ທຶນໄປແລກປ່ຽນຢູ່ປະເທດ ຢິ່ປຸ່ນ NIYE ປີ 2015 ເປີດຮັບສະມັກແລ້ວ !


ເຖິງ: ນັກຮຽນຊັ້ນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ທັງໝົດ ໃນທົ່ວປະເທດລາວ
ເລື່ອງ: ເປີດຮັບສະໝັກນັກຮຽນເພື່ອເປັນຕົວແທນຈາກປະເທດລາວເຂົ້າຮ່ວມໂຄງການແລກປ່ຽນວັດທະນາທໍາຢູ່ປະເທດຢີ່ປຸ່ນ (NIYE 2015)
ສະມາຄົມອະດີດນັກສຶກສາລາວຈາກຍີ່ປຸ່ນ (ສອລຍ) ຂໍເຊີນນ້ອງນັກຮຽນຊັ້ນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ທີ່ມີອາຍຸແຕ່ 13 ເຖິງ 15 ປີ ໃນທົ່ວປະເທດ ເຂົ້າຮ່ວມການສອບເສັງ ຄັດເລືອກຕົວແທນຈາກປະເທດລາວຈໍານວນ 6 ຄົນ ເພື່ອເຂົ້າຮ່ວມໂຄງການທັດສະນະສຶກສາ ແລະ ແລກປ່ຽນວັດທະນະທໍາ ຢູ່ປະເທດຢີ່ປຸ່ນ ພາຍໃຕ້ ໂຄງການ N.I.Y.E (National Institute for Youth Education) Junior Program ໃນຊ່ວງວັນທີ 20 – 30 ຕຸລາ 2015, ເປັນໄລຍະເວລາ 10 ວັນ, ໂດຍທາງໂຄງການຈະຮັບຜິດຊອບ ຄ່າໃຊ້ຈ່າຍໃນການເດີນທາງ ແລະ ຄ່າໃນການເຂົ້າຮ່ວມກິດຈະກໍາທັງໝົດ ລະຫວ່າງຢູ່ໃນປະເທດຍີ່ປຸ່ນ. 

ລາຍລະອຽດເພີ່ມຕື່ມ ອ່ານໄດ້ທີ່: http://www.jaol.org

ປິດຮັບສະມັກ: 27 ກໍລະກົດ 2015
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment