ເຫດຜົນຈໍາເປັນ ທີ່ຕ້ອງມີການປະຕິສັງຂອນ ວັດພະແກ້ວ !



ໜັງສືພິມວຽງຈັນໃໝ່ ໄດ້ແຈ້ງໃຫ້ຮູ້ວ່າ ວັນ​ທີ 25 ມິຖຸນາ 2015 ທີ່ພິ​ພິ​ທະ​ພັນ​ຫໍພະແກ້ວ ທ່ານ ບຸນສະໜອງ ສີ​ຫາ​ລາດ ຫົວໜ້າກົມ​ວິຈິດ​ສິນ ກະຊວງ​ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທັງ​ເປັນ​ຫົວໜ້າ​ໜ່ວຍ​ງານເຕັກນິກ ​ໂຄງການ​ປະຕິສັງຂອນ​ພິພິ​ທະ​ພັນ​ຫໍພະແກ້ວ ໄດ້​ອອກ​ມາ​ຊີ້ແຈງ​ເຖິງ​ຄວາມ​ຈຳເປັນ​ໃນ​ການປະຕິສັງຂອນ​ວ່າ: ພາຍຫຼັງ​ໄດ້​ຖືກແຕ່ງຕັ້ງ​ຈາກ​ຂັ້ນ​ເທິງ​ ທາງ​ໜ່ວຍງານ​ເຕັກນິກ​ປະກອບ​ມີ 5 ພາກສ່ວນຄື: ວິຊາ​ການ​ຈາກ​ກົມ​ມໍ​ລະດົກ ກົມ​ວິຈິດ​ສິນ ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນວ ແລະ ວິຊາ​ການ​ຈາກ​ຫໍພະແກ້ວ ກໍ່​ໄດ້​ຂຶ້ນ​ສຳ​ຫຼວດ​ໂຄງການ​ຫໍພະແກ້ວ ພາຍຫຼັງ​ສຳຫຼວດ​ເຫັນ​ວ່າ ໂຄງ​ສ້າງ​ຫຼັງຄາດ້ານ​ເທິງ​ແມ່ນ​ພົບ​ເຫັນ​ໄມ້​ບາງອັນ ​ຕ້ອງ​ມີ​ຄວາມ​ຈຳເປັນ​ຕ້ອງປ່ຽນ​ຖ່າຍ ເພາະ​ມີ​ອາຍຸ​ການ​ໃຊ້ງານ​ມາ 70-80 ປີ ພ້ອມ​ນັ້ນ ກໍ່​ໄດ້​ສຳ​ຫຼວດ​ອາຄານ​ເຫັນ​ວ່າ ມີບາງ​ຈຸດ​ຕ້ອງ​ໄດ້​ປະຕິສັງຂອນ​ຄືນໃໝ່ ເປັນຕົ້ນ ແມ່​ຂີ້​ໄຟ​ໂຕ​ແອວ​ນີ້ ດອກ​ດວງ​ລວດລາຍ​ບາງ​ຈຳນວນ​ໜຶ່ງ​ໄດ້​ຂຸ​ອອກ ສຳລັບ​ພື້ນແມ່ນ​ມີ​ການ​ຊຳ​ລຸດ​ຊຸດໂຊມ ​ເພາະພື້ນ​ແມ່ນ​ເຮັດ​ດ້ວຍ​ດິນ​ເຜົາ ແລະ ມີ​ບາງ​ບ່ອນ​ແຕກ ໂດຍ​ຈະ​ໄດ້ແກະ​ບ່ອນ​ທີ່​ແຕກ​ອອກ​ແລ້ວ ນຳມາ​ໃສ່​ຄືນໃໝ່ ພ້ອມ​ນັ້ນ ດ້ານຍອດ​ຊໍ່ຟ້າ​ແມ່ນ​ມີ​ຄວາມ​ຊຳ​ລຸດຫຼາຍ​ສົມຄວນຄື: ເສກ​ກະສັດ ແມ່ນ​ມີ​ອາຍຸ​ການ​ໃຊ້​ງານ​ເຖິງ 70 ຫາ 80 ປີ ແລະ ເສກ​ກະສັດ​ອີກຍອດ​ໜຶ່ງ ​ແມ່ນ​ຖືກ​ຟ້າຜ່າ​ເກີດ​ຊຳລຸດ​ເສຍ​ຫາຍ ແລະ ພາຍຫຼັງ​ທີ່​ໄດ້ສຳ​ຫຼວດ​ຕົວ​ຈິງ ​ທາງ​ໜ່ວຍ​ງານເຕັກນິກ ກໍ່​ໄດ້​ປຶກສາ​ຫາລື​ກັນ ແລະ ເປີດ​ກອງ​ປະຊຸມ​ຕົກລົງ​ເປັນເອກະ​ພາບ​ກັນ​ວ່າ ມີ​ຄວາມ​ຈຳເປັນ​ແທ້​ທີ່​ຕ້ອງ​ໄດ້​ປະຕິສັງຂອນຄືນໃໝ່ ເພາະ​ໂຄງການ​ປະຕິ​ສັງຂອນ​ຫໍພະແກ້ວ​ໄລຍະ​ທີ II ປີ 1936 ເຊິ່ງ​ແມ່ນ​ສະເດັດ​ເຈົ້າ​ເພັດສະ​ລາດ ເປັນ​ຜູ້ນຳ​ພາ​ໃນ​ການ​ປະຕິ​ສັງ​ຂອນ ເຫັນ​ວ່າວັດ​ຖະ​ດຸ​ການນຳ​ໃຊ້​ເປັນ​ເຄິ່ງ​ທຳ​ມະ​ຊາດ ນຳໃຊ້​ຊີມັງ​ປະສົມ​ປູນ​ຂາວ​ໃນ​ການຜະລິດ​ຍອດ​ຊໍ່ຟ້າ ແລະ ບ່ອນ​ອື່ນອີກ ເຫັນ​ວ່າ​ຄຸນະພາບ​ບໍ່​ໄດ້​ມາດຖານ​ເທົ່າ​ທີ່​ຄວນ ນອກຈາກ​ຍອດຊໍ່ຟ້າ​ແລ້ວ ນັກວິຊາການ​ກໍ່​ໄດ້ເນັ້ນ​ໜັກ​ໃນ​ການ​ສຳ​ຫຼວດ​ໂງ່ ​ຢູ່ເທິງ​ຫຼັງຄາ​ຫໍພະແກ້ວ ເຊິ່ງ​ມີ​ທັງໝົດ 6 ໂຕ ເຊິ່ງ​ເຫັນ​ວ່າ​ແຕ່​ລະໂຕ​ແມ່ນ​ແຕກ​ແຫງ ເຮັດ​ໃຫ້​ເວລາ​ຝົນຕົກ​ນ້ຳ​ຊືມ​ເຂົ້າ​ໄປ​ແຕະຕ້ອງ​ໂຄງ​ສ້າງ​ຫຼັງຄາ ກໍ່​ຄືໄມ້ເອີກ​ໄກ່ ໄມ້​ສີ​ຍົ່ວ ໄມ້​ກອນ ໄມ້​ແຈ ເວົ້າ​ລວມແມ່ນ​ໄປ​ກະທົບ​ຕໍ່​ໂຄງສ້າງ​ຂອງ​ຫຼັງຄາ ສາເຫດ​ທີ່​ເຮັດໃຫ້​ໄມ້​ທີ່​ກ່າວ​ມາ​ຊຸດໂຊມ​ນັ້ນ ຍ້ອນ​ໂຄງ​ຫຼັງຄາ​ມຸງ​ດ້ວຍ​ດິນຂໍ ເວລາ​ຝົນຕົກ​ເຮັດ​ໃຫ້​ດິນຂໍ​ເກີດຄວາມ​ຊຸ່ມ​ສົ່ງ​ຜົນ​ກະທົບ​ຕໍ່​ໄມ້ກອນ ແລະ ໄມ້​ແກ​ເຮັດ​ໃຫ້​ມີ​ອາຍຸ​ການ​ໃຊ້​ງານ​ຫຼຸດ​ລົງ ​ຈຶ່ງ​ຈຳເປັນຕ້ອງ​ປ່ຽນ​ຖ່າຍ 100% ການ​ປະຕິ​ສັງ​ຂອນ​ແມ່ນ​ອິງ​ໃສ່​ຮູບຊົງເກົ່າ ແລະ ລວດລາຍ​ເກົ່າ ໂດຍສະເພາະ ຈະ​ໄດ້​ນຳ​ໃຊ້​ລະບົບແບບ​ກ໋ອບ​ປີ້​ດ້ວຍ​ສິລິ​ໂຄນ ເວົ້າລວມ​ແມ່ນ​ຈະ​ປະຕິສັງຂອນ​ ອອກມາ​ໃຫ້​ຄ້າຍຄື​ຮູບ​ແບບ​ເກົ່າ​ທີ່​ສຸດ ເພື່ອ​ຮັກສາ​ເອກະລັກ​ທາງ​ດ້ານວັດທະນະທຳ ແລະ ປະຫວັດສາດ ເພາະຫໍພະແກ້ວ​ເປັນ​ສູນລວມ​ທາງ​ດ້ານ​ວັດທະນະທຳ ແລະ ປະຫວັດສາດ​ອັນ​ລ້ຳ​ຄ່າ ເພື່ອ​ໃຫ້​ບັນດາ​ອະນຸຊົນ ເຍົາວະຊົນ​ມາ​ຮຽນ​ຮູ້​ປະຫວັດ​ຄວາມ​ເປັນມາ ​ທາງ​ດ້ານ​ປະຫວັດສາດ​ຂອງຊາດ.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment