ລັດຖະບານອະນຸມັດ ເຂດພັດທະນາ ນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ !



ຂປລ. ລັດຖະບານ ລາວ ອະນຸຍາດ ໃຫ້ ນັກ ລົງທຶນ ຍີ່ປຸ່ນ ເຂົ້າ ໄປ ພັດທະນາ ແລະ ສ້າງ ຕັ້ງ ເປັນ ເຂດ ເສດຖະກິດ ສະ ເພາະ ໜຶ່ງ ທີ່ ຂຶ້ນ ກັບ ເຂດ ເສດຖະກິດ ພິ ເສດ ແຂວງຈໍາປາ ສັກ ຢູ່ 2 ເມືອງປະທຸມ ພອນ ແລະ ບາ ຈຽງ ຈະ ເລີ ນສຸກ ເຊິ່ງພິທີ ເຊັນ ສັນຍາ ຢ່າງ ເປັນ ທາງ ການ ວ່າ ດ້ວຍ ການ ພັດທະນາ ເຂດ ນິຄົມ ອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ເອັສ ເອັມອີ ໄດ້ ຈັດ ຂຶ້ນ ໃນ ວັນ ທີ 5 ສິງຫາ 2015 ຢູ່ ນະຄອນຫລວງ ວຽງ ຈັນ ໂດຍ ໃຫ້ ກຽດ ເຂົ້າ ຮ່ວມ ຂອງ ທ່ານ ສອນ ໄຊ ສີ ພັນ ດອນ ລັດຖະມົນຕີ ຫົວໜ້າ ຫ້ອງການ ລັດຖະບານ, ທ່ານນາງ ບຸນ ເພັງ ມູນ ໂພ ໄຊ ລັດຖະມົນຕີ ປະ ຈໍາ ຫ້ອງ ວ່າການ ລັດຖະບານ, ຮອງ ປະທານ ຜູ້ ປະ ຈໍາ ການ ຄະນະ ກໍາມະການ ແຫ່ງ ຊາດ ເພື່ອ ຄຸ້ມ ຄອງ ເຂດ ເສດຖະກິດ ພິ ເສດ ແລະ ເຂດ ເສດຖະກິດ ສະ ເພາະ (ຄຂພສ), ທ່ານ ດຣ. ບຸນ ຖອງ ດີ ວິ ໄຊ ເຈົ້າ ແຂວງ ໆຈໍາປາ ສັກ, ທ່ານ ເຈົ້າ ເມືອງ, ຕາງໜ້າ ນັກທຸລະກິດ ຍີ່ປຸ່ນ ແລະ ເຈົ້າ ໜ້າ ທີ່ ກ່ຽວຂ້ອງ ເຂົ້າ ຮ່ວມ ຢ່າງ ພ້ອມພຽງ.

ຈຸດປະສົງ ຂອງ ການ ສ້າງ ຕັ້ງ ເຂດ ດັ່ງກ່າວ ນີ້ ເພື່ອ ອໍານວຍ ຄວາມ ສະດວກ ແລະ ເປັນ ຖານ ຮອງ ຮັບ ໃຫ້ການ ດຶງ ດູດ ການ ລົງທຶນ ຈາກ ຕ່າງປະ ເທດ ,ໂດຍ ສະ ເພາະ ບໍລິສັດ ແລະ ວິ ສາ ຫະກິດ ຕ່າງໆ ຈາກ ປະ ເທດ ຍີ່ປຸ່ນ ເຂົ້າ ມາ ດໍາ ເນີນ ການ ຜະລິດ, ທຸລະ ກິດ ແລະ ການ ບໍລິການ ຕ່າງໆ ເພື່ອ ຜະລິດ ສິນຄ້າ ສົ່ງ ອອກ, ຈໍາໜ່າຍ ພາຍ ໃນ ແລະ ສ້າງ ວຽກ ເຮັດ ງານ ທໍາ ໃຫ້ ປະຊາຊົນ ພາຍ ໃນ ຕິດ ພັນ ກັບ ການ ປົກ ປັກ ຮັກສາ ສິ່ງ ແວດ ລ້ອມ. ໃນ ເບື້ອງ ຕົ້ນ ແຂວງ ຈໍາປາ ສັກ ໄດ້ ກໍານົດ ເຂດ ນິຄົມ ອຸດສາຫະກໍາ ໃນ ເນື້ອ ທີ່ ທັງ ໝົດ 1.245 ເຮັກຕາ ໃນ ນັ້ນ ໄດ້ ຮັບ ອະນຸຍາດ ຈາກ ລັດຖະບານ ແລ້ວ ຈໍານວນ 195 ເຮັກຕາ ເພື່ອ ສ້າງ ເປັນ ນິຄົມ ອຸດສາຫະກໍາ ປາກ ເຊ-ຍີ່ປຸ່ນ ສ່ວນ ເຫລືອ ຈະ ໄດ້ ສືບ ຕໍ່ ນໍາ ສະ ເໜີ ລັດຖະບານ ເພື່ອ ສ້າງ ເປັນ ນິຄົມ ອຸດສາຫະກໍາ ຂະໜາດ ກາງ ແລະ ຂະໜາດ ໃຫຍ່.


ເຂດ ນິຄົມ ອຸດສາຫະກໍາ ປາກ ເຊ-ຍີ່ປຸ່ນ ເອັສອີຢູ່ ແຂວງ ຈໍາປາ ສັກ ເຊິ່ງ ຈະ ລົງທຶນ ເບື້ອງ ຕົ້ນ ເຂົ້າ ໃນ ການ ພັດທະນາ ໂຄງການ ປະມານ 62 ລ້ານ ໂດ ລາ ສະຫະລັດ ໃນ ເນື້ອ ທີ່ ສໍາ ປະທານ 195 ເຮັກຕາ ພາຍ ໃນ ໄລຍະ 50 ປີ.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment