ໄດ້ຜູ້ກໍ່ສ້າງແລ້ວ... ເສັ້ນທາງລົດໄຟຄວາມໄວສູງ ຈາກເມືອງໂພນໂຮງ ເຖິງ ນະຄອນຫຼວງວຽງຈັນ !


ພິ­ທີ​ເຊັນ​ສັນ­ຍາ​ການ​ກໍ່­ສ້າງ​ຊ່ວງ​ທີ 6 ແລະ​ສັນ­ຍາ​ທີ່​ປຶກ­ສາ​ທີ 3, ໂຄງ­ການທາງ​ລົດ­ໄຟ ລາວ-ຈີນ ໄດ້​ມີ​ຂຶ້ນ​ໃນ​ວັນທີ 23 ທັນ­ວາ 2015 ທີ່​ກະ­ຊວງ​ໂຍ­ທາ​ທິການແລະ​ຂົນ­ສົ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ ພ້ອມນີ້​ກໍ​ມີ​ບັນ­ດາ​ທ່ານ​ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າການ, ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງຈັນ, ຮອງ​ເຈົ້າ­ແຂວງ​ວຽງ​ຈັນ ແລະ​ບັນດາ​ແຂກ​ທີ່​ຖືກ​ເຊີນ​ຈຳ­ນວນ​ໜື່ງ​ເຂົ້າຮ່ວມ.
   ຕາມ​ຂໍ້​ມູນ​ຈາກ​ກະ­ຊວງ​ໂຍ­ທາ​ທິການ ແລະ​ຂົນ­ສົ່ງ​ໃຫ້​ຮູ້​ວ່າ­ການ​ເຊັນ​ສັນຍາ​ຄັ້ງ​ນີ້ ແມ່ນ​ທ່ານ ຈ່າວ​ສຽງ ຫົວ­ໜ້າຄະ­ນະ​ກະ­ກຽມຮ່ວມ​ໂຄງ­ການ​ທາງ​ລົດ­ໄຟ​ລາວ-ຈີນ ໄດ້​ຕາງ­ໜ້າ​ໃຫ້​ແກ່​ບັນ­ດາ​ຜູ້​ລົງ­ທຶນ​ລົງນາມ​ຮ່ວມ​ກັບ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ ໂດຍແມ່ນ ທ່ານ ເຕິ່ງ​ຢວນ​ຟາ ປະ­ທານ​ບໍ­ລິ­ສັດລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ​ທາງ​ລົດ­ໄຟ​ເລກ 2 ສປ ຈີນ, ໃນ​ສັນ­ຍາ​ການ​ກໍ່­ສ້າງ​ຊ່ວງ​ທີ 6 ແລະ​ໄດ້​ລົງ​ນາມ​ຮ່ວມກັບ​ບໍ­ລິ­ສັດ​ທີ່​ປຶກສາ ໂດຍ​ແມ່ນ ທ່ານ ຈູ້ ເຊີ​ໂຈ ປະ­ທານ​ບໍ­ລິ­ສັດ​ທີ່​ປຶກ­ສາ​ວິ­ສະ­ວະ­ກຳ​ກໍ່­ສ້າງ​ທາງ​ລົດ­ໄຟ​ສາງ​ເສີງ​ເຫີ​ນານໃນ​ສັນ­ຍາ​ທີ່​ປຶກ­ສາທີ 3.
   ໃນ​ການ​ເຊັນ​ສັນ­ຍາ​ການ​ກໍ່­ສ້າງ ແລະ ທີ່​ປຶກ­ສາ​ໃນ​ຄັ້ງ​ນີ້​ໄດ້​ກວມ​ເອົາ​ໄລ­ຍະທາງ​ລົດ­ໄຟ​ທີ່​ມີ​ລວງ​ຍາວ 65,7 ກີ​ໂລແມັດ ໂດຍ​ເລີ່ມ​ແຕ່​ກິ­ໂລ­ແມັດ 343+ 300 (ເມືອງ​ໂພນ​ໂຮງ ແຂວງ​ວຽງຈັນ) ຫາ​ກິ­ໂລ­ແມັດ 409+000 (ສະ ຖາ​ນີ​ນະ­ຄອນ­ຫຼວງ​ວຽງ​ຈັນ), ຊຶ່ງ​ຫຼັງຈາກ​ການ​ເຊັນ​ສັນ­ຍາ​ແລ້ວ​ທາງ​ບໍ­ລິ­ສັດຜູ້​ຮັບ​ເໝົາ ແລະ​ບໍ­ລິ­ສັດ​ທີ່​ປຶກ­ສາ​ກໍ​ຈະ​ໄດ້​ກະ­ກຽມ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ໄວໆ​ນີ້.
   ສຳ­ລັບ​ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟລາວ-ຈີນ ແມ່ນ​ໄດ້​ມີ​ການ​ວາງ​ສີ​ລາ​ລືກ​ກໍ່ສ້າງ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 2 ທັນ­ວາ 2015 ເພື່ອ​ເປັນ​ຜົນ­ງານ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສະ­ຖາ­ປະ­ນາ ສປປ ລາວ ຄົບ­ຮອບ 40 ປີ ໂດຍ​ເສັ້ນ­ທາງ​ສາຍ​ນີ້​ຈະ​ມີ​ຄວາມ​ຍາວທັງ​ໝົດ 427,2 ກິ­ໂລ­ແມັດ ນັບ​ແຕ່​ຊາຍແດນ​ຈີນ-ລາວ ຢູ່​ເຂດ​ບໍ່​ເຕັນ ແຂວງ​ຫຼວງນ້ຳ​ທາ​ມາ​ເຖິງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈົນ​ຮອດ​ຈຸດ​ຂົວ​ລົດ­ໄຟ​ເຊື່ອມ​ຕໍ່​ລາວ-ໄທແຫ່ງ​ໃໝ່ ຈັດ​ຢູ່​ໃນ​ປະ­ເພດ​ທາງ​ລົດ­ໄຟມາດ­ຕະ­ຖານ​ລະ­ດັບ 1 ຄວາມ​ກວ້າງຂອງ​ລາງ 1.435 ມິນ​ລິ​ແມັດ​ເປັນປະເພດ​ລາງ​ດ່ຽວ.
 ຄວາມ​ໄວ​ອອກ​ແບບ​ສຳ­ລັບ​ຂົນ­ສົ່ງໂດຍ­ສານ 160 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ​ສຳ­ລັບ​ຂົນ­ສົ່ງ​ໂດຍ­ສານ​ເຂດ​ທົ່ງ­ພຽງ (ແຕ່​ວັງ​ວຽງ-ນະ­ຄອນ­ຫຼວງ​ວຽງ​ຈັນ) 200 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ ສຳ­ລັບ​ຂົນສົ່ງ​ສິນ­ຄ້າ 120 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ ລະ­ບົບ​ການ​ຂັບ​ເຄື່ອນ​ດ້ວຍ​ໄຟ­ຟ້າ​ປະກອບ​ມີ​ສະ­ຖາ­ນີ 33 ແຫ່ງ ໃນ​ນີ້ ສະ​ຖານີ​ສຳ­ລັບ​ຫຼີກ​ທາງ​ລົດ­ໄຟ 21 ແຫ່ງ ສະຖາ​ນີ​ໂດຍ­ສານ 11 ແຫ່ງ ແລະ​ສະ­ຖາ­ນີ ສິນ­ຄ້າ 1 ແຫ່ງ.
   ໜ້າ​ວຽກ​ກໍ່­ສ້າງ​ຕົ້ນ­ຕໍ​ຈະ​ກໍ່­ສ້າງ​ຊັ້ນຍົກ​ລະ­ດັບ​ທາງ​ຍາວ 175 ກິ­ໂລ­ແມັດ ເທົ່າ​ກັບ 41% ຂອງ​ລວງ​ຍາວ​ທັງ​ໝົດ ກໍ່­ສ້າງ​ຂົວ 170 ແຫ່ງ ຍາວ 69 ກິ​ໂລ ແມັດ ເທົ່າ​ກັບ 16% ແລະ​ສ້າງ​ອູບ​ມຸງ 72 ແຫ່ງຍາວ 183 ກິ­ໂລ­ແມັດ ເທົ່າກັບ 43% ໄດ້​ກຳ­ນົດ​ຂອບ​ເຂດ​ການ​ນຳໃຊ້​ເນື້ອ­ທີ່​ດິນ​ທັງ​ໝົດ​ຂອງ​ໂຄງ­ການ 2 ປະ­ເພດ​ຄື: ນຳ​ໃຊ້​ຖາ­ວອນ​ສຳ­ລັບ​ແລວທາງ​ລົດ­ໄຟ ແລະ​ສະ­ຖາ­ນີ​ປະ­ມານ 3.058 ເຮັກ­ຕາ ນຳ​ໃຊ້​ຊົ່ວ­ຄາວ​ສຳ­ລັບ​ບໍ່ດິນ​ບໍ່​ຫີນ ແລະ​ສະ­ຖານ­ທີ່​ຮັບ​ໃຊ້​ໃນ​ເວລາ​ກໍ່­ສ້າງ 803 ເຮັກ­ຕາ ຂອບ​ເຂດ​ແລວທາງ​ລົດ­ໄຟ​ເບື້ອງ​ລະ 50 ແມັດ​ຈາກໃຈ­ກາງ​ທາງ​ລົດ­ໄຟ​ຄາດ​ວ່າ​ມູນ​ຄ່າ​ການລົງ­ທຶນ 38,7 ຕື້​ຢວນ ຫຼື 90,6 ລ້ານ ຢວນ​ຕໍ່​ກິ­ໂລ­ແມັດ ແລະ​ຈະ​ສ້າງ​ໃຫ້​ສຳເລັດ​ໃນ​ກຳ­ນົດ 5 ປີ. 
ແຫຼ່ງທີ່ມາ: ເສດຖະກິດ ສັງຄົມ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment