ດື່ມນ້ຳຫວານ ອາດມີຄວາມສ່ຽງ ເສຍຊີວິດ !



ອ້າງ​ຕາມຜົນ​ການ​ສຳ​ຫລວດ​ ທ່ີ​​ຕີພິມເຜີຍແຜ່ລົງວາລະສານ ດູ​ເລ​ຊັ່ນ ສະບັບລົງ ວັນ​ທີ 30 ​ເດືອນ ມິຖຸນາ ປີ 2015 ລະບຸ​ວ່າ, ນ້ຳ​ອັດ​ລົມ ຫລື​ ເຄື່ອງ​ດື່ມ​ ປະ​ເພດ ​ທີ່​ມີ​ລົດ​ຫວານ ​​ອາດ​ຈະມີ​ຄວາມສ່ຽງ ​ເຮັດ​​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ຢູ່ທົ່ວໂລກ, ໃນນັ້ນ ມີຜູ້ເສຍຊິວິດຈາກທາດນ້ຳຕານ ປະມານ 133.000 ຄົນ, ພະຍາດ​ເບົາຫວານ, ພະຍາດຫົວ​ໃຈ ​ແລະ ຫລອດ​ເລືອດ ​​ ປະມານ 15.000 ຄົນ ​ແລະ ພະ​ຍາດ​ມ​ະ​ເລງ ຈຳນວນ 6.450 ຄົນ ຊຶ່ງມີສາ​ເຫ​ດຈາກ ​ການ​ບໍລິ​ໂພ​ກ ​ເຄື່ອງ​ດື່ມ​ທ່ີມີທາດ​ນ້ຳຕານ.

ຊ່ຽວຊານ​ມະຫາວິທະຍາ​ໄລ ບອສ໌ຕັນ(Boston)ຂອງ​ສ.ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ປະ​ເທດ​ຕ່າງໆ​ໃນ​ທົ່ວໂລກ ມີຕົວ​ເລກ​ຜູ້​ເສຍ​ຊິວິດ ຍ້ອນ​ເຄື່ອງ​ດື່ມ​ປະ​ເພ​ດ ທ່ີ​ມີ​ລົດ​ຫວານ​ຫລາຍ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ ​​ໃນ​ຈຳນວນ​ເດັກນ້ອຍ 450 ຄົນ ຕໍ່ຜູ້​ໃຫຍ່ 1 ລ້ານ​ຄົນ ສະ​ນັ້ນ ປະ​ເທດ​ຕ່າງໆ ຄວນ​ໃຫ້​ຄວາມ​ສຳຄັນ ກັບ ບັນຫາ​ນີ້. ນອກຈາ​ກນັ້ນ ບັນດາ​ປະ​ເທ​ດ ທ່ີ​ມີ​ລາຍ​ໄດ້​ປານ​ກາງ ມີຜູ້​ເສຍ​ຊິວິດ​ຈາກ​ບັນຫາ​ດັ່ງກ່າວ ກວມ​ເອົາ​ເຖິງ 76%.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment