10 ວິທີ ທີ່ຈະເຮັດໃຫ້ທ່ານກາຍເປັນເສດຖີເງິນລ້ານ ກ່ອນອາຍຸ 30



ການທີ່ຈະລວຍຂຶ້ນ ແລ້ວກາຍເປັນເສດຖີ ເງິນລ້ານ ເບິ່ງຄືວ່າ ຈະເປັນເລື້ອງທີ່ເປັນໄປໄດ້ຍາກ ແລະ ຖ້າກາຍເປັນເສດຖີ ກ່ອນອາຍຸ 30 ແລ້ວ ແຫ່ງເປັນເລື້ອງທີ່ຫຼາຍຄົນອາດຄິດວ່າ ມັນເປັນສິ່ງເຟີ້ຝັນ.

ມັນບໍ່ເປັນເລື້ອງທີ່ຍາກ ແລະ ບໍ່ເປັນສິ່ງເຟີ້ຝັນອີກຕໍ່ໄປແລ້ວ. ຕອນທີ່ຂ້າພະເຈົ້າອາຍຸ 21 ປີ, ຂ້າພະເຈົ້າໄດ້ອອກຈາກວິທະຍາໄລ, ໝົດເງິນ ແລະ ເປັນໜີ້ສິນເປັນຈໍານວນຫຼາຍ, ແຕ່ຂ້ອຍສາມາດ ກາຍເປັນເສດຖີເງິນລ້ານ ກ່ອນຂ້ອຍອາຍຸໄດ້ 30.

ຕໍ່ໄປນີ້ ແມ່ນ 10 ຂັ້ນຕອນ ທີ່ຂ້າພະເຈົ້າເຊື່ອໝັ້ນວ່າ ທ່ານຈະກາຍເປັນເສດຖີ ເງິນລ້ານ ກ່ອນອາຍຸ 30 ປີ.

1. Follow the money ຕິດຕາມເງິນຂອງທ່ານໄປ. ໃນສະພາບເສດຖະກິດ ປະຈຸບັນ, ທ່ານບໍ່ສາມາດເກັບສະສົມເງິນ ຈົນກາຍເປັນ ເສດຖີເງິນລ້ານໄດ້. ຂັ້ນຕອນທໍາອິດ ທີ່ທ່ານຈະຕ້ອງສຸມໃສ່ ແມ່ນການເພີ່ມລາຍຮັບຂອງທ່ານ ໃຫ້ຫຼາຍຂຶ້ນ ແລະ ເຮັດແບບນີ້ ໄປເລື້ອຍໆ.
ລາຍຮັບຂອງຂ້ອຍແມ່ນ 3,000 ໂດລາສະຫະລັດ ຕໍ່ເດືອນ ແລະ 9 ປີຜ່ານໄປ ລາຍຮັບຂອງຂ້ອຍກາຍເປັນ 20,000 ໂດລາສະຫະລັດ ຕໍ່ເດືອນ. ເລີ້ມຕົ້ນທີ່ຈະຕິດຕາມເງິນຂອງທ່ານໄປເລື້ອຍໆ ແລະ ມັນຈະບັງຄັບໃຫ້ທ່ານໃນການ ຄວບຄຸມລາຍຮັບຂອງທ່ານ ແລະ ເປີດໂອກາດ ໃຫ້ທ່ານ ໄດ້ເຫັນບັນດາໂອກາດຕ່າງໆ ທີ່ຈະເຂົ້າມາ. 
2. Don't show off — show up!  ບໍ່ໃຫ້ໂອ້ອວດ ແຕ່ໃຫ້ສະແດງຕົນ ! ທໍາອິດ ຂ້ອຍບໍ່ໄດ້ຊື້ໂມງ ຫຼື ລົດ ທີ່ຫຼູຫຼາ ຈົນກ່ວາ ທຸລະກິດ ແລະ ການລົງທຶນຂອງຂ້ອຍ ສາມາດຮັບປະກັນ ການໄຫຼເຂົ້າຂອງລາຍຮັບເພີ່ມທະວີຂຶ້ນ. ຂ້ອຍກໍ່ຍັງຂີ່ລົດ ໂຕໂຍຕ້າ ແຄມຣີ ຂອງຂ້ອຍ ໃນເມື່ອຕອນທີ່ຂ້ອຍກາຍເປັນເສດຖີເງິນລ້ານໃໝ່ໆ. ທ່ານຕ້ອງເປັນທີ່ຮູ້ຈັກ ເນື່ອງຈາກໜ້າທີ່ການງານຂອງທ່ານ ບໍ່ແມ່ນເຄື່ອງເອ້ຢ້ອງຕ່າງໆ ທີ່ທ່ານຊື້ມາ. 
3. Save to invest, don't save to save ເກັບເງິນໄວ້ ເພື່ອການລົງທຶນ ບໍ່ແມ່ນເກັບເພື່ອເກັບ.  ຖ້າເຮົາເກັບເງິນໄວ້ທະນະຄານ ຍອດເງິນຂອງເຮົາກໍ່ຈະເພີ່ມຂຶ້ນ ເນື່ອງຈາກດອກເບ້ຍ. ແຕ່ຖ້າເຮົານໍາເງິນທີ່ເກັບໄວ້ ມາເຮັດທຸລະກິດໃດໜຶ່ງ ໂອກາດ ທີ່ຈະເພີ່ມຍອດລາຍໄດ້ ໃນອັດຕາທີ່ຫຼາຍຂຶ້ນກ່ວາເກົ່າ ກໍ່ມີຄວາມເປັນໄປໄດ້. ທັງນີ້ ທັງນັ້ນ ກໍ່ຕ້ອງໄດ້ລະວັງ ຄວາມສ່ຽງ ຈາກການລົງທຶນ ແຕ່ມັນກໍ່ຈະກາຍເປັນບົດຮຽນ ອັນລໍ້າຄ່າ ໃຫ້ແກ່ການລົງທຶນ ຄັ້ງຕໍ່ໄປຂອງເຮົາ.  
4. Avoid debt that doesn't pay you. ຫຼີກລ້ຽງໜີ້ສິນ ທີ່ບໍ່ເພີ່ມເງິນໃຫ້ແກ່ທ່ານ. ສ້າງເປັນຫຼັກເກນໃຫ້ແກ່ທ່ານເອງວ່າ ທ່ານຈະບໍ່ນໍາໃຊ້ໜີ້ສິນ ທີ່ຈະບໍ່ສ້າງເງິນໃຫ້ແກ່ທ່ານເອງ. ຂ້າພະເຈົ້າຢືມເງິນເພື່ອຊື້ລົດ ເພາະວ່າ ຂ້າພະເຈົ້າຮູ້ວ່າ ລົດທີ່ຂ້າພະເຈົ້າຈະຊື້ ມັນຈະເຮັດໃຫ້ລາຍຮັບຂອງຂ້ອຍເພີ່ມສູງຂຶ້ນ. ຄົນລວຍຢືມເງິນ ເພື່ອເພີ່ມພູນການລົງທຶຶນ ແລະ ສ້າງໃຫ້ມີກະແສການໄຫຼ ຂອງລາຍຮັບ. ຄົນທຸກ ໃຊ້ໜີ້ສິນ ເພື່ອຊື້ສິ່ງຂອງ ທີ່ເຮັດໃຫ້ຄົນທີ່ລວຍຢູ່ແລ້ວ ລວຍຂຶ້ນຕື່ມ.  
5. Treat money like a jealous lover. ໃຊ້ເງິນຄືກັນກັບການຫວງຄົນຮັກ. ຄົນລວຍພັນລ້ານຫຼາຍຄົນ ປາດຖະໜາ ຢາກມີອິດສະຫຼະ ທາງດ້ານການເງິນ, ແຕ່ວ່າ ມີສະເພາະຄົນລວຍ ທີ່ຢາກລວຍເງິນລ້ານ ແບບເອົາຈິງເອົາຈັງເທົ່ານັ້ນ ທີ່ມີເງິນລ້ານ. ເພື່ອເຮັດໃຫ້ທ່ານລວຍ ແລະ ຄົງຄວາມລວຍຂອງທ່ານໄວ້, ທ່ານຈະຕ້ອງໃຫ້ຄວາມສໍາຄັນອັນດັບໜຶ່ງແກ່ມັນ. ເງິນ ກໍ່ຄ້າຍຄືກັນກັບ ຄົນຮັກທີ່ທ່ານສຸດຫວງ. ຖ້າທ່ານບໍ່ເອົາໃຈໃສ່ມັນ ເງິນມັນກໍ່ຈະບໍ່ມາຫາທ່ານ, ຫຼື ອາດຈະເລວລ້າຍໄປກ່ວານັ້ນ.  
6. Money doesn't sleep. ເງິນຈະບໍ່ມີວັນຫຼັບນອນ. ເງິນຈະບໍ່ມີໂມງເວລາ, ແຜນງານ ຫຼື ວັນຢຸດພັກຜ່ອນ ແລະ ທ່ານ ກໍ່ຕ້ອງເຮັດຄືເງິນເຊັ່ນດຽວກັນ.  ເງີນມັກຄົນທີ່ມີ ຈັນຍາບັນໃນການເຮັດວຽກ. ເມື່ອຕອນຂ້ອຍອາຍຸໄດ້ 26 ປີ, ຂ້ອຍໄດ້ເຮັດວຽກຢູ່ຮ້ານຂາຍສິນຄ້າ ແຫ່ງໜຶ່ງ ຊຶ່ງປິດຕອນ 7 ໂມງແລງ.  ແຕ່ຫຼາຍໆທ່ານ ໄປຮ້ານສິນຄ້າແຮງນີ້ ຈະສາມາດເຫັນຂ້ອຍໄດ້ ຕອນປະມານ 11 ໂມງແລງ ໂດຍຂ້ອຍໃຊ້ເວລາເພີ່ມ ເພື່ອເພີ່ມຍອດຂາຍ ແລະ ສ້າງລາຍໄດ້ ໃຫ້ກັບຕົວຂ້ອຍ.  ຂ້ອຍຈືສໍານວນໜຶ່ງທີ່ກ່າວໄວ້ວ່າ:

"ຖ້າຫາກທ່ານເກີດມາທຸກ, ມັນບໍ່ແມ່ນຄວາມຜິດຂອງທ່ານ. ແຕ່ຖ້າຫາກທ່ານຕາຍໄປໃນຂະໜະທີ່ທ່ານຍັງທຸກຢູ່, ອັນນັ້ນແຫຼະມັນແມ່ນຄວາມຜິດຂອງທ່ານ". 


7. Poor makes no sense. ຂ້າພະເຈົ້າເຄີຍທຸກຍາກມາກ່ອນໜ້ານີ້ແລ້ວ. ມັນເປັນຄວາມຮູ້ສຶກທີ່ບໍ່ດີຫຼາຍ. ແລະ ຂ້າພະເຈົ້າ ກໍ່ເຄີຍມີແບບພໍຢູ່ພໍກິນ, ແຕ່ມັນກໍ່ມີຄວາມຮູ້ສຶກແບບບໍ່ດີ ເຊັນດຽວກັນ. ໃຫ້ທ່ານກໍາຈັດ ທຸກໆຄວາມຄິດ ທີ່ທ່ານຄິດວ່າ ເຖິງວ່າ ທຸກ ແຕ່ບາງເທື່ອມັນກໍ່ ໂອເຄ. ດັ່ງທ່ານ ບິລເກດ ໄດ້ກ່າວໄວ້ວ່າ " ຖ້າທ່ານເກີດມາທຸກ, ມັນບໍ່ແມ່ນຄວາມຜິດຂອງທ່ານ, ແຕ່ຖ້າຫາກທ່ານຕາຍໃນສະພາບທີ່ຍັງທຸກຢູ່, ອັນນັ້ນແຫຼະ ມັນແມ່ນຄວາມຜິດຂອງທ່ານ ".

8. Get a millionaire mentor. ຊອກຫາທີ່ປຶກສາ ທີ່ຈະເຮັດໃຫ້ທ່ານເປັນເສດຖີ. ພວກເຮົາສ່ວນໃຫຍ່ ແມ່ນເກີດມາໃນລະດັບຊັ້ນຄົນ ປານກາງ ແລະ ສັງຄົມທຸກຍາກ ແລະ ພວກເຮົາກໍ່ຍຶດຕິດກັບຂີດຈໍາກັດທາງດ້ານຄວາມຄິດຂອງລະດັບຊັ້ນກຸ່ມດັ່ງກ່າວ. ຂ້າພະເຈົ້າໄດ້ສຶກສາ ແລະ ໄດ້ຮຽນຮູ້ວ່າ ຄົນລວຍ ສ່ວນຫຼາຍແມ່ນສາມາດ ເພີ່ມທະວິ ຄວາມລວຍຂອງພວກເຂົາເຈົ້າ ຂຶ້ນໄດ້. ຈົ່ງຊອກຫາ ຜູ້ທີ່ຈະເປັນທີ່ປຶກສາໃຫ້ທ່ານ ກາຍເປັນເສດຖີໃຫ້ໄດ້ ແລະ ຮຽນຮູ້ຈາກທີ່ປຶກສາ. ຄົນລວຍ ສ່ວນໃຫຍ່ແລ້ວ ພວກເຂົາເຈົ້າ ຈະເປັນຄົນມີ ເມດຕາ ທາງດ້ານຄວາມຮູ້ ແລະ ແຫຼ່ງຂອງຂໍ້ມູນທີ່ເຂົາເຈົ້າມີຢູ່. 

9. Get your money to do the heavy lifting. ຖ້າທ່ານ ບໍ່ມີເງິນສ່ວນເກີນ ທ່ານກໍ່່ຈະບໍ່ໃຊ້ມັນເຂົ້າໃນການລົງທຶນ. ບໍລິສັດທີ່ສອງ ທີ່ຂ້າພະເຈົ້າເລີ້ມເຮັດ ແມ່ນຕ້ອງໄດ້ໃຊ້ງົບປະມານ ປະມ່ານ  $50,000. ບໍລິສັດນັ້ນ ໄດ້ສ້າງຍອດເງິນກັບຄືນມາໃຫ້ຂ້ອຍ $50,000 ທຸກໆເດືອນ ຕະຫຼອດຊ່ວງໄລຍະເວລາ 10 ປີຜ່ານມາ. ການລົງທຶນ ເປັນພຽງເຫດຜົນດຽວ ທີ່ຈະຊ່ອຍໃຫ້ເຮົາ ສາມາດ ກ້າວລົງໄປເຮັດທຸລະກິດ ອັນອື່ນຕໍ່ ແລະ ເງິນຂອງທ່ານ ຕ້ອງເຮັດວຽກໃຫ້ກັບທ່ານ ແລະ ຍົກລະດັບຂອງທ່ານໃຫ້ສູງຂຶ້ນ. 

10. Shoot for $10 million, not $1 million. ຕັ້ງເປົ້າໝາຍໄວ້ 10 ລ້ານໂດລາ ບໍ່ແມ່ນ 1 ລ້ານໂດລາ. ຄວາມຜິດພາດອັນຫຍິ່ງໃຫຍ່ທາງດ້ານການເງິນ ທີ່ຂ້ອຍເຄີຍເຣັດຜິດມາກ່ອນ ກໍ່ແມ່ນ ການທີ່ຂ້ອຍບໍ່ຄິດໃຫຍ່ ພຽງພໍ. ຂ້າພະເຈົ້າຢາກໃຫ້ທ່ານ ລອງ ຄິດໃຫ້ໃຫຍ່ກ່ວາ ການໄດ້ເງິນ 1 ລ້ານຫຼຽນມາ. ເງິນໃນໂລກນີ້ ມີຫຼວງຫຼາຍພາຍມາກ, ແຕ່ຍັງມີຫຼາຍຄົນທີ່ຍັງບໍ່ທັນຄິດໃຫຍ່ພຽງພໍ.  

ປະຕິບັດຕາມ 10 ຄໍາແນະນໍາຂ້າງເທິງ ມັນຈະເຮັດໃຫ້ທ່ານ ກາຍເປັນຄົນລວຍຂຶ້ນມາໄດ້. ຫຼີກລ້ຽງຄວາມພະຍາຍາມທີ່ຍາກເຮັດໃຫ້ ຕົນເອງລວຍໄວ, ແຕ່ໃຫ້ສ້າງຄວາມພະຍາຍາມ ແລະ ບໍ່ຖິ້ມຄວາມພະຍາຍາມນັ້ນໄວ້ ແລະ ເມື່ອທ່ານເຮັດມັນໄດ້, ທ່ານກໍ່ຈະສາມາດນໍາພາຜູ້ອື່ນ ໄປເຖິງຈຸດໝາຍນັ້ນໄດ້ ເຊັ່ນດຽວກັນ. 


ແປຈາກ: http://www.entrepreneur.com/article/234454#ixzz3Xi2P1MXM
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment