12 ເຄັດບໍ່ລັບ ເພື່ອເພີ່ມຄວາມໝັ້ນໃຈ ໃຫ້ກັບທ່ານ !



1. ຢ່າປຽບທຽບຕົນເອງກັບຄົນອື່ນ: ເປັນຫລັກການງ່າຍໆ ແຕ່ຫລາຍຄົນຍັງເຮັດໃຈແຂງບໍ່ໄດ້ຈັກເທື່ອ ວິທີແກ້ຄືຕ້ອງທຳໃຈຍອມຮັບຕົວຕົນຂອງເຮົາທີ່ບໍ່ອາດປ່ຽນແປງໄດ້ ເຊັ່ນ: ສີຜິວ, ຮູບຮ່າງ… ທຸກຄົນ ເກີດມາຍ່ອມແຕກຕ່າງກັນ ດັ່ງນັ້ນຈົ່ງຮັກຕົວເອງ ແລະ ພູມໃຈໃນສິ່ງທີ່ເຮົາເປັນດີທີ່ສຸດ.

 2. ຈົ່ງປຽບກັບຄົນທີ່ດ້ອຍກວ່າ: ສ່ວນ ຄົນທີ່ກຳລັງຫມົດຫວັງ ແລະຄິດວ່າຕົນເອງທຸກທີ່ສຸດແລ້ວ ລອງຫັນໄປເບິ່ງຄົນທີ່ທຸກກວ່າ ເພາະມັນຈະສ້າງກຳລັງໃຈໃຫ້ຕົນເອງຕໍ່ສູ້ກັບຄວາມຍາກລຳບາກ.

 3. ບໍ່ໄດ້ຢູ່ຄົນດຽວໃນໂລກ ບໍ່ຄວນຄິດວ່າບໍ່ມີໃຜ ເຂົ້າໃຈບັນຫາຂອງເຮົາ ຫລື ບໍ່ມີໃຜສົນໃຈ ຫາກທ່ານລອງແນມໄປຮອບໆກໍ່ຈະເຫັນວ່າຫລາຍຄົນຍິນດີທີ່ຈະຊ່ວຍ ເຮົາ ພຽງແຕ່ເຮົາຂໍຮ້ອງເທົ່ານັ້ນຖ້າສິ່ງດັ່ງກ່າວບໍ່ຫນັກຫນາເກີນໄປກໍ່ ມີຫລາຍຄົນເຕັມໃຈຊ່ວຍ.

 4. ເວົ້າລົມກັບຫມູ່ເພື່ອນ ເມື່ອມີບັນຫາຫນັກໃຈຢ່າລັງເລທີ່ຈະປຶກສາເພື່ອນສະຫນິດ ຫລື ຖ້າຫາກຜິດໃຈກັນກໍ່ຢ່າລັງເລທີ່ຈະເປີດໃຈລົມກັນ ຢ່າປ່ອຍໄວ້ໃຫ້ບັນຫາຄ້າງຄາໃຈ.

 5. ປຶກສານັກບຳບັດ ຫາກ ພົບວ່າຕົນເອງພະຍາຍາມແກ້ໄຂວິທີຄິດແລ້ວ ແຕ່ບໍ່ສຳເລັດ ໃຫ້ນັດເວລາລົມກັບນັກບຳບັດ ຫລື ຈິດຕະແພດ ບໍ່ຕ້ອງຢ້ານຄົນອື່ນຫາວ່າເຮົາບ້າ ເພາະຖ້າຫາກປະໃຫ້ກັງວົນໃຈ ກໍ່ຈະເສຍສຸຂະພາບຈິດ.

 6. ໃຫ້ລາງວັນຕົວເອງ ຫລັງຈາກທີ່ຜ່ານວຽກຍາກໆ ຫລື ອຸປະສັກຫນັກໆເຊັ່ນ: ໄປທ່ອງທ່ຽວພັກຜ່ອນ, ສັງສັນກັບຫມູ່ເພື່ອນ

 7. ເກັບຄວາມພາກພູມໃຈລົງໃນບັນທຶກ ໃຫ້ຈົດບັນທຶກຂໍ້ດີ, ລັກສະນະເດັ່ນ, ຄວາມສາມາດພິເສດ ຫລື ຄວາມສຳເລັດທີ່ຕົນເອງພາກພູມໃຈລົງໃນບັນທຶກປະຈຳວັນ ເພາະເມື່ອຈັບຂຶ້ນມາອ່ານຈະຮູ້ສຶກດີ,ພູມໃຈໃນຄວາມສາມາດຂອງຕົນເອງ

 8. ເສີມຈຸດເດັ່ນ ຫລຸດຈຸດດ້ອຍ ຢ່າ ລັງເລທີ່ຈະຮຽນ ຫລື ເຮັດກິດຈະກຳທີ່ຕົນເອງມັກ ບໍ່ແນ່ບາງເທື່ອທ່ານອາດມີພອນສະຫວັນບາງຢ່າງທີ່ເດັ່ນກໍ່ເປັນ ໄດ້.

 9. ພະຍາຍາມເຮັດກິດຈະກຳທີ່ຕົນເອງມັກ ບໍ່ຕ້ອງກັງວົນວ່າຕ້ອງໄປຕາມລຳພັງຕາບໃດທີ່ຍັງມັກ ແລະ ມີຄວາມສຸກກັບກິດຈະກຳນັ້ນໆ ເຊັ່ນ: ໄປຮຽນແຕ້ມຮູບ, ຮຽນພາສາຕ່າງປະເທດ…ນອກຈາກຈະເຮັດໃຫ້ຈິດແຈ່ມໃສ ຍັງອາດໄດ້ຮູ້ຈັກເພື່ອນໃຫມ່ ແລະ ພົບຄົນຫລາຍ.

 10. ຢ່າໂທດຕົວເອງທຸກເລື່ອງ ປັບວິທີຄິດໃຫ້ມີເຫດ ແລະ ຜົນຫລາຍຂຶ້ນກວ່າເກົ່າ

 11. ຜະເຊີນຫນ້າກັບການຕຳຫນິ ການ ຕຳຫນິຖືເປັນເລື່ອງທຳມະດາທີ່ທຸກຄົນຕ້ອງພົບ ສຳລັບຄົນທີ່ຂາດຄວາມຫມັ້ນໃຈຈະເກີດອາການສະເທືອນໃຈຫລາຍກວ່າຄົນ ອື່ນ ເພື່ອແກ້ໄຂບັນຫານີ້ຄວນພິຈາລະນາຈຸດປະສົງຂອງການຕໍາຫນິເຊັ່ນ: ຕຳຫນິເພື່ອກໍສ້າງຫລື ອະຄະຕິ ຖ້າເປັນບັນຫາທີ່ສອງບໍ່ຕ້ອງໃສ່ໃຈ ແຕ່ຖ້າເປັນບັນຫາທີ່ຫນຶ່ງໃຫ້ຍິ້ມສູ້ຮັບຟັງ ແລະ ຂອງບໃຈ ແລ້ວນຳມາປັງປຸງຕົວເອງໃຫ້ດີຂຶ້ນ.

 12. ດູແລສຸຂະພາບຕົວເອງ: ພະຍາຍາມອອກກຳລັງກາຍສະຫມໍ່າສະເຫມີ, ກິນອາຫານທີ່ມີປະໂຫຍດ, ຮັກສາຄວາມສະອາດ, ພັກຜ່ອນໃຫ້ພຽງພໍ ຈະເຮັດໃຫ້ມີບຸກຄະລິກກະພາບດີ, ຈິດແຈ່ມໃສ.

ໜັງສືພິມເສດຖະກິດສັງຄົມ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment