ມາດຕະການແກ້ໄຂ ປັນຫາລົດຄາກັນ ໃນນະຄອນຫຼວງວຽງຈັນ



ປັດຈຸບັນ ຈະສັງເກດເຫັນວ່າ ການສັນຈອນໄປມາຕາມທ້ອງຖະໜົນຫລວງ ພາຍໃນນະຄອນຫລວງວຽງຈັນ ນັບມື້ນັບສັບສົນອັນເກີດຈາກຫລາຍ ສາເຫດເຊັ່ນ: ການຂາຍເຄື່ອງຕາມທາງຍ່າງ (ຖະໜົນເສັ້ນທາງຄູວຽງ), ການຈອດລົດບໍ່ເປັນລະບຽບ ຕາມແຄມທາງ, ຂອບທາງ ທີ່ບໍ່ອະນຸຍາດໃຫ້ຈອດ ຖືເປັນສາເຫດສຳຄັນໜຶ່ງ ທີ່ເຮັດໃຫ້ເກີດບັນຫາລົດແອອັດ ໃນເວລາຮີບດ່ວຍ ໂດຍສະເພາະ ຢູ່ຕາມສຳນັກງານອົງການ, ເສັ້ນທາງບໍລິເວນຕະຫລາດເຊົ້າ ຖືເປັນພາບລັກທີ່ບໍ່ຈົບບໍ່ງາມ ແລະ ສົ່ງຜົນກະທົບໂດຍກົງຕໍ່ການຈັດຕັ້ງ ປະຕິບັດຄຳຂວັນ 6 ສ ໂດຍສະເພາະ  ສະອາດ.

ຕໍ່ກັບບັນຫາທີ່ກ່າວມານັ້ນ
 ເມື່ອບໍ່ດົນມານີ້ ທີມງານຄໍລຳວຽງຈັນສະອາດ ໄດ້ມີໂອກາດຮັບຟັງຄຳຊີ້ແຈງ ແລະ ວິທີແກ້ໄຂບັນຫານີ້ ຈາກ ທ່ານ ດຣ. ບຸນຈັນສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວ່າ: ຢູ່ນະຄອນຫລວງວຽງຈັນ ໄດ້ມີຂໍ້ຕົກລົງວ່າດ້ວຍ ການເກັບເງິນຄ່າບໍລິການ ສະຖານທີ່ຈອດລົດ ຂອງ ທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ສະບັບເລກທີ 386/ ຈນວ, ລົງວັນທີ 15/8/2007 ໂດຍມອບໃຫ້ ອພບ, ຫົວໜ້າພະແນກຍທຂ, ປກສ ນະຄອນຫລວງ, ເຈົ້າເມືອງທີ່ກ່ຽວຂ້ອງ ຄົ້ນຄວ້າອອກຂໍ້ແນະນຳລະອຽດ ແລະ ຈັດຕັ້ງນຳພາການຈອດລົດຕາມແຄມທາງ ໃຫ້ມີປະສິດທິຜົນໃນນັ້ນ ຢູ່ມາດຕາ 2 ຂອງຂໍ້ຕົກລົງສະບັບດັ່ງກ່າວ ໄດ້ກຳນົດຈຸດຈອດ ພ້ອມທັງຄ່າບໍລິການຈອດລົດ ຕາມແຄມທາງຈຳນວນ 18 ຈຸດ, ແຕ່ລະຈຸດໄດ້ກຳນົດ ຈຳນວນລົດທີ່ອະນຸຍາດ ໃຫ້ເຂົ້າຈອດຢ່າງຈະແຈ້ງເຊັ່ນ: ຢູ່ຖະໜົນໜອງບອນ ຈຸດກະຊວງ ປກສ ກຳນົດໃຫ້ຈອດ 87 ຄັນ, ທາງຮ່ອມຫັດສະດີ ຈຸດ ກົມຕໍມໍ ກຳນົດໃຫ້ຈອດ 30 ຄັນ, ຮ່ອມຫັດສະດີ ຈຸຸດຕະຫລາດເຊົ້າໃຫ້ຈອດ 50 ຄັນ ແລະ ຈຸດອື່ນໆ ກໍໄດ້ກຳນົດ ເຊັ່ນ ດຽວກັນນີ້, ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ປະກົດເຫັນວ່າ ມີການອະນຸຍາດ ແລະ ເກັບເງິນຄ່າຈອດລົດຊ້ອນສອງ, ຊ້ອນສາມ, ລ້ຳເຂດທີ່ໄດ້ຈັດສັນ ແລະ ເກີນຄວາມສາມາດ ຮັບໄດ້ຂອງພື້ນທີ່ອະນຸຍາດຈອດລົດ, ຍິ່ງໄປກວ່ານັ້ນ ຍັງສ້າງເປັນບ່ອນຈອດລົດຈັກຕື່ມເຊັ່ນ: ຢູ່ຖະໜົນໜອງບອນ ຊຶ່ງການກະທຳດັ່ງກ່າວ ໄດ້ກະທົບໂດຍກົງ ຕໍ່ການສັນຈອນໄປມາ ຂອງລົດຜ່ານຈຸດດັ່ງກ່າວ.
ທ່ານ ດຣ. ບຸນຈັນ ສິນທະວົງ ກ່າວຕື່ມວ່າ: ໃນພາກປະຕິບັດຕົວຈິງ ກະຊວງ ຍທຂ ໄດ້ອະນຸມັດ ງົບປະມານ ຈຳນວນ 1 ຕື້ກວ່າກີບ ໃນເດືອນກໍລະກົດ ປີ 2013 ໃຫ້ນະຄອນຫລວງ ເພື່ອຈັດຕັ້ງປະຕິບັດໂຄງການລາກລົດ ທີ່ຈອດຜິດລະບຽບ ຕາມການສະເໜີແລ້ວ ເຊັ່ນດຽວກັນ ເພື່ອແກ້ໄຂບ້ນດາບັນຫາ ໃຫ້ມີຄວາມຍືນຍົງ ຈຳເປັນ ຕ້ອງໄດ້ສ້າງລະບຽບການ ການລາກລົດ ແລະ ກຳນົດຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນຄື: ຕຳຫລວດຈະລາຈອນ ເປັນຜູ້ອອກໃບສັ່ງລາກລົດ ແລະ ອອກໃບສັ່ງເສຍຄ່າປັບ​ໄໝ ຕາມດຳລັດວ່າດ້ວຍການປັບ​ໄໝ (ບໍ່ເຈລະຈາ, ບໍ່ຕໍ່ລອງ ແລະ ບໍ່ສຶກສາອົບຮົມ ກັບທີ່ຢ່າງ ເດັດຂາດ), ບໍລິສັດລາກລົດອາດເປັນ ບໍລິສັດເອກະຊົນ, ລັດວິສາຫະກິດ ມີໜ້າທີ່ລາກລົດທີ່ຈອດຜິດລະບຽບ ໄປໄວ້ລານກັກລົດຕາມໃບສັ່ງ, ທະນາຄານເປັນຜູ້ ເກັບເງິນຄ່າ ໃບປັບໄໝເຂົ້າບັນຊີກອງທຶນ ຕາມໃບສັ່ງປັບໄໝ ແລະ ໂອນສ່ວນແບ່ງຄ່າປັບໄໝ ໄປໃຫ້ແຕ່ລະພາກສ່ວນ ຕາມອັດຕາສ່ວນທີ່ຂັ້ນ ເທິງຕົກລົງອະນຸມັດ, ໃນກໍລະນີບໍ່ຍອມເສຍຄ່າປັບໄໝ ຕາມກຳນົດເວລາ ຕຳຫລວດຈະລາຈອນ ຈະສົ່ງເລື່ອງໃຫ້ສານ ດຳເນີນຄະດີ ຕາມລະບຽບການ, ພະແນກ ຍທຂນະຄອນຫລວງ ເປັນກຳມະການກາງ ຕິດຕາມການຈັດຕັ້ງປະຕິບັດ ລະບຽບການຂອງແຕ່ລະພາກສ່ວນ.

ຂປລ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment