ຈັດງານລ້ຽງສົ່ງນັກສຶກສາ ລາວ ຈໍານວນ 20 ຄົນ ໄປສຶກສາຕໍ່ທີ່ປະເທດ ຢີ່ປຸ່ນ !



ໃນວັນທີ 5 ສິງຫາ 2015 ນີ້, ຢູ່ນະຄອນຫລວງວຽງຈັນ ທ່ານ ຮີໂຮະຢູກິ ຄິຊິໂນະ ເອກອັກຄະຣາຊະ ທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ປະເທດຢີ່ປຸ່ນ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງສົ່ງ ໃຫ້ແກ່ນັກສຶກສາລາວ ເຊິ່ງຈະເດີນທາງ ໄປສຶກສາຕໍ່ທີ່ປະເທດ ຢີ່ປຸ່ນ ພາຍໃຕ້ທຶນການສຶກສາ 2 ໂຄງການ ຂອງລັດຖະບານຢີ່ປຸ່ນ (JDS ແລະ YLP) ໃນງານລ້ຽງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ. ປອນເມກ ດາລາລອຍ ປະທານສະມາຄົມມິດຕະ ພາບລາວ-ຢີ່ປຸ່ນ, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານສະມາຄົມມິດຕະພາບ ລາວ-ຢີ່ປຸ່ນ, ທ່ານ ດຣ. ສົມພູ ດວງສະຫວັນ ປະທານສະມາຄົມມິດຕະ ພາບລັດຖະສະພາ ລາວ-ຢີ່ປຸ່ນ,  ທ່ານ ຢູຊຶເກະ ມູຣະກະມິ ຫົວໜ້າຫ້ອງການໄຈກາ ປະຈຳ ລາວ, ພ້ອມດ້ວຍເຈົ້າໜ້າທີ່ ກ່ຽວຂ້ອງເຂົ້າຮ່ວມ.
ທຶນການສຶກສາ ດ້ານການພັດທະນາຊັບພະຍາກອນມະນຸຸດ JDS ແມ່ນທຶນການຊ່ວຍເຫລືອລ້າທີ່ສະໜອງ ໃຫ້ລັດຖະກອນລາວໄປສຶກສາ ໃນລະດັບປະລິນຍາໂທ ເປັນໄລຍະ 2 ປີ ທີ່ມະຫາວິທະຍາໄລຍີ່ປຸ່ນ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ.ໂຄງການນີ້ເລີ່ມແຕ່ປີ 1999 ເປັນຕົ້ນມາ, ມາຮອດປັດຈຸ ບັນມີນັກສຶກສາລາວ 334 ຄົນ ທີ່ໄດ້ຮັບທຶນການສຶກສາດັ່ງກ່າວ. ນັກສຶກສາທີ່ໄດ້ຮັບທຶນ JDS ປີນີ້ມີຈຳນວນ 20 ຄົນ ຈະໄດ້ໄປສຶກສາ ແລະ ເຮັດຄົ້ນຄວ້າໃນຂະແໜງການຕ່າງໆ ທີ່ປະເທດຢີ່ປຸ່ນ ແລະ ໂຄງການ ຜູ້ນຳໄວໜຸ່ມ YLP ມີ ຈຸດປະສົງເພື່ອເສີມສ້າງຄວາມເປັນຜູ້ນຳໃນອະນາຄົດ ໃຫ້ແກ່ລັດຖະກອນໄວຫນຸ່ມ. ນັບແຕ່ປີ 2001 ເປັນຕົ້ນມາ ລັດ ຖະກອນລາວ ຈຳນວນ 51 ຄົນ ໄດ້ຮັບທຶນການສຶກສາດັ່ງກ່າວ ເພື່ອສຶກສາໃນລະດັບປະລິນຍາໂທ ເປັນໄລຍະເວລາ 1 ປີ ໃນ 5 ຂະແໜງເຊັ່ນ:  ນະໂຍບາຍການບໍລິຫານ ແລະ ການປົກຄອງ, ບໍລິຫານທຸລະກິດ, ກົດໝາຍແລະ ສາທາ ລະນະສຸກ.
ໃນໄລຍະ 20 ປີ ທີ່ຜ່ານມາ ລັດຖະບານຢີ່ປຸ່ນໄດ້ ໃຫ້ທຶນການສຶກສາແກ່ນັກສຶກສາລາວ ປະມານ 1.000 ຄົນ ໂດຍຜ່ານຫລາຍໆໂຄງການທຶນການສຶກສາ.
ຂປລ






Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment