
ໂຄງການ GiFT ຮ່ວມກັບ Green Discovery Laos ແລະ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໝ່, FM 90.0 Mhz ຂໍຖືເປັນກຽດຮຽນເຊີີນບັນດານັກຮຽນ ນັກສຶກສາ ທີ່ກໍາລັງສຶກສາ ຢູ່ໃນ ວິທະຍາໄລ ແລະ ມະຫາວິທະຍາໄລ ໃນທົ່ວປະເທດ ສະມັກເຂົ້າຮ່ວມໂຄງການ Diversity Voyage ຮ່ວມກັບບັນດານັກສຶກສາ ຈາກມະຫາວິທະຍາໄລ ໂຕໂຢ ປະເທດຢີ່ປຸ່່ນ ຢູ່ນະຄອນຫຼວງວຽງຈັນ.
ເງື່ອນໄຂການສະມັກ:
- ເປັນຄົນລາວ, ມີອາຍຸໃນຊ່ວງ 18-24 ປີ
- ກໍາລັງຮຽນ ຢູ່ວິທະຍາໄລ ຫຼື ມະຫາວິທະຍາໄລ ໃນທົ່ວປະເທດ
- ມີຄວາມສົນໃຈ ໃນ ວັດທະນາທໍາ ຂອງປະເທດຢີ່ປຸ່ນ
- ມີມະນຸດສໍາພັນດີ, ກ້າສະແດງອອກ, ແລະ ເປັນທູດວັດທະນາທໍາທີ່ດີ
- ມີຄວາມສົນໃຈ ໃນການສົນທະນາແລກປ່ຽນຄວາມຄິດເຫັນ ກ່ຽວກັບ ວິຖີຊີີວິດ ແນວທາງການທ່ອງທ່ຽວແບບອະນຸລັກ ແລະ ການພັດທະນາແບບຢືນຢົງ ໃນ ສປປ ລາວ.
- ສາມາດ ສື່ສານ ພາສາອັງກິດ ໄດ້ໃນລະດັບດີ
(ຖ້າສາມາດສື່ສານ ພາສາຢີ່ປຸ່ນໄດ້ ຈະໄດ້ຮັບການພິຈາລະນາ ເປັນພິເສດ)
- ສາມາດ ເຂົ້າມາຮ່ວມສໍາພາດຢູ່ນະຄອນຫຼວງວຽງຈັນໄດ້ (ຈະແຈ້ງໃຫ້ຊາບ ຕາມພາຍຫຼັງ)
- ສາມາດ ເຂົ້າຮ່ວມກິດຈະກໍາໄດ້ ໃນຊ່ວງວັນທີ່ 20-25/2/2016
ໝາຍເຫດ:
1) ຄ່າໃຊ້ຈ່າຍໃນຊ່ວງເຮັດກິດຈະກໍາ ແມ່ນທາງຢີ່ປຸ່ນ ຈະເປັນຜູ້ຮັບຜິດຊອບທັງໝົດ.
2) ນັກຮຽນທີ່ມາຈາກຕ່າງແຂວງ ພວກເຮົາ ຈະບໍ່ສາມາດ ຈ່າຍຄ່າເດີນທາງ ຄ່າພັກເຊົ່າຕ່າງໆໃຫ້ໄດ້ ໃນຊ່ວງ ເຂົ້າມາຮ່ວມສອບເສັງ ແລະ ເຮັດກິດຈະກໍາ ຢູ່ນະຄອນຫຼວງວຽງຈັນໄດ້.
ການສະມັກ ແມ່ນແນະນໍາໃຫ້ ສະມັກທາງອອນລາຍໄດ້ທີ່ລິ້ງນີ້: http://bit.ly/dv-vientiane
ຖ້າສະມັກອອນລາຍບໍ່ໄດ້ (ແທ້ໆ) ທ່ານຈຶ່ງສາມາດດາວໂຫລດແບບຟອມໄດ້ ທີ່ນີ້ ຕື່ມລາຍລະອຽດແລ້ວສ່ົງກັບມາທາງອີເມລ: diversityvoyage@j-gift.org
ປິດຮັບສະມັກ: ວັນທີ 29/1/2016
ຕົວຢ່າງວິດີໂອ ກິດຈະກໍາ ຂອງການເຂົ້າຮ່ວມ ໂຄງການ Diversity Voyage ຄັ້ງທີ່ 1 ທີ່ ນະຄອນຫຼວງວຽງຈັນ.
ຂ່າວກ່ຽວກັບ Diversity Voyage Program ທາງໂທລະພາບແຫ່ງຊາດ, ຂ່າວພາກພາສາອັງກິດ
ສະຫຼຸບເປັນ ວິດີໂອ ບັນຍາກາດ ການເຂົ້າຮ່ວມໂຄງການທັງໝົດ
ສອບຖາມຂໍ້ມູນເພີ່ມຕື່ມ: laoyouthradio@gmail.com
0 comments:
Post a Comment