ໄດ້ແລ້ວ!!!! ຜູ້ຊະນະການປະກວດແຂ່ງຂັນ ການແຕ່ງຄຳຂວັນ ວິທະຍຸ ຊາວໜຸ່ມລາວສິນໄຊຍຸກໃໝ່





ໃນວັນທີ 20 ກໍລະກົດນີ້, ສະຖານີວິທະຍຸກະຈາຍສຽງຊາວໜຸ່ມລາວສິນໄຊຍຸກໃໝ່ ໄດ້ຄັດເລືອກບັນດາຄຳຂວັນທີ່ສົ່ງເຂົ້າປະກວດຫຼາຍກວ່າ 50 ຄຳຂວັນ. ຜ່ານການຄັດເລືອກ ຈາກຄະນະກຳມະການຜູ້ຊົງຄຸນວຸດທິທັງ 5 ທ່ານ, ໄດ້ຕົກລົງເລືອກເອົາຄຳຂວັນທີ່ ທ້າວ ຈັນແດງ ທອງສະໄໝ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ສາຂາວິຊາ ສື່ສານມວນຊົນ ປີທີ 1 ແຕ່ງຂຶ້ນ ກໍ່ຄື: “FM 90.0 ມ່ວນໄດ້ທຸກວັນ ສຸກສັນໄດ້ທຸກໄວ” ເຊິ່ງລາງວັນທີ່ໄດ້ຮັບແມ່ນ ເງິນສົດຈໍານວນ 400.000 ກີບ. ຄໍາຂວັນນີ້ຈະກໍານົດເປັນໜຶ່ງໃນຄໍາຂວັນຂອງ ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ ຂອງພວກເຮົາຕໍ່ໄປ.​​ 








Share on Google Plus

About Unknown

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment