ມາກວດເບິ່ງ ເສັ້ນທາງໃດ ເຈົ້າໜ້າທີ່ຈະຈັບແທ້ ປັບແທ້ ໃນນະຄອນຫຼວງວຽງຈັນ !


ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກນະຄອນຫຼວງວຽງຈັນ ກ່ຽວກັບການພັດທະນາຕົວເມືອງວຽງຈັນ ແຕ່ນີ້ຮອດປີ 2020, ເຊິ່ງຖືເອົາວຽກງານຮັກສາຄວາມສະອາດ, ນຳເອົານະຄອນຫຼວງວຽງຈັນ ໃຫ້ຫຼຸດພົ້ນອອກຈາກສະຖານະດ້ອຍພັດທະນາ ແລະ ເປັນຕົວເມືອງໜ້າຢູ່ ຕາມຄຳຂັວນ 6 ສໍ ທີ່ວາງອອກໃຫ້ປະກົດຜົນເປັນຈິງ.


ທ່ານ ດຣ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີມະຕິຕົກລົງເລກທີ 03/ອປຄ.ນວ ວ່າ: ຕາມເສັ້ນທາງສາຍຫຼັກໃນນະຄອນຫຼວງວຽງຈັນ ບໍ່ໃຫ້ມີຂີ້ຝູ່ນ, ບໍ່ໃຫ້ມີຂີ້ເຫຍື້ອ, ບໍ່ໃຫ້ມີນໍ້າເປື້ອນຕາມເສັ້ນທາງ, ໜ້າຖະໜົນຫົນທາງ, ອ້ອມແອ້ມແຄມທາງຢູ່ໃນສະພາບປົກກະຕິ (ໜ້າທາງບໍ່ເປັນຂຸມ) ແລະ ຂອບທາງພາຍໃນຕົວເມືອງ ຖະນົນຫຼວງແຫ່ງຊາດ, ຖະນົນນະຄອນຫຼວງວຽງຈັນ, ເສັ້ນທາງໃຫຍ່, ກາງ, ທາງຄົນຍ່າງບໍ່ໃຫ້ມີສິ່ງກີດຂວາງ ປະກອບມີ: ເສັ້ນທາງສຸພານຸວົງ (3ແຍກວັດສີໄຄ-ໄຟແດງວັດອິນແປງ), ຖະໜົນເສດຖາທິລາດ, ສາມແສນໄທ, ຟ້າງຸ່ມ ລ້ານຊ້າງ, ອາຊຽນ, ທ່າເດື່ອ, ກຳແພງເມືອງ, ລາວ-ໄທ, ກົດສໂກ-ໂພນໄຊ, ໂພນທັນ, ດົງປ່າລານ, ສາຍລົມ, ຂຸນບູລົມ, ຄູວຽງ, ໂພນຕ້ອງຈອມມະນີ, ຖະໜົນເປ 3, 23 ສິງຫາ, ໜອງບອນ, ເຈົ້າອານຸວົງ, ແຄມຂອງ ແລະ ຖະໜົນໄກສອນ, ນອກນັ້ນຍັງຫ້າມຈອດລົດຢູ່ເຂດຫ້າມຈອດ (ມີປ້າຍຫ້າມ) ຜູ້ລະເມີດຈະຖືກປັບໃໝສິບເທົ່າຕົວຂອງມູນຄ່າການປັບໃໝ ຕາມມາດຕາ 14 ຄື: ລົດຈັກ 30.000 ກີບ x 10 = 300.000 ກີບ/ຄັ້ງ, ລົດ 3 ລໍ້ຕິດເຄື່ອງຈັກ 50.000 ກີບ x 10 = 500.000 ກີບ/ຄັ້ງ, ລົດເບົາ, ເກັງ, ກະບະ, ຈິບ ແລະ ລົດຕູ້ 70,000 ກີບ x 10 = 700.000 ກີບ/ຄັ້ງ, ລົດບັນທຸກ 6 ລໍ້ 150.000 ກີບ x 10 = 1.500.000 ກີບ/ຄັ້ງ ແລະ ລົດບັນທຸກ 10 ລໍ້ຂື້ນໄປ 200.000 ກີບ x 10 = 2.000.000 ກີບ/ຄັ້ງ.

ທ່ານ ພທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ບອກໃຫ້ຮູ້ວ່າ: ໃນການປະຕິບັດຄຳສັ່ງດັ່ງກ່າວ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ກໍໄດ້ຈັດກອງປະຊຸມຂື້ນ ເພື່ອແບ່ງຄວາມຮັບຜິດຊອບໃຫ້ກອງຕຳຫຼວດຈະລາຈອນເມືອງ ສຸມໃສໃນການເຮັດໜ້າທີ່, ໃນນີ້ ມີກົມຕຳຫຼວດຈະລາຈອນ ລົງມາສົມທົບນຳ ເພື່ອສຸມໃສ່ເຮັດໜ້າທີ່ອຳນວຍຄວາມສະດວກ ສະບາຍໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີຄວາມຄ່ອງຕົວ ຢູ່ຕາມເສັ້ນທາງ 3 ແຍກ, 4 ແຍກ, ໄຟແດງ ແລະ ສະຖານທີ່ອື່ນໆ, ພ້ອມນັ້ນ ກໍຈະນຳໃຊ້ມາດຕະການຢ່າງເດັດຂາດ ຕໍ່ຜູ້ທີ່ຝ່າຝືນກົດລະບຽບການສັນຈອນວາງອອກ ເປັນຕົ້ນການຈອດລົດ, ການຢຽບເສັ້ນທາງມ້າລາຍ ແລະ ກາຍທາງມ້າລາຍອື່ນໆ.


ຈາກການຈັດຕັ້ງປະຕິບັດກໍເຫັນວ່າ ຜູ້ຂັບຂີ່ສ່ວນໃຫຍ່ກໍພາກັນປະຕິບັດກົດລະບຽບ ທີ່ວາງອອກໄດ້ດີ, ແຕ່ຕອນທີ່ເຈົ້າໜ້າທີ່ ປະຕິບັດວຽກງານເທົ່ານັ້ນ ຖ້າບໍ່ມີເຈົ້າໜ້າທີ່ປະຈຳປ້ອມກໍຍັງເຫັນມີຜູ້ຝ່າຝືນຢູ່, ສ່ວນທີ່ເຈົ້າໜ້າທີ່ເຫັນກໍໄດ້ນຳເອົາບຸກຄົນດັ່ງກ່າວມາກ່າວເຕືອນ ແລະ ປັບໃໝ, ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຈະສຸມໃສ່ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍທາງຖະໜົນ.


+ ຂ່າວຈາກ: ໜັງສືພີມ ປກສ

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

1 comments:

  1. Interesting piece , For my two cents , if your company is searching for a Pdr 1 form , my colleagues filled out a fillable form herehttp://goo.gl/rL5hns.

    ReplyDelete