ເຊີນສະມັກ Study and Visit Japan’s Modernization and Post-War Experience 2016 !



ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາຊາບວ່າ ກະຊວງສຶກສາ, ວັດທະນະທໍາ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ ປະເທດຍີ່ປຸ່ນ (MEXT), ອົງການກິດຈະການນັກສຶກສາຍີ່ປຸ່ນ (JASSO) ຮ່ວມມືກັບ ມະຫາວິທະຍາໄລໂອະກະຢາມາ (Okayama University)ແລະ ເຄືອຂາ່ຍມະຫາວິທະຍາໄລອາຊຽນ (AUN) ຈັດໂຄງການທັດສະນະສຶກສາປະເທດຍີ່ປຸ່ນ ພາຍໃຕ້ໂຄງການ “Study and Visit Japan’s Modernization and Post-War Experience 2016”ລະຫວ່າງ 13-21 ມີນາ 2016.ຜູ້ທີ່ສົນໃຈສະໝັກເຂົ້າຮ່ວມໂຄງການດັ່ງກ່າວນີ້ແມ່ນໃຫ້ປະກອບແບບຟອມສະໝັກເຂົ້າສໍາພາດຄັດເລືອກ ແລະ ສົ່ງໃຫ້ ອຈ. ສຸບິນ ສີສະຫວັດ, ຫ້ອງການພົວພັນຕ່າງປະເທດ, ມຊ, ຜ່ານທາງອີເມວ: soubinlpdr@gmail.com ພາຍໃນວັນທີ 29 ມັງກອນ 2016. 
  1. ລົງທະບຽນ: http://goo.gl/forms/ORKHUaCw3v
  2. ແບບຟອມເຂົ້າສໍາພາດ: https://drive.google.com/file/d/0B-qGicuxyQubeURKNjk0cUk1Mmc/view?usp=sharing
v  ເງື່ອນໄຂຜູ້ສະໝັກ:
  1. ຕ້ອງເປັນນັກສຶກສາ ມຊ ຮຽນ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ ຂື້ນໄປ,
  2. ຕ້ອງມີໜັງສືເດີນທາງ ທີ່ບໍ່ທັນໝົດອາຍຸ,
  3. ສາມາດເວົ້າ ແລະ ຂຽນພາສາຍີ່ປຸ່ນ ຫຼື ພາສາອັງກິດໄດ້ໃນລະດັບດີ,
  4. ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ຄວາມຮູ້ທົ່ວໄປກ່ຽວກັບປະເທດຍີ່ປຸ່ນ, ແລະ
  5. ມີຄວາມສາມາດຮັບຜິດຊອບຄ່າໃຊ້ຈ່າຍໃນການທາງ ແລະ ວີຊາ ດວ້ຍຕົນເອງໄດ້.
ໝາຍເຫດ: ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບການຍົກເວັ້ນຄ່າໃຊ້ຈ່າຍສໍາລັບຄ່າເຂົ້າຮ່ວມໂຄງການ, ທີ່ພັກ, ອາຫານ ແລະ ການເດີນທາງພາຍໃນປະເທດຍີ່ປຸ່ນ

ການສໍາພາດຄັດເລືອກຈະໄດ້ຈັດຂື້ນໃນ ເວລາ 9: 00 ໂມງ ຂອງ ວັນຈັນ ທີ ກຸມພາ 2016 ທີ່ ຫ້ອງປະຊຸມຊັ້ນ 3ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ຄະນະຮັບຜິດຊອບຝ່າຍຍີ່ປຸ່ນ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment