7 ມື້ປີໃໝ່ ຕາຍເກືອບເຄີ່ງຮ້ອຍ !



ນັບແຕ່ວັນທີ 12-18 ເມສານີ້ເຊິ່ງເປັນໄລຍະຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2558 ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນ 325 ກໍລະນີສົ່ງຜົນໃຫ້ມີຄົນເສຍຊີວິດ45 ຄົນຖ້າທຽບໃສ່ໃນໄລຍະດຽວກັນຂອງ ປີຜ່ານ ມາເຫັນວ່າມີຈຳນວນເພີ່ມຂຶ້ນ 10ກໍລະນີ ແລະ ມີຜູ້ເສຍຊີວິດເພີ້ມຂຶ້ນ 6 ຄົນແຕ່ຈຳນວນພາຫະນະເປ່ເພ ແລະ ຜູ້ໄດ້ຮັບບາດເຈັບແມ່ນມີອັດຕາຫລຸດລົງໃນນີ້ສະເພາະນະຄອນຫລວງວຽງຈັນ ໄດ້ເກີດອຸປະຕິເຫດຫລາຍກວ່າແຂວງອື່ນໆ ແມ່ນມີ 52 ກໍລະນີມີຜູ້ເສຍຊີວິດ 6 ຄົນຮອງລົງມາແມ່ນແຂວງຈຳປາສັກ 51 ກໍລະນີເສຍຊີວິດ 5 ຄົນ ແລະ ແຂວງທີ່ມີອຸປະຕິເຫດເກີດຂຶ້ນໜ້ອຍແຕ່ມີຜູ້ເສຍຊີວິດຫລາຍ ແມ່ນແຂວງໄຊຍະບູລີ 7 ກໍລະນີເສຍຊີວິດ 5 ຄົນແຂວງບໍລິຄຳໄຊ 21ກໍລະນີເສຍຊີວິດ 5 ຄົນນອກຈາກນີ້ ແຂວງທີ່ບໍ່ມີຄົນເສຍ ຊີວິດ ຈາກອຸປະຕິເຫດ ມີ 5ແຂວງຄືຜົ້ງສາລີຫົວພັນຊຽງຂວາງເຊກອງ ແລະ ແຂວງອັດຕະປື ແລະ ສ້າງຄວາມເສຍຫາຍ ຫລາຍສົມຄວນ.

     ເຈົ້າໜ້າທີ່ກົມຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າໄລຍະ 7 ວັນຂອງບຸນປີໃໝ່ລາວປີນີ້ເຈົ້າໜ້າທີ່ ທຸກຄົນໄດ້ສຸມໃສ່ການຕັ້ງຈຸດກວດກາເປັນຕົ້ນ ຄວບຄຸມທາດເຫລົ້າການຂັບຂີ່ລົດດ້ວຍຄວາມໄວກວດເອກະສານຕ່າງໆ ທັງນີ້ກໍເພື່ອ ປ້ອງກັນຄວາມສະຫງົບ ແລະ ປະກົດການຫຍໍ້ທໍ້ທີ່ຈະຕາມມາພ້ອມນີ້ ຍັງເຫັນວ່ານັກ ຂັບຂີ່ທຸກຄົນແມ່ນມີສະ ຕິລະວັງຕົວຫລາຍຂຶ້ນປະຕິບັດກົດລະບຽບຈະລາຈອນຢ່າງເຂັ່ງ ຄັດແຕ່ຍັງມີບາງຈຳນວນທີ່ຍັງເມີນເສີຍ ແລະ ປະໝາດ ຈຶ່ງເຮັດໃຫ້ມີອຸປະຕິເຫດຮ້າຍ ແຮງເກີດຂຶ້ນຕາມລຳດັບດັ່ງນັ້ນ ຖ້າພວກເຮົາທຸກຄົນເອົາໃຈໃສ່ໃນການປະຕິບັດກົດລະ ບຽບໃຫ້ເຂັ້ມງວດ ອຸປະຕິເຫດກໍສາມາດຫລຸດລົງໄດ້ເຊັ່ນກັນ.

     ໃນຂະນະດຽວກັນ ຢູ່ນະຄອນຫລວງວຽງຈັນ ຍັງໄດ້ເກີດມີອັກຄີໄພໄຟ​ໄໝ້ ເຮືອນປະຊາຊົນ 3 ຄັ້ງຄືໃນວັນທີ 13 ເມສາ ຢູ່ບ້ານວັດໄຕ ເມືອງສີໂຄດຕະບອງ ລວມມູນຄ່າເສຍຫາຍຫລາຍກວ່າ 250 ລ້ານກີບໃນມື້ຕໍ່ມາ ເກີດຂຶ້ນຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ມູນຄ່າເສຍຫາຍ 28 ລ້ານກີບ ແລະ ໃນວັນທີ 15 ເມສາໄດ້ເກີດຢູ່ບ້ານດອນແດງ ເມືອງຈັນທະບູລີ ເສຍຫາຍຫລາຍກວ່າ 250 ລ້ານກີບໂຊກດີເຫດການທັງໝົດບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດດັ່ງນັ້ນ ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນ ຈຶ່ງເຕືອນມາຍັງປະຊາຊົນທຸກຄົນ ຈົ່ງມີສະຕິໃນການຊົມໃຊ້ຟືນໄຟທຸກຄັ້ງແມ່ນໃຫ້ດັບມອດກ່ອນຈຶ່ງອອກຈາກບ້ານ ແລະ ການຈູດທູບບູຊາກໍເຊັ່ນດຽວກັນຫລັງຈາກສຳເລັດການກາບໄຫວ້ກໍໃຫ້ດັບມອດທັນທີ ເພື່ອປ້ອງກັນການເກີດອັກຄີໄພ.

Source: ລາວພັດທະນາ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment