ກອງປະຊຸມໃຫຍ່ຜູ້ແທນຊາວ ໜຸ່ມທົ່ວປະເທດ ຄັ້ງທີ VII



 ກອງປະຊຸມໃຫຍ່ຜູ້ແທນຊາວ ໜຸ່ມທົ່ວປະເທດ ຄັ້ງທີ VII ຊຶ່ງຈະໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 30-31 ທັນວາ ທີ່ຈະ ມາເຖິງນີ້  ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຜູ້ແທນຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄັ້ງນີ້ແມ່ນ ມີຄວາມໝາຍສຳຄັນຍິ່ງຕໍ່ຂະບວນການລວມຂອງຊາດ, ຂອງ ພັກ ແລະ ຂອງຊາວໜຸ່ມໃນ ການຈັດຕັ້ງປະຕິບັດມະຕິຄັ້ງ ທີ IX ຂອງພັກ ແລະ ມະຕິຄັ້ງ ທີ VI ຂອງຄະນະຊາວໜຸ່ມປະ ຊາຊົນ ປະຕິວັດລາວ, ແຜນ ພັດທະນາຊາວໜຸ່ມ-ເຍົາວະຊົນລາວ ໃນຍຸກສະໄໝເປີດ ກວ້າງ ແລະ ເຊື່ອມໂຍງກັບສາ ກົນຢ່າງເປັນເຈົ້າການ, ກອງປະຊຸມຄັ້ງນີ້ຜູ້ແທນກອງປະ ຊຸມຈະໄດ້ຮັບຟັງການສະເໜີ ບົດລາຍງານ ການເມືອງສະ ຫຼຸຸບຕີລາຄາການຈັດຕັ້ງປະຕິ ບັດວຽກງານຊາວໜຸ່ມ -ເຍົາວະ ຊົນ ໃນ 5 ປີຜ່ານມາ ແລະ ທິດ ທາງແຜນການໃນຕໍ່ໜ້າ, ໃນ ນີ້ແມ່ນຈະໄດ້ຕີລາຄາການຈັດ ຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງຜູ້ແທນ ຊາວໜຸ່ມທົ່ວປະເທດ ແຕ່ປີ (2011-2015) ເປັນຕົ້ນແມ່ນ ທາງດ້ານການເມືອງແນວຄິດ, ການປັບປຸງກໍ່ສ້າງ ການຈັດຕັ້ງ ຂອງຊາວໜຸ່ມ ແລະ ເຍົາວະຊົນ, ການຈັດຕັ້ງປະຕິບັດການນຳ ພາຊາວໜຸ່ມເຂົ້າສູ່ຂະບວນການຕ່າງໆ, ການປົກປ້ອງສິດ ຜົນປະໂຫຍດຂອງຊາວໜຸ່ມ -ເຍົາວະຊົນລາວບັນດາເຜົ່າ, ຕີລາຄາຄືນວຽກງານສົ່ງເສີມ ວິຊາຊີບ, ວຽກງານກວດກາ ຂອງຄະນະຊາວໜຸ່ມ ແລະ ວຽກງານພົວພັນຮ່ວມມືທາງພາຍ ໃນ ແລະ ຕ່າງປະເທດ, ໃນນີ້ກໍ ຍັງຈະໄດ້ຕີລາຄາຄືນຕໍ່ການ ຈັດຕັ້ງປະຕິບັດວຽກງານຫັນ ລົງຮາກຖານຕາມທິດນຳ 3 ສ້າງຂອງພັກ, ການຈັດຕັ້ງປະ ຕິບັດ 6 ໂຄງການຈຸດສຸມຄື: (ໂຄງການສ້າງກຸ່ມວິຊາຊີບໃຫ້ ແກ່ຊາວໜຸ່ມຕົວແບບ, ໂຄງການຝຶກອົບຮົມວິຊາຊີບໃຫ້ ແກ່ຊາວໜຸ່ມຊົນນະບົດ, ໂຄງ ການສົ່ງເສີມພອນສະຫວັນ ແລະຫົວຄິດປະດິດ ສ້າງ, ໂຄງການຝຶກອົບຮົມຄວາມຮູ້ທົ່ວໄປ ແລະ ການເມືອງໃຫ້ຊາວ ໜຸ່ມນອກໂຮງຮຽນ, ໂຄງການ ສ້າງສະຫະພັນຊາວໜຸ່ມ ແລະ ໂຄງການສ້າງ ກອງທຶນພັດທະ ນາຊາວໜຸ່ມ ພ້ອມກັນນີ້ກໍຍັງ ຈະຜ່ານທິດທາງແຜນການໃນ 5 ປີຕໍ່ໜ້າ ແລະ ວິໄສທັດໃນ ການພັດທະນາຊາວໜຸ່ມ-ເຍົາ ວະຊົນປີ  2016-2020 ໂດຍ ສະເພາະ ແມ່ນເລັ່ງໃສ່ວຽກ ງານການສຶກສາອົບຮົມການ ເມືອງແນວຄິດໃຫ້ມີປະສິດທິ ຜົນສູງກວ່າເກົ່າ, ປັບປຸງກົງຈັກ ການຈັດຕັ້ງຂອງຄະນະຊາວ ໜຸ່ມໃຫ້ໜັກແໜ້ນ ແລະ ເຂັ້ມ ແຂງ, ດຳເນີນການສຳຫຼວດ ກວດກາສະພາບຄວາມມຸ້ງ ມາດປາດຖະໜາອັນຊອບທຳ ຂອງຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າ, ຊຸກຍູ້ຂະບວນການ ແຂ່ງຂັນຂອງ ຊາວໜຸ່ມ-ເຍົາວະຊົນໃຫ້ຟົດຟື້ນກວ່າເກົ່າ, ປັບປຸງວຽກງານກວດກາຂອງຄະນະຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ພົວພັນຮ່ວມມືກັບທາງພາຍໃນ ແລະ ຕ່າງປະ ເທດ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນກວ່າເກົ່າບັນດາ ຄວາມພ້ອມຕ່າງໆທີ່ຈະກ້າວສູ່ ປະຊາຄົມເສດຖະກິດອາຊຽນ ຈາກນັ້ນຜູ້ແທນກອງປະຊຸມຍັງ ຈະໄດ້ຣັບຟັງ ການ ໂອ້ລົມຂອງ ການນຳພັກ-ລັດ, ການສຳຫຼວດ ກວດກາການນຳພາຂອງຄະ ນະບໍລິຫານງານຊາວໜຸ່ມປາຊາຊົນ ປະຕິບັດລາວ ສະໄໝທີ VI ພ້ອມກັນນີ້ ຜູ້ແທນ ສົມບູນ ທີ່ຈະເຂົ້າຮ່ວມກອງປະຊຸມຍັງ ຈະໄດ້ພ້ອມກັນດຳເນີນການ ປ່ອນບັດເລືອກຕັ້ງເອົາຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະໄໝທີ VII.

   ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງຊາວໜຸ່ມຫວັງຢ່າງຍິ່ງວ່າ: ທຸກໆພາກສ່ວນ ໃນສັງຄົມເວົ້າລວມ, ເວົ້າສະ ເພາະແມ່ນບັນດານັກຂ່າວສື່ ມວນຊົນທຸກພາກ ສ່ວນ ຊຶ່ງເປັນ ກະບອກສຽງອັນແຫຼມຄົມຂອງ ຊາດ-ຂອງພັກຈະໄດ້ເອົາໃສ່ ຊ່ວຍເຫຼືອໃນການສືບຕໍ່ອອກ ໂຄສະນາ, ເຜີຍແຜ່ແນວທາງ ຂອງພັກ, ລະບຽບກົດໝາຍ ຂອງລັດ, ມະຕິຕ່າງໆຂອງພັກ, ຂອງຄະນະຊາວໜຸ່ມ ປະຊາ ຊົນ ປະຕິວັດລາວ ແລະ ນຳ ເອົາຜົນສຳເລັດຢ່າງຮອບດ້ານ ບັນດາຜົນງານ, ຂະບວນການ ອັນພົ້ນ ເດັ່ນ ຂອງຊາວໜຸ່ມ-ເຍົາວະຊົນບັນດາເຜົ່າອອກ ໃນພາຫະນະສື່ມວນຊົນຂອງ ຕົນໃຫ້ມີເນື້ອໃນໜັກແໜ້ນ, ທັງເປັນຂະບວນຟົດຟື້ນ, ພ້ອມ ນີ້ກໍຮຽກຮ້ອງມາຍັງທາງອົງ ການຈັດຕັ້ງພັກ-ລັດ, ເອກະ ຊົນທຸກພາກສ່ວນ ແລະ ອົງການຈັດຕັ້ງຊາວໜຸ່ມ ແຕ່ລະ ຂັ້ນຈົ່ງພ້ອມກັນອຸ້ມຊູຍູ້ໜູນ, ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງນີ້ໄດ້ດຳເນີນ ໄປດ້ວຍຜົນ ສຳເລັດຢ່າງຈົບງາມ. ສະແດງ ຄວາມເຄົາລົບ ແລະ ຮູ້ບຸນຄຸນ ອັນສູງສົ່ງມາຍັງຜູ້ນຳພັກ-ລັດ ຊຶ່ງຍາມໃດກໍໄດ້ສ້າງກາລະໂອ ກາດ, ສ້າງເງື່ອນໄຂ ໃນການ ສຶກສາອົບຮົມຊາວໜຸ່ມ-ເຍົາ ວະຊົນຜູ້ສືບທອດ, ໃຫ້ມີການ ເຕີບໃຫຍ່ຂະຫຍາຍຕົວຢ່າງ ຮອບດ້ານ, ທັງສ້າງຄວາມເຊື່ອ ໝັ້ນ ແລະ ຖືສຳຄັນຕໍ່ອົງການ ຈັດຕັ້ງຊາວ ໜຸ່ມ, ຕໍ່ສະມາຊິກ ຊາວໜຸ່ມ-ເຍົາວະຊົນລາວບັນ ດາເຜົ່າ ໃນການເປັນຜູ້ສືບ ທອດ ທີ່ດີຂອງພັກ, ຊຸກຍູ້ສົ່ງເສີມໃຫ້ ຊາວໜຸ່ມ-ເຍົາວະຊົນລາວບັນ ດາເຜົ່າໃນ ການຄົ້ນຄວ້າຮ່ຳ ຮຽນ ແລະ ການປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ເພື່ອເຮັດໃຫ້ປະເທດ ຊາດ ມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມ ມີຄວາມປອງດອງຍຸຕິທຳ ແລະ ສີວິໄລ.


Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment