ທ່ານຮູ້ບໍ່ວ່າກອງປະຊຸມທັງໝົດ ທີ່ ລາວ ຈະເປັນເຈົ້າພາບ ແລະ ປະທານໃນປີ 2016 ມີຈັກກອງປະຊຸມ ?




ທ່ານຮູ້ບໍ່ວ່າ ຈໍານວນກອງປະຊຸມທັງໝົດ ທີ່ ສປປ ລາວ ຈະເປັນເຈົ້າພາບ ແລະ 
ປະທານໃນປີ 2016 ລວມທັງໝົດ ມີ 102 ກອງປະຊຸມ (ນັບຕັ້ງແຕ່ ຕົ້ນປີ ຫາ ທ້າຍປີ) ຊຶ່ງມີລາຍລະອຽດ ດັ່ງນີ້:

- ກອງປະຊຸມປະມຸກລັດ 2 ຄັ້ງ
- ກອງປະຊຸມລະດັບລັດຖະມົນຕີ 13 ຄັ້ງ
- ກອງປະຊຸມລັດຖະມົນຕີຊ່ອຍ/ເຈົ້າໜ້າທີ່ອາວຸໂສ 27 ຄັ້ງ
- ກອງປະຊຸມ ລະດັບວິຊາການ ຈໍານວນ 60 ຄັ້ງ

ສໍາຫຼັບ 2 ກອງປະຊຸມປະມຸກລັດ ຄາດວ່າ ຈະຈັດໃສ່ ວັນທີ 6-8 ກັນຍາ 2016

ພວກເຮົາຄົນລາວທຸກຄົນ ຈົ່ງພ້ອມພຽງກັນ ເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບບັນດາ
ແຂກ ທີ່ຈະເຂົ້າຮ່ວມປະຊຸມ ໃນປີນີ້ ທີ່ ສປປ ລາວ.

ຂໍ້ມູນ: ກົມອາຊຽນ, ກະຊວງການຕ່າງປະເທດ

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment