ຮັບສະມັກ ນັກສຶກສາ ມຊ ເພື່ອເຂົ້າຮ່ວມໂຄງການ ແລກປ່ຽນ ທີ່ມະຫາໄລ ມະຫາສາຣະຄາມ !



Call for Application: 1st Passage To ASEAN (P2A) Student Ambassadors Workshop and Forum

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບວ່າ ມະຫາວິທະຍາໄລມະຫາສາຣະຄາມ (Mahasarakham University), ປະເທດໄທ ຈະຈັດສໍາມະນາຊາວໜຸ່ມອາຊຽນ (1st Passage To ASEAN (P2A) Student Ambassadors Workshop and Forum) ແລະ ກໍາລັງເປິດຮັບສະໝັກນັກສຶກສາຈາກບັນດາມະຫາວິທະຍາໄລໃນປະເທດຊະມາຊິກອາຊຽນເພື່ອໄປເຂົ້າຮ່ວມງານສໍາມະນານີ້ ເຊິ່ງຈັດໃນລະຫວ່າງວັນ 2-6 ສິງຫາ 2015 ທີ່ ປະເທດໄທ. ຜູ້ທີ່ສົນໃຈສະໝັກເຂົ້າຮ່ວມງານດັ່ງກ່າວນີ້ແມ່ນໃຫ້ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງໃຫ້ ອຈ. ສຸບິນ ສີສະຫວັດ, ຫ້ອງການພົວພັນຕ່າງປະເທດ ຫຼື ສົ່ງຜ່ານທາງອີເມວ: soubinlpdr@gmail.com, ພາຍໃນຕອນເຊົ້າວັນສຸກທີ 24 ກໍລະກົດ 2015.
v  ເງື່ອນໄຂຜູ້ສະໝັກ:
  1. ຕ້ອງເປັນນັກສຶກສາ ມຊ ຮຽນ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 2.50 ຂື້ນໄປ,
  2. ຕ້ອງມີໜັງສືເດີນທາງ (
  3. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ,
  4. ມີຄວາມຮູ້ກ່ຽວກັບ ASEAN, AEC, Culture and Language of ASEAN ແລະ
  5. ມີພອນສະຫວັນໃນການສະແດງສິລະປະເຊັ່ນ: ຟ້ອນ, ຮອງເພງ ຫຼື ການສະແດງອື່ນໆທີ່ສື່ເຖິງວັນທະນະທໍາລາວ
  6. ມີຄວາມສາມາດໃນການຮັບຜິດຊອບຄ່າໃຊ້ຈ່າຍໃນການເດີນທາງໄປ-ກັບ ດວ້ຍຕົນເອງ

ການສໍາພາດຄັດເລືອກຈະໄດ້ຈັດຂື້ນໃນ ເວລາ 14: 00 ໂມງ, ວັນສຸກ ທີ 24 ກໍລະກົດ 2015 ທີ່ ຫ້ອງ103 ຫ້ອງການພົວພັນຕ່າງປະເທດ, ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງມະຫາວິທະຍາໄລເຈົ້າພາບ ທີ່ປະເທດໄທ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ. ນັກສຶກສາສາມາດດາວໂຫລດແບບຟອມສະໝັກ ແລະ ຂໍ້ມູນເພີ່ມເຕີມໄດ້ທີ່: 

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment