ຈະເນລະມິດເມືອງມໍລະດົກໂລກ ໃຫ້ກາຍເປັນເຂດເສດຖະກິດພິເສດແບບຍືນຍົງ



ຂປລ. ນັກທຸລະກິດລາວຈະລົງທຶນ 1 ຕື້ກວ່າໂດລາສະຫະລັດເນລະມິດເມືອງມໍລະດົກໂລກໃຫ້ກາຍເຂດເສດຖະກິດພິເສດໃນອະນາຄົດອັນໄກ້ນີ້ໂດຍວາງໃສທັດເບິ່ງກວ້າງແນມໄກເພື່ອຫວັງຍົກລະດັບເຂດຊານເມືອງເກົ່າຫລວງພະບາງ ແລະ ເຂດທີ່ຍັງບໍ່ມີການພັດທະນາເມືອງໃຫມ່ຈອມເພັດ ໃຫ້ເປັນເຂດເສດຖະກິດພິເສດ ທີ່ຕິດພັນກັບການອະນຸລັກວັດທະນະທຳ ແລະ ປົກປັກຮັກສາ ສະພາບແວດລ້ອມ ເພື່ອຮອງຮັບການຂະຫຍາຍຕົວຂອງເສດຖະກິດສັງຄົມຂອງແຂວງ ໃຫ້ຄຽງຄູ່ໄປກັບການອະນຸລັກເມືອງມໍລະດົກໂລກແບບຍືນຍົງ ພາຍຫລັງພິທີເຊັນສັນວ່າດ້ວຍການພັດທະນາເຂດເສດຖະກິດພິເສດຫລວງພະບາງລະຫວ່າງລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍຄະນະກໍາມະການແຫ່ງຊາດເພື່ອການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ(ຄຂພສ) ກັບ ກຸ່ມບໍລິສັດພູສີຈໍາກັດໄດ້ມີຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 17 ມັງກອນ 2016 ທີ່ນະຄອນຫລວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ, ທ່ານ ສອນໄຊ ສີພັນດອນ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານ, ທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາຫ້ອງວ່າການລັດຖະບານ ຮອງປະທານ ຄຂພສ, ທ່ານ ເຈົ້າແຂວງຫລວງພະບາງ, ອໍານວຍການບໍລິສັດກຸ່ມບໍລິສັດພູສີຈໍາກັດ ພ້ອມບັນດາລັດຖະມົນຕີ, ເຈົ້າແຂວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ. 

ເຂດເສດຖະກິດພິເສດ ຫລວງພະບາງ ຢູ່ແຂວງຫລວງພະບາງ ສ້າງຕັ້ງຂຶ້ນໂດຍມີຈຸດປະສົງ ເພື່ອຍົກລະດັບເຂດຊານເມືອງເກົ່າຫລວງພະບາງ ແລະ ເຂດທີ່ຍັງບໍ່ມີການພັດທະນາເມືອງໃຫມ່ຈອມເພັດ ໃຫ້ເປັນເຂດເສດຖະກິດພິເສດ ທີ່ຕິດພັນກັບການອະນຸລັກວັດທະນະທຳ ແລະ ປົກປັກຮັກສາ ສະພາບແວດລ້ອມ ເພື່ອຮອງຮັບການຂະຫຍາຍຕົວຂອງເສດຖະກິດສັງຄົມຂອງແຂວງ ໃຫ້ຄຽງຄູ່ໄປກັບການອະນຸລັກເມືອງມໍລະດົກໂລກ, ເປັນສູນກາງບໍລິການທີ່ທັນສະໄຫມ, ສະດວກ ແລະ ວອງໄວ; ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການພັດທະນາພື້ນຖານໂຄງລາງ, ສ້າງລະບົບ ສາທາລະນຸປະໂພກໃຫ້ຄົບວົງຈອນເຊັ່ນ: ການຈັດສັນວຽກງານພື້ນຖານໂຄງລາງເສັ້ນທາງ, ລະບົບໄຟຟ້າ, ລະບົບນ້ຳປະປາ, ຈັດສັນແຫລງບຳບັດນ້ຳເສຍ, ສະຫນາມເກັບສິ່ງເສດເຫລືອ, ໂຮງຫມໍ, ໂຮງຮຽນ, ໂຮງ ແຮມ, ສູນການຄ້າ, ທະນາຄານ, ອາຄານທຸລະກິດ, ອາຄານ 23 ຊັ້ນ, ບ້າງພັກສຳລັບຄົນສູງອາຍຸ, ຈັດສັນເຂດກະສິກຳອິນຊີປອດສານພິດ, ຈັດສັນເຂດອຸດສາຫະກຳຂະຫນາດກາງ, ຂະຫນາດໃຫຍ່ ແລະ ສ້າງວຽກເຮັດງານທຳທີ່ຫມັ້ນຄົງໃຫ້ປະຊາຊົນພາຍໃນເຂດທ້ອງຖິ່ນ ແລະ ອ້ອມຂ້າງຂອງໂຄງການ ໄປຄຽງຄູ່ກັບການຮັບປະກັນໃນການປົກປັກຮັກສາສິ່ງແວດລ້ອມ ຊຶ່ງໂຄງການພັດທະນາ ຂພຫຼ ນີ້ຄາດວ່າຈະໃຊ້ທຶນທັງຫມົດເຂົ້າໃນການພັດທະນາໂຄງການປະມານ 1,2 ຕື້ໂດລາສະຫະລັດ ໃນເນື້ອທີ່ສຳປະທານ 4,850 ເຮັກຕາ ພາຍໃນໄລຍະເວລາ 99 ປີ.

ນອກຈາກນີ້ກຸ່ມບໍລິສັດ ພູສີ ຈຳກັດ ຍັງຈະໄດ້ສ້າງຂົວຂ້າມແມ່ນ້ຳຂອງ ເພື່ອເຊື່ອມຈອດລະຫວ່າງ ເຂດຊານເມືອງຫລວງພະບາງ ຫາເມືອງຈອມເພັດ ຕື່ມອີກ ເນື່ອງຈາກວ່າປະຈຸບັນຍັງຕ້ອງໄດ້ໃຊ້ເຮືອບັກຂ້າມນ້ຳຂອງ ໃນການເດີນທາງໄປມາ ເຮັດໃຫ້ມີຄວາມຫຍຸ້ງຍາກ ຖ້າຫາກວ່າຂົວຂ້າມນ້ຳຂອງສ້າງສຳເລັດຈະເປັນການສ້າງຜົນປະໂຫຍດທາກົງ ແລະ ທາງອ້ອມ ໂດຍສະເພາະການອຳນວຍຄວາມສະດວກໃຫ້ແກ່ ການເດີນທາງໄປມາຂອງປະຊາຊົນ, ນັກທ່ອງທ່ຽວ ແລະ ສົ່ງເສີມການລົງທຶນ.

ສຳລັບໂຄງການພັດທະນາ ຂພສ ໃນຄັ້ງນີ້ເປັນຮູບແບບການພັດທະນາຕາມທິດຊີ້ຂອງຂັ້ນນຳເທິງທີ່ຊຸກຍູ້ໃຫ້ເອກກະຊົນພາຍໃນ ແລະ ຕ່າງປະເທດນຳໃຊ້ງົບປະມານຂອງເຂົາເຈົ້າ ເຂົ້າໃນການພັດທະນາຍາພື້ນຖານໂຄງລາງພາຍໃຕ້ນະໂຍບາຍສົ່ງເສີມ ທີ່ກຳນົດໄວ້ໃນນິຕິກຳວ່າດ້ວຍການພັດທະນາ ຂພສ ຂອງ ສປປລາວ ຊຶ່ງເປັນການຈັດຕັ້ງປະຕິບັດບາດກ້າວບຸກທະລຸທາງດ້ານຈິນຕະນາການ, ຕັດຮອນພອດຂັ້ນການບໍລິການຄຸ້ມຄອງຂອງລັດໃຫ້ສັ້ນລົງ ແລະ ສະດວກຂຶ້ນບົນພື້ນຖານຮັບປະກັນຄວາມຖືກຕ້ອງຕາມກົດຫມາຍ ໂດຍຈັດຕັ້ງການບໍລິການປະຕູດຽວ ຕາມກົນໄກ (ຫົວຫນ່ວຍບໍລິການນ້ອຍ-ສັງຄົມກວ້າງ) ເພື່ອອຳນວຍຄວາມສະດວກ, ນຳໃຊ້ລະບົບເອເລັກໂຕນິກເຂົ້າໃນການບໍລິການ ໃຫ້ຜູ້ລົງທຶນຢູ່ ຂພສ ແຕ່ລະເຂດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ກວດສອບໄດ້, ໂຮມອຳນາດການບໍລິການຄຸ້ມຄອງ ຂພສ ມາໄວ້ຢູ່ນຳສະພາບໍລິຫານເຂດ ລວມທັງການເກັບທຸກແຫລງລາຍຮັບທັງຫມົດຢູ່ໃນ ຂພສ ແລ້ວແບ່ງປັນຕາມຂໍ້ຕົກລົງ ສະບັບເລກທີ 73/ນຍ ໂດຍມອບເຂົ້າງົບປະມານສູນກາງ 50%, ແຂວງ 20%, ເມືອງ 15%, ສະພາບໍລິຫານເຂດ 10%, ກອງທຶນພັດທະນາຊັບພະຍາກອນມະນຸດ ແລະ ສິ່ງແວດລ້ອມ 5%. ການຈັດຕັ້ງປະຕິບັດດັ່ງກ່າວ ເຮັດໃຫ້ມີຄວາມເປັນເອກກະພາບສູງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ສ້າງຄວາມເຊື່ອຫມັ້ນໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນນຳເອົາທຶນຮອນເຂົ້າສູ່ການດຳເດີນທຸລະກິດ, ການຜະລິດ, ການບໍລິການ, ການພັດທະນາພື້ນຖານໂຄງລ່າງພາຍໃນເຂດ ແລະ ເຊື່ອມຕໍ່ນອກເຂດ. ການພັດທະນາ ຂພຫຼ ນີ້ຄາດວ່າຈະປະກອບສ່ວນເປັນຫົວຈັກແກ່ດຶງການພັດທະນາ ທາງກົງ ແລະ ທາງອ້ອມທີ່ສຳຄັນຂອງທ້ອງຖິ່ນ ແລະ ຂອງຊາດ. 

ພາບ-ຂ່າວ: ຮັກຊາດ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment