ຝົນຍັງຈະສືບຕໍ່ຕົກອີກ 2 ວັນ ໃນຂະນະທີ່ຫລາຍແຂວງ ເກີດມີນໍ້າຖ້ວມແລ້ວ




ເກີດເຫດນໍ້າຖ້ວມກະທັນຫັນ ຢູ່ຫລາຍບ້ານໃນ 3 ແຂວງພາກກາງ ແລະ ໃຕ້ ພາຍ​ຫລັງ​ຝົນຕົກ​ໜັກ​​ ເປັນ​ເວລາ 3 ວັນ ຂະນະ​ທີ່​ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ​ລາຍ​ງານ​ໃນ​ວັນ​ທີ 20 ກໍລະກົດ 2015 ນີ້​ວ່າ: ຝົນ​ຍັງ​ຈະ​ສືບ​ຕໍ່​ຕົກ​ແຮງ​ອີກ 2 ວັນ​ລະຫວ່າງ ​ວັນ​ທີ 21-22 ກໍລະກົດ 2015 ຢູ່​ແຂວງ​ພາກ​​ເໜືອ, ກາງ ​ແລະ ​ໃຕ້ ສະ​ນັ້ນ ​ຮຽກຮ້ອງ​ໃຫ້​ພໍ່​ແມ່​ປະຊາຊົນ, ທະຫານ, ຕໍາຫລວດ ​ແລະ ທຸກ​ຊັ້ນ​ຄົນ​ຕ້ອງ​ເພີ່ມ​ຄວາມ​ລະມັດລະວັງ ​ແລະ ມີ​ສະຕິ​ ໂດຍ​ສະ​ເພາະ​ຜູ້​ອາ​ໃສ​ຢູ່​ໃກ້​ແມ່​ນໍ້າ, ​ໃກ້​ຮ່ອມ​ພູ, ບ່ອນ​ມີ​ຄວາມ​ສ່ຽງ ​ແລະ ​ເດີນທາງ​ໄປ​ທ່ອງ​ທ່ຽວ ​ໃນ​ເຂດ​ຕ່າງໆ​ຄວນ​ກວດກາ ຫລື ຕິດຕາມ​ສະພາບ​ອາກາດ​ຢ່າງ​ໃກ້ຊິດ.

​ຝົນ​ຈະ​ຕົກ​ແຮງໃນ​ໄລຍະ 2 ວັນ​ຕໍ່ໜ້າປະກອບມີບັນດາ​ແຂວງ​ລຸ່ມນີ້: ຊຽງ​ຂວາງ, ຫລວງ​ນໍ້າ​ທາ, ຫລວງ​ພະ​ບາງ, ນະຄອນຫລວງ​ວຽງ​ຈັນ, ສະຫວັນ​ນະ​ເຂດ, ​ແຂວງ​ຈໍາປາ​ສັກ.
ຫລ້າ​ສຸດ​ແຫ​ລ່ງຂ່າວ​ຈາກ 3 ​ແຂວງ​ໄດ້​​ແຈ້ງ​ໃຫ້​ຮູ້​ວ່າ:  ນັບ​ແຕ່​ວັນ​ທີ 19-20 ກໍລະກົດນີ້​ ໄດ້​ເກີດ​ເຫດນໍ້າໄຫລຖ້ວມ​ເນື້ອ​ທີ່ນາ, ເສັ້ນທາງ ​ແລະ ບ້ານ​ຂອງ​ປະ​ຊາ​ຊົນ​ ຢູ່​ເມືອງ​ທ່າ​ແຂກ ​ແຂວງ​ຄໍາ​ມ່ວນ ​ໂດຍ​ສະ​ເພາະ​ຢູ່​ເຂດ​ຖໍ້າ​ນາ​ແອ່ນ​​ ​ເຊິ່ງ​ໄດ້ເຮັດ​ໃຫ້​ປະຊາຊົນ​ ເດີນທາງ​ໄປ​ມາ​ລໍາບາກ, ​ໃນ​ມື້​ດຽວ​ກັນ​ນີ້ ນ້ຳຍັງ​ໄຫລຖ້ວມ​ເສັ້ນທາງ ​ແລະ ທີ່ຢູ່​ອາ​ໃສ​ຂອງ​ປະຊາຊົນ​ຢູ່ເຂດບ້ານ ໜອງກະແດ້ງ ເມືອງວິລະບູລີ ແຂວງສະຫວັນນະເຂດ ສົ່ງ​ຜົນກະທົບ​ເຮັດ​ໃຫ້​ປະຊາຊົນ ເດີນທາງ​ໄປ​ມາ​ບໍ່​ໄດ້​ຊົ່ວຄາວ ພ້ອມ​ນີ້ຍັງ​ເກີດ​ມີ​ນໍ້າ​ຖ້ວມ​ຢູ່​ເຂດເມືອງຕຸ້ມລານ ແຂວງສາລະວັນ.
Share on Google Plus

About Unknown

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment