່ອນ ໂດຍບໍ່ມີການຈໍາແນກວ່າເປັນໝູ່ເພື່ອນ ຫລື ຍາດພີ່ນ້ອງຂອງພະນັກງານຂາຍທີ່ກ່ຽວຂ້ອງແຕ່ຢ່າງໃດ.

ທ່ານ ຄໍາຫຼ້າແສງດາວົງ ໃຫ້ຮູ້ຕື່ມວ່າ: ການຂາຍຊີ້ນໝູໃນລາຄາທີ່ລັດຊີ້ນໍານີ້ ບໍ່ແມ່ນການເອົາປຽບພໍ່ຄ້າ-ແມ່ຄ້າຂາຍຊີ້ນໝູຢູ່ຕາມທ້ອງຕະຫລາດໃນນະຄອນຫລວງວຽງຈັນ ແຕ່ຢ່າງໃດ, ແຕ່ເປັນການປະຕິບັດຕາມການຊີ້ນໍາຂອງຂັ້ນເທີງເພື່ອຊ່ວຍເຫລືອຜູ້ທີ່ມີລາຍຮັບຕໍ່າ, ພ້ອມນີ້ ທ່ານໄດ້ຝາກມາຍັງຜູ້ທີ່ມີຖານະເສດຖະກິດໃນລະດັບດີແລ້ວຄວນໄປຊື້ຊີ້ນໝູຢູ່ບ່ອນໃໝ່ ເພາະຊີ້ນໝູທີ່ຈໍາໜ່າຍໃນລາຄາລັດຊີ້ນໍາມີພຽງ 500 ກິໂລ/ມື້ ຕາມຄວາມສາມາດຂອງບໍລິສັດທີ່ສະໜອງ, ທັງນີ້ ກໍເພື່ອເຮັດໃຫ້ຜູ້ທີ່ມີຮັບຕໍ່າສາມາດເຂົ້າເຖີງຊີ້ນໝູດັ່ງກ່າວນີ້ໄດ້ຢ່າງທົ່ວເຖີງ.

ຢ່າງໃດກໍຕາມ, ການຈໍາໜ່າຍຊີ້ນໝູໃນລາຄາທີ່ລັດີ້ນໍາ ແມ່ນເລີ່ມແຕ່ເວລາ 9 ໂມງ 30 ນາທີ ຫາ 17 ໂມງ 00 ນັບແຕ່ວັນຈັນຫາວັນສຸກ, ແຕ່ບາງມື້ຊີ້ນໝູອາດໝົດກ່ອນກໍານົດ ຂຶ້ນຢູ່ກັບຈໍານວນຜູ້ໄປຊື້ວ່າມີຫນ້ອຍ ຫລື ຫລາຍ ເຮັດໃຫ້ມີບາງຫາງສຽງເກີດຂຶ້ນ, ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງຜູ້ບໍລິໂພກໃຫ້ເຂົ້າໃຈ ແລະ ຢ່າວິພາກວິຈານຕໍ່ສະພາບການທີ່ເກີດຂຶ້ນ ເພາະຊີ້ນທີ່ນໍາມາຈໍາໜ່າຍມີຈໍານວນຈໍາກັດແທ້. ພ້ອມນີ້ ທ່ານຍັງໄດ້ຝາກມາຍັງລູກຄ້າ ກໍຄື ຜູ້ບໍລິໂພກທີ່ໄປຊື້ຊີ້ນໝູ ຖ້າຫາກພົບເຫັນມີພະນັກງານຂາຍຊີ້ນໝູເກີນທີ່ກໍານົດໄວ້ ໃຫ້ແຈ້ງມາຍັງບໍລິສັດເພື່ອຈະໄດ້ດໍາເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ, ທັ້້ງນີ້ ເພື່ອແນໃສ່ປະກອບສ່ວນຊ່ວຍເຫລືອພະນັກງານ-ລັດຖະກອນ ແລະ ປະຊາ ຊົນທີ່ມີລາຍຮັບຕໍ່າຜ່ານພົ້ນຈາກວິກິດທີ່ເກີດຂຶ້ນໃນປັດຈຸບັນໄປດ້ວຍກັນ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment