ຢາກ​ປະສົບ​ຄວາມ​ສຳ​ເລັດ​​ແບບ JACK MA ຕ້ອງ​ອ່ານ !


ສໍາລັບຄົນທີ່ຂາດກໍາລັງໃຈ ແລະ ຄິດວ່າຊີວິດນີ້ທ່ານເອງຈະບໍ່ມີມື້ລວຍ ບໍ່ມີມື້ທີ່ປະສົບຜົນສໍາເລັດໄດ້ແບບຄົນອື່ນ ພວກ​ເຮົາຢາກໃຫ້ທ່ານເລີ່ມຢຸດຄວາມຄິດນີ້​ແລ້ວລອງເລີ່ມເປີດໃຈທີ່ຈະປ່ຽນຊີວິດຂອງຕົນເອງດ້ວຍ​ການເລີ່ມລົງມືເຮັດສະ​ແຕ່​ຕອນ​ນີ້​ເລີຍ.
   ໃນ​ໄລຍະປີທີ່ຜ່ານມາຈົນ​ເຖິງເວລານີ້ ສາມາດ​ເວົ້າໄດ້ວ່າບໍ່​ໃຜ​ທີ່​ບໍ່​ຮູ້ຈັກ​ JACK MA ມະຫາເສດຖີພັນລ້ານເຈົ້າຂອງ Alibaba (​ເວັບ​ໄຊ​ຂາຍ​ສົ່ງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ) ເປັນຢ່າງດີ ເພາະລາວໄດ້ຜ່ານ​ໄລຍະຊີວິດຄວາມລໍາບາກຫຼາຍກວ່າທີ່ຈະມາປະສົບຜົນສໍາເລັດດັ່ງທີ່ເຫັນໃນປະຈຸບັນ ທາງເດີນແຫ່ງຄວາມສໍາເລັດນັ້ນ ມັກບໍ່ໄດ້ປູ​ທາງ​ຢາງ​ໃຫ້​ຍ່າງແບບພາບທີ່ເຮົາມັກເຫັນ ກ່ອນທີ່ຈະປະສົບຜົນສໍາເລັດໄດ້ນັ້ນ ມັນຕ້ອງຜ່ານອຸປະສັກຫຼາຍຢ່າງ ​ແລະເຮົາມາຕິດຕາມ​ກາ​ນ​ເບິ່ງວ່າ JACK MA ມະຫາ​ເສດຖີ​ພັນ​ລ້ານ ມີກົດແຫ່ງຄວາມສໍາເລັດແນວໃດກັນແດ່.
   ທາງ​ທີ​ມງານ​ໄດ້​ເບິ່ງ​ຄລິບ​ດີໆ​ທີ່​ລວບ​ລວມຈາກ​ທ່ານ​ອີ​ແວນ ຄາ​ມິ​ເຊ​ລ (Evan Carmichael) ກ່ຽວ​ກັບ 10 ຫຼັກການ​ແຫ່ງ​ຄວາມ​ສຳ​ເລັດຂອງ JACK MA ຈິ່ງ​ຢາກ​ແບ່ງປັນ​ແຮງ​ບັນດາ​ໃຈດີໆ​ໃຫ້​ກະຕຸ້ນ​ພະລັງ​ໃນ​ຕົວ​ທ່ານ.



ຈາກວິດີ 10 ກົດຄວາມສໍາເລັດຂອງ JACK MA ພໍ​ສະຫຼຸບ​ໄດ້​ແບບສັ້ນໆດັ່ງນີ້:
 “Get used rejection”
     ບໍ່ຕ້ອງໄປຢ້ານກັບການປະຕິເສດ ເພາະການຖືກປະຕິເສດ ບໍ່ໄດ້ໝາຍຄວາມວ່າທ່ານບໍ່ດີສະເໝີໄປ
“Keep your dream alive”
     ພະຍາຢາມຢຶດຕິດກັບຄວາມຝັນຂອງທ່ານໄວ້ ເພາະມັນອາດຈະເປັນຈິງໄດ້ໃນມື້ໜຶ່ງ
“Focus on culture”
   ເຂົ້າໃຈໃນວັດຕະກໍາ ແລະພຶດຕິກໍາຂອງຄົນໃນອົງກອນຂອງທ່ານໃຫ້ດີ ກ່ອນທີ່ຈະຄິດເຖິງປະໂຫຍດເລື່ອງເງິນແຕ່ຢ່າງດຽວ
“Ignore the #Little Man”
   ບໍ່ຕ້ອງໃສ່ໃຈສຽງຕໍ່ຕ້ານນ້ອຍໆ ເພາະບໍ່ມີການເຮັດຫຍັງແລ້ວບໍ່ມີຝ່າຍຕໍ່ຕ້ານເລີຍ ຖ້າທ່ານຄິດວ່າເຮັດດີແລ້ວບໍ່​ເດືອນ​ຮ້ອນ​ໃຜ ​ເຮັດ​ໄປ​ໂລດ!
“Get inspired”
   ລອງຫາແຮງບັນດານໃຈຈາກສິ່ງຮອບຕົວທ່ານເຊັ່ນ ຮູບເງົາດີໆທີ່ໃຫ້ແງ່ຄິດ ກໍ່ມີສ່ວນຊ່ວຍໃນການໃຫ້ແງ່ມຸມດີໆໃນການດໍາເນີນຊີວິດໄດ້
“Stay focused, the need to say no”
   ຕ້ອງຮູ້ຈັກເວົ້າຄໍາວ່າ “ບໍ່” ແລະກ້າປະຕິເສດສິ່ງທີ່ບໍ່ໄດ້ຢູ່ໃນເປົ້າໝາຍຂອງທ່ານ
“Choose a good company name”
     ຊື່ດີ ມີໄຊເຄິ່ງໜຶ່ງ! ຊື່ດີ ຈື່ງ່າຍ ໃຜໆກໍ່ນຶກເຖິງ
“Customers are #1”
     ລູກຄ້າຕ້ອງມາທີ່ໜຶ່ງສະເໝີ!
“Don’t complain, look for opportunities”
   ທຸກຄັ້ງທີ່ມີການສະແດງຄວາມບໍ່ພໍໃຈ ເຮົາຢ່າເບິ່ງເປັນເລື່ອງທີ່ບໍ່ດີ ໃຫ້ເບິ່ງສິ່ງນັ້ນເປັນໂອກາດທີ່​ເຮົາຈະສ້າງສິ່ງໃໝ່ໆ ຫຼື ພັດທະນາສິ່ງຕ່າງໆໃຫ້ດີຍິ່ງຂຶ້ນ
“Have passion, right from day 1”
   ມີຄວາມເຊື່ອວ່າ ເຮັດທຸກຢ່າງດ້ວຍພະລັງຄວາມຕັ້ງໃຈ ແນວໃດກໍ່ສໍາເລັດ!
   ດ້ວຍພະລັງຄວາມຕັ້ງໃຈຂອງ JACK MA ໄດ້ຊຸກຍູ້ໃຫ້ລາວໄດ້ເປັນໜຶ່ງໃນເສດຖີທີ່ລວຍທີ່ສຸດໃນປະເທດຈີນ​ໃນປະຈຸບັນເລີຍກໍ່ວ່າໄດ້ ແລະຈາກການສະເໜີຂາຍຫຸ້ນໃນອາເມລີກາທີ່ຜ່ານມາ ຖືໄດ້ເປັນວ່າໜຶ່ງໃນມະຫາກໍາ IPO (Initial Public Offering: ໝາຍ​ເຖິງຫຸ້ນ​ທີ່​ຖືກ​ສະ​ເໜີ​ຂາຍ​ໃຫ້​ກັບ​ປະຊາຊົນ​ທົ່ວ​ໄປ​ເປັນ​ຄັ້ງ​ທຳ​ອິດ ກ່ອນຊື້​ຂາຍ​ໃນ​ຕະຫຼາດ​ຫຼັກ​ຊັບ) ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດອາເມລີກາເລີຍ.
ທີ່ມາ: ເສດຖະກິດສັງຄົມ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment