ສປປ ລາວ ຈະຈັດງານວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ໃນເດືອນ ກັນຍາ 2024

 

ໃນວັນທີ 12 ກຸມພາ, ທີ່ ນະຄອນຫຼວງພະບາງ - ສູນພະລັງງານອາຊຽນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ມີຄວາມຍິນດີແຈ້ງເຖິງ ການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ທີ່ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ໃນວັນທີ 25-27 ກັນຍາ 2024

ການວາງສະແດງຈະມີຄວາມສອດຄ່ອງກັບຄຳຂວັນການເປັນປະທານອາຊຽນໃນປີນີ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ເນັ້ນໜັກເຖິງຄວາມສຳຄັນສູງສຸດຂອງການຮ່ວມມືພາກພື້ນໃນການຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານ. 







ທ່ານ ດຣ ອາຄົມເດດ ວົງໄຊ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສ ປະຈຳ ສປປ ລາວ ສະແດງຄວາມດີໃຈໃນການເປັນເຈົ້າພາບ ຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນ ສປປ ລາວ ພ້ອມທັງເປັນໄລຍະການເປັນປະທານອາຊຽນ. ທ່ານກ່າວວ່າ “ພວກເຮົາຮູ້ສຶກເປັນກຽດ ໃນການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນປີນີ້. ເຊິ່ງເປັນການຢັ້ງຢືນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວໃນການພັດທະນາການຮ່ວມມືກັບພາກພື້ນໃນຂົງເຂດພະລັງງານ. ພາຍໃຕ້ຄຳຂວັນ ‘ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ’, ພວກເຮົາມີຈຸດປະສົງໃນການສ້າງຄວາມເຂັ້ມແຂງການເຊື່ອມຈອດໃນອາຊຽນ, ສົ່ງເສີມການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ເພີ່ມຄວາມເຂັ້ມແຂງທາງດ້ານພະລັງງານໃນພາກພື້ນ”. 







ການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ຈະຖືກຈັດຂຶ້ນພ້ອມກັບ ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມສາກົນອາຊຽນທາງດ້ານພະລັງງານ ແລະ ສິ່ງແວດລ້ອມ ຄັ້ງທີ 4 (AICEE). ທີ່ຈະປະກອບດ້ວຍຫຼາຍລາຍການ, ລວມເວທີເສວະນາລະດັບສູງ ແລະ ການສົນທະນາ ລັດຖະມົນຕີ-ປະທານກຳມະການບໍລິຫານ, ເປັນເວທີໃຫ້ແກ່ບັນດາ ຜູ້ນຳດ້ານຄວາມຄິດ, ຜູ້ສ້າງນະໂຍບາຍ ແລະ ຜູ້ຊ່ຽວຊານທາງດ້ານານອຸດສາຫະກຳໃນການປຶກສາຫາລືຕໍ່ສິ່ງທ້າທາຍ ແລະ ໂອກາດສຳຄັນທາງດ້ານພະລັງງານໃນພາກພື້ນອາຊຽນ. 

ທ່ານ ດຣ ນູກິ ອັກຍາ ອຸຕະມະ, ປະທານບໍລິຫານ ສູນພະລັງງານອາຊຽນ ໄດ້ເນັ້ນໜັກຕື່ມວ່າ ຄວາມມຸ່ງໝັ້ນຂອງສູນພະລັງງານອາຊຽນໃນການສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວຜ່ານ ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24). ທ່ານກ່າວວ່າ “ພວກເຮົາຍຶດໝັ້ນໃນຄວາມຕັ້ງໃຈທີ່ຈະສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ. ບໍ່ພຽງແຕ່ການສະໜັບສະໜູນບູລິມະສິດທາງດ້ານພະລັງງານ, ແຕ່ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ແຕ່ຈະຊຸກຍູ້ໃຫ້ເປົ້າໝາຍໃນພາກພື້ນຂອງ ໃນແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ(APAEC)  ໄລຍະ II: 2021-2025 ໂດຍຜ່ານການຊຸກຍູ້ການຮ່ວມມື ແລະ ສະແດງສິ່ງປະດິດສ້າງລະຫວ່າງພາກລັດ, ເອກະຊົນ, ວິຊາການ” 












ໃນການວາງສະແດງຄັ້ງທີ 24 ທີ່ໃກ້ເຂົ້າມາ, ສູນພະລັງງານອາຊຽນຢືນຢັນ ຕໍ່ຄວາມມຸ່ງໝັ້ນໃນການ ສ້າງພູມສັນຖານພະລັງງານທີ່ກ້າວໜ້າ ແລະ ເຊື່ອມຈອດກັນໃນພາກພື້ນອາຊຽນ. ນອກເໜືອຈາກຮູບແບບການວາງສະແດງແບບດັ້ງເດີມ, ສູນພະລັງງານອາຊຽນຈະເຮັດໃຫ້ ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ເປັນຕົວກະຕຸ້ນໃຫ້ເກີດມີການຮ່ວມມື, ນະວັດຕະກຳ ແລະ ຄວາມເຂັ້ມແຂງ.

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment