10 ວິທີການເພື່ອເພີ່ມຄວາມໜຸ່ມ ແລະ ສຸຂະພາບທີ່ດີ ໃຫ້ກັບທ່ານຊາຍ !



ສໍາຫຼັບທ່ານຊາຍ ທີ່ຢາກມີສຸຂະພາບແຂງແຮງ ບໍ່ແກ່ໄວ ແລະ ມີກ້າມເນື້ອເປັນມັດໆ ຄວາມຝັນຂອງທ່ານ ຈະກາຍເປັນຈິງໄດ້ ຖ້າຫາກທ່ານປະຕິບັດ ຕາມ 10 ວິທີການດັ່ງຕໍ່ໄປນີ້ ຊຶ່ງຈະຊ່ອຍເຮັດໃຫ້ຣໍໂມລເພດຊາຍ (ເທສໂທສເຕີໂຣນ) ຂອງທ່ານເພີ່ມຂຶ້ນ ອັນເປັນສ່ວນສໍາຄັນໃນການໃຊ້ເຂົ້າໄປໃນການເຜົາຜານໄຂມັນ ແລະ ສ້າງກ້າມເນື້ອຂອງທ່ານໃຫ້ເປັນຮູບເປັນຮ່າງຂຶ້ນ ທັງຍັງເຮັດໃຫ້ທ່ານມີສຸຂະພາບດີ ບໍ່ແກ່ໄວ. ການທີ່ມີຣໍໂມລຊາຍໜ້ອຍລົງ ໃນເພດຊາຍ ຈະເຮັດໃຫ້ທ່ານເມື່ອຍງ່າຍ, ເກັບສະສົມໄຂມັນ ໄດ້ຫຼາຍຂຶ້ນ, ລົງຂີ້ໂພ່ນ ແະ ເຖົ້າໄວ. ດັ່ງນັ້ນ ພວກເຮົາ ມາເບິ່ງກັນວ່າ ຈະສາມາດເພີ່ມຣໍໂມລເພດຊາຍໄດ້ແນວໃດ.
10. ຖືກແດດແດ່
ຄວນອອກໄປຕາກແດດແດ່ ໂດຍແດດທີ່ກ່າວນີ້ ແມ່ນແດດຕອນເຊົ້າ ທີ່ມີວິຕາມິນດີ ສູງໆ ໂດຍອອກໄປຕາກແດດປະມານ 15-20 ນາທີ ຕໍ່ມື້. ນອກຈາກໄດ້ຮັບວິຕາມິນດີ ໄປແບບເຕັມໆແລ້ວ ຍັງຈະເຮັດໃຫ້ຮໍໂມລເພດຊາຍຂອງທ່ານ ເພີ່ມຂຶ້ນ 120-200 ສ່ວນຮ້ອຍ. 
9. ກິນວິຕາມິນອີ (Vitamin E) ຫຼາຍໆ
ວິຕາມິນອີ ເປັນວິຕາມິນ ທີ່ຊ່ອຍໃຫ້ທ່ານເຖົ້າຊ້າລົງ ໂດຍມີສານອະນຸມູນອິດສະຫຼະ ທີ່ຊ່ອຍປ້ອງກັນເຊລ ຜິວໜັງບໍ່ໃຫ້ເກີດຄວາມເສຍຫາຍ ແລະ ຖ້າກິນວິຕາມິນອີ ປະລິມານ 1,300 IU/ມື້ ຕິດຕໍ່ກັນເປັນເວລາ 2 ປີ ຈະຊ່ອຍຢັບຢັ້ງ ການເກີດໂລກສະໜອງເຊື່ອມ ຈາກການອັດຕັນສອງໄຂມັນ ໃນສະໝອງ. ນອກຈາກນີ້ ຜູ້ຊາຍທີ່ມີລະບົບສືບພັນບໍ່ສົມບູນ ພົບວ່າ ເມື່ອໄດ້ຮັບວິຕາມິນອີ ມື້ລະ 200 IU ຢ່າງຕໍ່ເນື່ອງເປັນເວລາ 3 ເດືອນ ຈະມີໂອກາດມີລູກຫຼາຍຂຶ້ນ ເພາະວ່າ ວິຕາມິນອີ ຈະຊ່ອຍຫຼຸດລະດັບຂອງອະນຸມູນອິດສະຫຼະ ໃນນໍ້າເຊື້ອ ຊຶ່ງຈະເຮັດໃຫ້ເຊລຂອງນໍ້າເຊື້ອ ແຂງແຮງຂຶ້ນ. 
8. ຫຼີກເລື້ອງການດື່ມເຄື່ອງດື່ມ ທີ່ມີທາດເຫຼົ້າ
ການດື່ມເຄ່ືອງດື່ມທີ່ມີທາດເຫຼົ້າປະສົມຢູ່ ຈະເຮັດໃຫ້ຣໍໂມລຄໍຕິໂຊນ ໄຫຼອອກມາຫຼາຍເປັນພິເສດ ຊຶ່ງໂດຍປົກກະຕິ ຣໍໂມລນີ້ ຈະໄຫຼອອກມາ ຕອນທີ່ພວກເຮົາມີອາກາດຄຽດ ຊຶ່ງຈະສົ່ງຜົນກະທົບໃຫ້ ເກີດການເກັບສະສົມໄຂມັນຫຼາຍຂຶ້ນ ແລະເຮັດໃຫ້ກ້າມເນື້ອຂອງເຮົາຫຼຸດລົງ. 
7. ກິນຜັກກະຫຼໍ່າປີ
ຈາກຜົນກາສຶກສາຂອງມະຫາໄລ Rockefeller University ໃນນິວຢອກ ໃຫ້ຮູ້ວ່າ ໃນຜັກກະຫຼໍາປີ ຈະມີສານອິນໂດ 3 ຄາຣມິນອລ (Indole 3-carbinol) ຫຼື IC3 ຊຶ່ງເປັນສານຊ່ອຍເຮັດໃຫ້ຮ່າງກາຍ ຜະລິດຣໍໂມລຕ່າງໆ ອອກມາໄດ້ຫຼາຍຂຶ້ນ ແລະ ຜົນການວິໃຈ ຍັງບອກໃຫ້ຮູ້ຕື່ມອີກວ່າ ຄົນທີ່ໄດ້ຮັບສານ IC3 ຈະເຮັດໃຫ້ລະດັບຣໍໂມລເພດຍິງຫຼຸດລົງໄປ 50% ໂດຍສະຫຼັບເອື້ອຍນ້ອງຍິງແລ້ວ ອາດຈະບໍ່ດີ ແຕ່ສໍາຫຼັບອ້າຍນ້ອງຊາຍແລ້ວ ແມ່ນດີຫຼາຍ. 
6. ນອນໃຫ້ພຽງພໍ
ຄົນທີ່ນອນບໍ່ພຽງພໍ ຈະເຮັດໃຫ້ລະດັບຮໍໂມລເພດຊາຍຫຼຸດລົງໄປ 30% ແລະ ຈະກໍ່ໃຫ້ເກີດການສະສົມໄຂມັນຫຼາຍຂຶ້ນ ດັ່ງນັ້ນ ຄວນນອນໃຫ້ພຽງພໍ ໂດຍຜູ້ໃຫຍ່ແມ່ນຄວນນອນ 8 ຊົ່ວໂມງຕໍ່ມື້ ແລະ ທີ່ສໍາຄັນ ຄວນນອນໃຫ້ເປັນເວລາ ເຊັ່ນ ຄວນເຂົ້ານອນຕອນເວລາ 9 ໂມງແລງ ແລະ ຕື່ນ 6 ໂມງເຊົ້າ ໂດຍການນອນໃນຊ່ວງດັ່ງກ່າວ ແມ່ນຊ່ວງເວລາທີ່ດີ ທີ່ສຸດຂອງຮ່າງກາຍ. 
5. ອອກກໍາລັງກາຍໃຫ້ພໍເໝາະ ແລະ ຜ່ອນຄາຍ
ການອອກກໍາລັງກາຍທີ່ບໍ່ໜັກເກີນໄປ ແລະ ການຜ່ອນຄາຍ ຈະຊ່ອຍເຮັດໃຫ້ທ່ານມີສຸຂະພາບທີ່ດີ ແລະ ເຮັດໃຫ້ຣໍໂມລເພດຊາຍ ມີເວລາພຽງພໍ ໃນການຖືກສ້າງຂຶ້ນໃນຮ່າງກາຍ. ມີຫຼາຍຄົນທີ່ມີຄວາມເຊື່ອວ່າ ການອອກກໍາລັງກາຍຫຼາຍໆ ທຸກໆມື້ ຈະບໍ່ເຮັດໃຫ້ຕຸ້ຍ, ບໍ່ມີຂີ້ໂພນ, ແລະ ມີສຸຂະພາບດີ, ແຕ່ຄວາມເຊື່ອດັ່ງກ່າວ ແມ່ນຄວາມເຊື່ອທີ່ຜິດ. ການອອກກໍາລັງກາຍຫຼາຍ ຈະເຮັດໃຫ້ຮ່າງກາຍຂອງເຮົາ ເກີດອາການຄຽດ ແລະ ບໍ່ມີພະລັງງານທີ່ພຽງພໍ ໃນການສ້າງເຊລ ຂອງກ້າມເນື້ອ ແລະ ການເຮັດໃຫ້ຣໍໂມລເພດຊາຍຫຼຸດລົງນໍາອີກ.  
4. ກິນໄຂ່
ຫຼາຍຄົນບອກວ່າ ກິນໄຂ່ຫຼາຍບໍ່ດີ ເພາະໃນໄຂມີສານພວກຄໍເຣສໂຕຣອລຫຼາຍ ຊຶ່ງເລື້ອງນີ້ ແມ່ນຄວາມເຂົ້າໃຈທີ່ຜິດ ເພາະວ່າ ຄໍເຣສໂຕຣອລ ໃນໄຂ່ ເປັນ ຄໍເຣສໂຕຣອລ ທີ່ດີ (HDL) ທີ່ຮ່າງກາຍຕ້ອງການ ເພື່ອໃຊ້ເຂົ້າໃນການສ້າງ ແລະ ປົວແປງເຊລຮ່າງກາຍ. ນອກຈາກນັ້ນ ໃນໄຂ່ ຍັງມີທາດສັງກະສີ ວິຕາມິນບີ ທີ່ຊ່ອຍສ້າງຣໍໂມລເພດຊາຍໄດ້ຕື່ມອີກ. 
3. ກິນໄຂມັນດີ
ໄຂມັນດີ ແມ່ນໄຂມັນບໍ່ອື່ມໂຕ ທີ່ພົບເຫັນໄດ້ຫຼາຍ ຢູ່ໃນນໍ້າມັນໝາກກອກດ ນໍ້າມັນໝາກຖົ່ວເຫຼືອງ ນໍ້າມັນສາລີ ນໍ້າມັນດອກຕາເວັນ ໄຂມັນໂອເມກ້າ 3 6 9 ທີ່ພົບເຫັນໄດ້ໃນປາ ໝາກຖົ່ວ ອາໂວກາໂດ້ ໂດຍໄຂມັນພວກນີ້ ສາມາດກິນໄດ້ໃນປະລິມານຫຼາຍ ບໍ່ກໍ່ໃຫ້ເກີດຄວາມຕຸ້ຍ ແລະ ເປັນສ່ວນປະກອບທີ່ສໍາຄັນ ຂອງຣໍໂມລເພດຊາຍ ຖ້າຫາກມີຫຼາຍໃນຮ່າງກາຍ ຫຍິ່ງເປັນການເພີ່ມ ການພັດທະນາ ແລະ ປົວແປງຮ່າງກາຍ ໃຫ້ດີຂຶ້ນ. 
2. ການເບິ່ງກິລາ
ພຽງແຕ່ການເບິ່ງກິລາເທົ່ານັ້ນ ຣໍໂມລເພດຊາຍຈະສູງຂຶ້ນໄດ້ ກໍ່ເນື່ອງຈາກວ່າ ການໄດ້ເບິ່ງໄດ້ເຊຍທີມທີ່ເຮົາມັກ ຈະເຮັດໃຫ້ເຮົາ ມີຄວາມຕື່ນເຕັ້ນ ມີຄວາມສຸກ ແລະ ເຮັດໃຫ້ຣໍໂມລເພດຊາຍ ເພີ່ມສູງຂຶ້ນໄດ້ປະມານ 15-20%. 
1. ການອອກກໍາລັງກາຍໂດຍການຍົກນໍ້າໜັກ
ການອອກກໍາລັງກາຍ ໂດຍການຍົກນໍ້າໜັກ ຊຶ່ງຈະຊ່ອຍໃຫ້ມີການໄຫຼອອກມາຂອງຣໍໂມລເພດຊາຍ ດົນເຖິງ 48 ຊົ່ວໂມງ ຊຶ່ງກໍ່ໝາຍຄວາມວ່າ ທ່ານຈະມີຣໍໂມລເພດຊາຍມາຊ່ອຍເບິ່ງແຍງຮ່າງກາຍຂອງທ່ານ ບໍ່ວ່າ ຈະເປັນການເຜົາຜານໄຂມັນ ການສ້າງກ້າມເນື້ອ ແລະ ອື່ນໆ. ການຍົກນໍ້າໜັກ ຕ້ອງຄ່ອຍໆເພີ່ມນໍ້າໜັກທີ່ຍົກຂຶ້ນໄປເລື້ອຍໆ ບໍ່ຄວນຍົກນໍ້າໜັກທີ່ໜັກບາດດຽວ ເພາະອາດເຮັດໃຫ້ກ້າມເນື້ອຂອງເຮົາ ໄດ້ຮັບອັນຕະລາຍ. 
ຂໍໍ້ມູນຈາກ: ToptenThailand



Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment