ສາເຫດທີ່ພາໃຫ້ມີໄຂມັນໃນເສັ້ນເລືອດຫລາຍ !



ໄຂ​ມັນ​ໃນ​ຮ່າງກາຍ​ຂອງຄົນ​ເຮົາ ​​ເກີດ​ມາ​ຈາກ​ອາຫານ​ທີ່​ກິນ​​ໃນ​ແຕ່​ລະ​ມື້​,​ ອາຫານ​ທຸກ​ຄາບ​ແລ້ວ​​ແຕ່​ມີ​ໄຂ​ມັນ​ເປັນ​ສ່ວນ​ປະກອບ​​ໄດ້​ແກ່​ໄຂມັນ​​ນຳຊີ້ນສັດ​ ແລະ​​ ໄຂມັນ​ນຳພືດ ​​ເຊິ່ງກະ​ເພາະ​ອາຫານ​ ແລະ ລຳ​ໃສ້​​ ເຮັດໜ້າ​ທີ່​ຍ່ອຍ​​ແລ້ວ​ດູດ​ຊຶມ​ເຂົ້າ​ສູ່​ເສັ້ນ​ເລືອດ ຫລັງ​ຈາກນັ້ນ ຮ່າງກາຍ​ຈະ​ນຳ​​ໄປ​ໃຊ້​ເປັນ​ພະລັງງານທີ່​ມີ​ປະ​ໂຫຍ​ດ, ​ ແຕ່​ຖ້າ​ໄຂມັນ​ໃນ​ຮ່າງກາຍ ​ມີ​ຫລາຍ​ເກີນ​ໄປກໍ​ບໍ່​ສາມາດ​ປ່ຽນ​ເປັນ​ພະລັງງານ​ໄດ້​ໝົດ ຈຶ່ງ​ຖືກ​​ເກັບ​ສະ​ສົມ​​ໄວ້​ໃນ​ຮ່າງກາຍ ​ແລະ ​ເຮັດ​ໃຫ້​ເຮົາ​ຕຸ້ຍ​ຂຶ້ນ​ໂດຍ​ບໍ່​ຮູ້​ໂຕ.

 ​ໄຂມັນ​ໃນ​ເສັ້ນ​ເລືອດ​ມີ 2 ປະ​ເພດ​ຄື:​ໄຂມັນ​ຄໍ​ເລສ​ເຕີຣໍ ຕາມ​ປົກ​ກະຕິ​​ແລ້ວ​ໃນ​ຮ່າງກາຍ​ຈະ​ມີ​ປະມານ 150-200 ມິ​ລິ​ກຣາມ ​ແລະ ​ໄຕຣກີ​ເຊີ​ໄຣ ປະ​ມານ 100 ມິ​ລິ​ກຣາມ, ດັ່ງ​ນັ້ນ​ ຖ້າ​ໄຂມັນ​ໂຄ​ເລັສ​ເຕີຣໍ​ ໃນ​ຮ່າງກາຍ​ມີ​ຫລາຍ​ກວ່າ 200 ​ແລະ ໄຕຣກີ​ເຊີ​ໄຣ ຫລາຍກວ່າ 100 ຈະ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ສົ່ງ​ຜົນ​ເຮັ​ດ​ໃຫ້​ຫົວ​ໃຈ​ຂາດ​ເລືອດ​, ເສັ້ນ​ເລືອດ​ຕັນ ​ແລະ ​ເປັນອັນຕະລາຍ​ເຖິງ​ແກ່​ຄວາມ​ຕາຍ​ໄດ້. ​​ແຕ່​ກົງກັນຂ້າມ ​ຖ້າການ​ໄຫລ​ວຽນຂອງ​ເລືອດຊັກ​ຊ້າ​ລົງຈະ​ເຮັດ​ໃຫ້​ໄຂມັນ ​ໄປ​ເກາະ​ຕິດຕາມ​ເສັ້ນ​ເລືອດ​​​​ພາ​ໃຫ້​ເສັ້ນ​ເລືອດ​ແຂງ ​ແລະ ​ໜາ​ຂຶ້ນ​​ໄດ້ ​ເຊິ່ງ​ເປັນສາ​ເຫດ​ພາ​ໃຫ້​ເລືອດ​ລຳລຽງ​ໄປ​ລ້ຽງສະໝອງ ​ແລະ ຫົວ​ໃຈນ້ອຍ​ລົງ​. ​ພະຍາດ​ນີ້​ສາມ​າດປ້ອງກັນ​ໄດ້​ດ້ວຍ​ຕົນ​ເອງ​ຄື ອອກກຳລັງ​ກາຍ​ໃຫ້​ສະ​ໝ່ຳສະ​ເໝີ, ກວດ​​ເບິ່ງໄຂມັນ​ຕະຫລອດ, ​​ເຊົາສູບຢາ, ​ບໍ່​ກິນ​ອາຫານທີ່​ມີ​ໄຂ​ມັນ​ຫລາຍ​ເຊັ່ນ:​ ບໍ່​ກິນ​ຊີ້​ນສັດທີ່​ມີ​ໄຂມັນ​ຫລາຍ, ຂະໜົມຫວານ, ກະທິ​ໝາກພ້າວ, ​ໄຂ່​ແດງ, ສະໝອງ​ສັດ, ຊາ, ກາ​ເຟ ​ແລະ ​ເຄື່ອງ​ດື່ມ​ທີ່​ມີ​ສານ​ເຫລົ້ານີ້​ເປັນ​ຕົ້ນ.

ຂປລ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment