ຈະເປີດໂຮງຮູບເງົາທັນສະໄໝ ຢູ່ລາວໃນທ້າຍເດືອນກໍລະກົດນີ້ !




ບໍລິສັດເມເຈີ ພລາດທິນຳ ຊີນີເພລັກ ກຣຸບຈຳກັດ, ຈະເປີດໂຮງຮູບເງົາ ເມເຈີ ພລາດທິນຳ ຊີນີເພລັກ ບາຍ ຮວາເຫວີຍ( MAJOR PLATINUM CINE PLEX BY HUAWEI ) ຊຶ່ງ ເປັນໂຮງຮູບເງົາທັນສະໄໝລະດັບສາກົນແຫ່ງທ ຳອິດຢູ່ລາວ ໃນທ້າຍເດືອນກໍລະກົດນີ້, ໂດຍພິທີຖະແຫຼງຂ່າວໄດ້ມີຂຶ້ນ ໃນວັນທີ 29 ມິຖຸນານີ້, ຢູ່ໂຮງແຮມເສດຖາປາລາຊ ນະຄອນຫຼວງວຽງຈັນ ທ່ານ ວິຊາ ພູນວໍຣະສັກ ປະທານກຳ ມະການບໍລິຫານບໍລິສັດດັ່ງກ່າວຖະແຫຼງວ່າ: ປັດຈຸບັນ ເມເຈີ ພລາດທິນຳ ຊີນີເພລັກ ກຣຸບ ຈຳກັດ, ມີ ໂຮງຮູບເງົາທັງໝົດ 544 ແຫ່ງ ແລະ ກຽມຈະຂະຫຍາຍເພີ່ມເປັນພັນແຫ່ງໃນປີນີ້, ໃນນັ້ນ ຢູ່ປະໄທມີຫຼາຍກວ່າ100 ແຫ່ງ ນອກນັ້ນ ຍັງມີຢູ່ປະເທດອື່ນໆ, ສ່ວນການກ່ໍສ້າງໃນລາວແມ່ນການຮ່ວມມືລະຫວ່າງ ເມເຈີ ຊີນີເພລັກ ແລະ ພລາດທິນຳຊີນີ ເພລັກ, ຊຶ່ງສະຖານທີຕັ້ງຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 4 ມີທັງໝົດ 5 ໂຮງ, ໃນນັ້ນມີໂຮງຮູບເງົາ 3 ມິຕິ 1 ໂຮງ ສາມາດ ບັນຈຸຄົນໄດ້ຫຼາຍກວ່າພັນຄົນ, ມາຮອດປັດຈຸບັນການກໍ່ສ້າງຖືວ່າສຳເລັດ 100% ແລະ ພ້ອມທີ່ຈະເປີດໃຫ້ບໍລິການໃນທ້າຍ ເດືອນກໍລະກົດນີ້ ແລະ ເຊື່ອວ່າການເປີດໂຕໂຮງ ຮູບເງົາດັ່ງກ່າວຈະເຮັດໃຫ້ວັດທະນະທຳການຮັບຊົມຮູບເງົາຂອງລາວປ່ຽນໄປ ໂດຍສະເພາະ ແມ່ນທາງເລືອກໃນການຮັບຊົມຮູບເງົາຈາກແຕ່ ກ່ອນຮັບຊົມຢູ່ເຮືອນ ແຕ່ໂຮງຮູບເງົາດັ່ງກ່າວເຮັດໃຫ້ທ່ານ ໄດ້ຮັບຊົມຮູບເງົາໃນທົ່ວໂລກ, ຊຶ່ງມີຄວາມຕື່ນເຕັ້ນສົມຈິງ ທັງພາບ ແລະ ສຽງ, ແຕ່ລາຄາຍ່ອມເຍົາທຸກຄົນສາມາດຈ່າຍໄດ້, ຊຶ່ງນອກຈາກ ຄວາມສວຍງາມທັນສະໄໝແລ້ວ, ພວກເຮົາຍັງເນັ້ນຄວາມສະດວກສະບາຍໃນການຮັບຊົມ ເຊັ່ນ: ຕັ່ງນັ່ງ, ຫ້ອງນ້ຳ ແລະ ອາຫານຫວ່າງຕ່າງໆ, ພ້ອມນັ້ນ ທາງບໍລິສັດຍັງເປີດໂອກາດໃຫ້ຜູ້ທີ່ສົນໃຈຮ່ວມງານ ເພື່ອຈະຊ່ວຍສ້າງວຽກ ເຮັດງານທຳໃຫ້ປະຊາຊົນລາວນຳອີກ.
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment