U15 ລາວ ຊະນະໄທ ແບບຂາດລອຍ 3:0





Laos 3:0 Thailand

ຢູ-15 ລາວ ລົງສະຫນາມນັດທຳອິດ ເອົາຊະນະ ທີມຊາດໄທ 3-0 ໃນລາຍການບານເຕະຊີງແຊ໋ມເຍົາວະຊົນລຸ່ມແມ່ນໍ້າຂອງປະຈຳປີ 2015 ທີ່ເມືອງໂອສາກາ ປະເທດຍີ່ປຸ່ນ , JAPAN MEKONG U-15 FOOTBALL EXCHANGE PROGRAMME 3 ປະຕູທີ່ນັກເຕະພິກຂີ້ຫນູລາວຍິງໄດ້ ແມ່ນມາຈາກ ທ. ນາລິນ, ທ. ອານັນ ອິນທະປັນຍາ ແລະ ທ. ອິນທະວົງ ຫລວງສາລາດD

ລາຍການດັ່ງກ່າວແມ່ນຈະແຂ່ງຂັນໃນລະຫວ່າງວັນທີ 1-3 ກໍລະກົດ 2015 ໂດຍມີ 8 ທີມເຂົ້າຮ່ວມໃນນັ້ນປະກອບມີ 5 ປະເທດຈາກອາຊຽນ ຄື : ທີມຊາດລາວ , ທີມຊາດໄທ , ທີມຊາດກຳປູເຈຍ , ທີມຊາດຫວຽດນາມ ແລະ ທີມຊາດມຽນມາ . ນອກນັ້ນຍັງມີທີມຊາດຍີ່ປຸ່ນ ແລະ ອີກ 2 ສະໂມສອນ ຢູ່ໃນປະເທດຍີ່ປຸ່ນ ເຂົ້າຮ່ວມແຂ່ງຂັນໂດຍແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນຫມົດຄັດເອົາທີມທີ່ມີຄະແນນດີທີ່ສຸດຜ່ານເຂົ້າໄປຊີງຊະນະເລີດ ແລະ ທີມອັນດັບ 2 ໄປຊີງອັນດັບ 3 . ເຊິ່ງລາວ ຢູ່ຮ່ວມກຸ່ມ B ປະກອບມີ ທີມຊາດໄທ ,ທີມຊາດມຽນມາ , ທີມຊາດລາວ ແລະ ສະໂມສອນ ຊານເຟດເຊ ຮີໂຣຊີມາ ເອັຟຊີ .


ນັດທີ 2 ຈະມີຂຶ້ນ ໃນມື້ອື່ນ 2 Jul 2015 Myanmar Vs Laos 10:10
ແລະ ນັດສຸດທ້າຍ ວັນທີ 3 Jul 2015 Laos Vs Sanfrecce Hiroshima Fc 14:40
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment