ທະນາຄານ ກະສິກອນໄທ ເປີດໂຕ ທະນາຄານເທິງມືຖື K PLUS Laos

ທະນາຄານ ກະສິກອນໄທ ເປີດໂຕ ທະນາຄານເທິງມືຖື K PLUS Laos ມອບປະສົບການດ້ານການເງິນເອເລັກໂຕຣນິກ ທີ່ສຸດຂອງທີ່ສຸດ. 

ເມື່ອ (ວັນທີ 19 ຕຸລາ) - ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ເປີດຕົວຜະລິດຕະພັນໃໝ່ ທະນາຄານເທິງມືຖື ພາຍໃຕ້ຊື່ K PLUS Laos  ໂດຍພັດທະນາຕໍ່ຍອດຈາກແອັບພຣິເຄຊັ່ນ ກະເປົາເງິນອອນລາຍ QR KBank  ທີ່ເປີດໃຫ້ບໍລິການເມື່ອປີ 2018 ໂດຍມຸ່ງເນັ້ນ ສູ່ການເປັນທະນາຄານທີ່ໃຫ້ບໍລິການດ້ານການເງິນດິຈີຕອນຢ່າງເຕັມຮູບແບບ ເພື່ອສົ່ງມອບການບໍລິການໃຫ້ແກ່ລູກຄ້າທຸກລະດັບ ຕັ້ງແຕ່ອົງກອນ, ບໍລິສັດຂະໜາດກາງ, ກຸ່ມລູກຄ້າບຸກຄົນ ແລະ ລູກຄ້າທຸລະກິດ ດ້ວຍການຂົນຄຸນສົມບັດທີ່ຕອບໂຈດກິດຈະກຳທາງການເງິນໃນຊີວິດປະຈຳວັນມາໄວ້ໃນບ່ອນດຽວ ບໍ່ວ່າຈະເປັນ ການຈ່າຍ-ໂອນ, ຖອນເງິນ ການໂອນລະຫວ່າງປະເທດ ພ້ອມເປີດໂຕຄຸນສົມບັັດໃໝ່ຊຳລະຄ່ານ້ຳປະປາ, ຄ່າໄຟຟ້າ (Bill payment) ແລະ ການເປີດ ບັນຊີເງິນຝາກປະຢັດ ເອເລັກໂຕຣນິກ K eSavings. 



ງານເປີດໂຕທະນາຄານເທິງມືຖື ‘‘K PLUS Laos ທີ່ສຸດຂອງທີ່ສຸດ” ຈັດຂຶ້ນໃນຕອນເຊົ້າວັນທີ 19 ຕຸລາ 2023 ທີ່ ໂຮງແຮມຄຣາວ ພຣາຊາ ໂດຍໄດ້ຮັບກຽດຈາກ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ແຂກຜູ້ມີກຽດທ່ານອື່ນໆ, ໃຫ້ກຽດເປັນປະທານເປີດງານ ຮ່ວມກັບ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານ ທະນາຄານກະສິກອນໄທ ຈຳກັດຜູ້ດຽວ. 

ທ່ານ ພັດທະນະພົງ ກ່າວວ່າ “ຕະຫຼອດໄລະຍະເວລາ 9 ປີ ທີ່ທະນາຄານກະສິກອນໄທ  ໄດ້ພັດທະນາຜະລິດຕະພັນ ແລະ ບໍລິການທາງການເງິນຢ່າງຕໍ່ເນື່ອງທີ່ ສປປ ລາວ ບໍ່ວ່າຈະເປັນການບໍລິການກົດເງິນສົດຜ່ານຕູ້ ATM ຂອງທະນາຄານກະສິກອນ 44 ແຫ່ງ ທົ່ວນະຄອນຫຼວງວຽງຈັນ ຫຼື ຈະເປັນແອັບພິເຄຊັ່ນກະເປົາເງິນອອນລາຍ QK KBank ມາມື້ນີ້ ທະນາຄານ ໄດ້ຍົກລະດັບຄຸນນະພາບຂອງແອັບດ້ວຍການນຳນະວັດຕະກຳດ້ານດິຈີຕອນເຂົ້າມາພັດທະນາແອັບໃຫ້ໃຊ້ບໍລິການດ້ານການເງິນໄດ້ສະດວກສະບາຍ ແລະ ງ່າຍຂຶ້ນ ໃຫ້ແກ່ປະຊາຊົນ ຂອງ ສປປ ລາວ ດ້ວຍການປ່ຽນຈາກແອັບກະເປົາເງິນ ເປັນທະນາຄານເທິງມືຖື  K PLUS Laos ເພື່ອສົ່ງມອບປະສົບການໃຊ້ບໍລິການທາງການເງິນທີ່ດີທີ່ສຸດ ແລະ ຕອບຮັບທຸກຄວາມຕ້ອງການໃຫ້ແກ່ລູກຄ້າທຸກລະດັບ”. 


ສປປ ລາວ ຖືເປັນປະເທດລຳດັບທີ 3 ຕໍ່ຈາກປະເທດໄທ ແລະ ຫວຽດນາມ ທີ່ແອັບພິເຄຊັ່ນ K PLUS ໄດ້ເຮັດການເປີດໂຕໃຫ້ໃຊ້ງານທະນາຄານເທິງມືຖື (Mobile Banking) ໂດຍມື້ນີ້ມີຍອດຜູ້ໃຊ້ງານຮ່ວມກັນຫຼາຍກວ່າ 21,8 ລ້ານຄົນ ການຂະຫຍາຍຕົວຂອງທະນາຄານ ກະສິກອນໄທ ສູ່ຕ່າງປະເທດ ເປັນໄປຕາມວິໄສທັດຂອງທະນາຄານທີ່ຕ້ອງການເປັນທະນາຄານແຫ່ງພາກພື້ນ (Regional Banking) ເພື່ອຍົກລະດັບຄຸນນະພາບຊີວິດຂອງລູກຄ້າບຸກຄົນ ແລະ ທຸລະກິດ ດ້ວຍນະວັດຕະກຳທາງການເງິນດິຈີຕອນ ໂດຍທະນາຄານໄດ້ເຫັນສັກກະຍະພາບຂອງປະເທດລາວ ໃນການສົ່ງເສີມສັງຄົມແບບບໍ່ໃຊ້ເງິນສົດ ເພື່ອໃຫ້ທຸກກິດຈະກຳທາງການເງິນເປັນເລື່ອງງ່າຍ ແລະ ສະດວກສະບາຍຫຼາຍຂຶ້ນຂອງທຸກຄົນໃນຍຸກດິຈີຕອນ. 

ສຳລັບແອັບ K PLUS Laos ເປີດໃຫ້ດາວໂຫຼດ ແລະ ພ້ອມໃຊ້ງານຢ່າງເປັນທາງການແລ້ວ ທັງໃນລະບົບ IOS ແລະ Android ສຳລັບຜູ້ທີ່ສົນໃຈ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີ 021 410 888 ຫຼື ເຟສບຸກ KBankLaos

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment