ທ່ານ ອານິວ ວັດວານິ (華康堯) ຖືກເເຕ່ງຕັ້ງເປັນຜູ້ອຳນວຍການໃຫຍ່ ຂອງກຸ່ມ ບໍລິສັດ ພຣູເດັນໂຊລ໌

 


ດັ່ງທີ່ໄດ້ປະກາດໄວ້ກ່ອນໜ້ານີ້ ໃນວັນທີ 25 ພຶດສະພາ 2022, ທ່ານ ອານິວ ວັດວານິຈະເຂົ້າຮ່ວມ ກຸ່ມ ບໍລິສັດ ("ພຣູເດັນໂຊລ໌") ໃນວັນທີ 25 ກຸມພາ 2023, ໃນຖານະ ຜູ້ອຳນວຍການໃຫຍ່. ທ່ານ ອານິວ ວັດວານິ ຈະນໍາສະເຫນີຜົນປະກອບການ ປະຈໍາປີ 2022 ໃນວັນທີ 15 ມີນາ 2023 ແລະ ຈະເລີ່ມຕົ້ນການພົບປະກັບນັກລົງທຶນ ແລະ ຜູ້ຖືຫຸ້ນຫຼັງຈາກນັ້ນ. 

ທ່ານ ມາກ ຟີດເເພດທຣິກ ເຊິ່ງດຳລົງຕຳເເໜ່ງ ຜູ້ອຳນວຍການໃຫຍ່ຕັ້ງເເຕ່ ວັນທີ 1 ເມສາ 2022 ຈະກ້າວລົງຈາກຕຳເເໜ່ງ ເເລະ ຄະນະບໍລິຫານ ໃນວັນທີ 24 ກຸມພາ 2023. ຕາມທີ່ໄດ້ມີການຢັ້ງຢືນກ່ອນໜ້ານີ້, ທ່ານ ມາກ ຟີດເເພດທຣິກ ຈະຍັງຄົງເປັນທີ່ປຶກສາເປັນໄລຍະເວລາໜຶ່ງ.

 ທ່ານ ນາງ ຊິຕິ ວາເດີຣາ, ປະທານ ພຣູເດັນໂຊລ໌ ໄດ້ກ່າວວ່າ “ໃນນາມຂອງຄະນະບໍລິຫານ, ຂ້າພະເຈົ້າຂໍສະເເດງຄວາມຂອບໃຈ ທ່ານ ມາກ ສຳລັບຄວາມທຸ່ມເທ, ການເຮັດວຽກຫນັກ, ເເລະ ການສ້າງຜົນງານທີ່ສຳຄັນ ຕໍ່ກັບຄວາມກ້າວໜ້າ ເເລະ ການປ່ຽນເເປງຂອງ ພຣູເດັນໂຊລ໌ ໃນຊ່ວງເວລາທີ່ດຳລົງຕຳເເໜ່ງ ຜູ້ອຳນວຍການໃຫຍ່ ພະເເນກການເງິນ ເເລະ ການຄ້າ, ເເລະ ໂດຍສະເພາະການເປັນຜູ້ນຳບໍລິສັດ ພຣູເດັນໂຊລ໌ ໃນຕຳເເໜ່ງ ຜູ້ອຳນວຍການໃຫຍ່ຊົ່ວຄາວ.” 

“ດ້ວຍການເເຕ່ງຕັ້ງຂອງທ່ານ ອານິວ, ພຣູເດັນໂຊລ໌ ໄດ້ສຳເລັດການຍ້າຍທີມຄະນະບໍລິຫານລະດັບອາວຸໂສທັງໝົດໄປ ອາຊີ. ພວກເຮົາມີຄວາມດີໃຈທີ່ຈະໄດ້ຕ້ອນຮັບ ທ່ານ ອານິວ ວັດວານີ.”

 ທ່ານ ອານິວ ວັດວານີ ໄດ້ກ່າວວ່າ “ຂ້າພະເຈົ້າມີຄວາມຕື່ນເຕັ້ນທີ່ໄດ້ເຂົ້າຮ່ວມເຮັດວຽກທີມງານໃນຊ່ວງເວລາທີ່ໜ້າຕື່ນເຕັ້ນ ໃນການພັດທະນາການດຳເນີນງານໃນຕະຫຼາດ ອາຊີ ເເລະ ອາຟຣິກາ. ຂ້າພະເຈົ້າຫວັງວ່າຈະມີໂອກາດໄດ້ພົບປະກັບລູກຄ້າ, ນັກລົງທຶນ, ເເລະ ຜູ້ຖືຫຸ້ນທີ່ສຳຄັນ” 

ໝາຍເຫດເຖິງບັນນາທີການຂ່າວ 

ທ່ານ ອານິວ ວັດວານີ ຈະເຂົ້າຮ່ວມສະພາຜູ້ບໍລິຫານໃນວັນທີ 25 ກຸມພາ 2023 ໃນຕຳເເໜ່ງຜູ້ອຳນວຍການໃຫຍ່. 

ທ່ານ ອານິວ ຍັງຈະເຂົ້າເປັນສະມາຊິກສະພາບໍລິຫານຂອງ ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ຈຳກັດ ເຊິ່ງເປັນບໍລິສັດໃນເຄືອ ພຣູເດັນໂຊລ໌ ໃນວັນທີ 25 ກຸມພາ 2023. ລາຍຮັບຂອງ ທ່ານ ອານິວ ທີ່ເປີດເຜີຍໃນວັນທີ 25 ພຶດສະພາ 2022, ຍັງຈະບໍ່ມີການປ່ຽນແປງ ແລະ ຈະມີການຈ່າຍຕາມສັນຍາການບໍລິການຂອງລາວ ແລະ ນະໂຍບາຍຄ່າຕອບແທນຂອງຜູ້ອໍານວຍການ. 

ນອກຈາກທີ່ເປີດເຜີຍເເລ້ວ, ບໍ່ມີຂໍ້ມູນເພີ່ມເຕີມທີ່ຈໍາເປັນຕ້ອງຖືກເປີດເຜີຍອີງຕາມກົດລະບຽບ 13.51(2) ຂອງກົດລະບຽບການຄຸ້ມຄອງການຈົດທະບຽນຫຼັກຊັບໃນຕະຫຼາດຫຼັກຊັບຂອງຮົງກົງຈໍາກັດ ຫຼື ກົດລະບຽບ 9.6.13 ຂອງກົດລະບຽບການຈົດທະບຽນຂອງອັງກິດ. ບໍ່ມີເລື່ອງອື່ນທີ່ຕ້ອງເເຈ້ງໃຫ້ກັບຜູ້ຖືຫຸ້ນຂອງ ພຣູເດັນໂຊລ໌. 

ກ່ຽວກັບ ທ່ານ ວານິວ ວັດວານີ 

ທ່ານ ອານິວ ວັດວານີ ອາຍຸ 54ປີ ມີປະສົບການກ່ຽວກັບການບໍລິການທາງເງິນຫຼາຍກວ່າ 30ປີ ເຊິ່ງສ່ວນໃຫຍ່ເເມ່ນຢູ່ຕະຫຼາດ ອາຊີ ໂດຍປະສົມປະສານ ວິໄສທັດ້ຊີງກົນລະຍຸດ ເເລະ ການດຳເນີນການໃນບໍລິສັດໃຫຍ່ທີ່ສຸດໃນໂລກບາງເເຫ່ງ. ວ່າງບໍ່ດົນມານີ້, ໃນຖານະຜູ້ອຳນວຍໃຫຍ່ຂອງພາກພື້ນອາຊີຂອງບໍລິສັດ ມານູໄລ້. ໃນໄລຍະເວລາ 5 ປີໃນການດຳລົງຕໍາແໜ່ງ, ທ່ານ ວານິວ ປະສົບຜົນສໍາເລັດໃນການຂະຫຍາຍທຸລະກິດຫຼາຍຊ່ອງທາງ ແລະ ຫັນປ່ຽນຮູບເເບບທຸລະກິດທີ່ມີຄວາມຫຼາກຫຼາຍສູງ ໂດຍໄດ້ຮັບສ່ວນແບ່ງຕະຫຼາດຢ່າງຫຼວງຫຼາຍໃນຫຼາຍຕະຫຼາດຫຼັກ ແລະ ເຮັດໃຫ້ມັນກາຍເປັນແຫຼ່ງລາຍຮັບຫຼັກ. 

ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌ 

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນ 23 ປະເທດໃນຂົງເຂດອາຊີ ແລະ ອາຟຣິກາ (31 ທັນວາ 2022). ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ເປັນທີ່ສາມາດເຂົ້າເຖິງໄດ້ ໂດຍການສົ່ງເສີມ ການບໍລິການທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ຖືກຈັດຢູ່ໃນຕະຫຼາດຫຼັກຊັບ ຮົງກົງ (2378), ແລະ ຕະຫຼາດຫຼັກຊັບຂອງ ລອນດອນ  (PRU).  ນອກຈາກຍັງຢູ່ໃນລາຍຊື່ສຳຮອງໃນຕະຫຼາດຫຼັກຊັບສິງກະໂປ (K6S) ແລະ ລາຍຢູ່ໃນຕະຫຼາດຫຼັກຊັບຂອງລັດ ນີວຢອກ (PUK) ໃນຮູບການຝາກເງິນໃນສະຫະລັດອາເມລິກາ ແລະ ຍັງເປັນສ່ວນປະກອບຮຸ້ນດັດຊີ Hang Seng ເເລະ ຍັງລວມຢູ່ໃນການຊື້ຂາຍໃນໂປຣເເກຣມ Shenzhen-Hong Kong Stock Connect. 

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່ມີການດຳເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ. 

ລາຍລະອຽດເພີ່ມຕື່ມໄດ້ທີ່: https://www.prudentialplc.com/

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment