ເຊີນເຂົ້າຮ່ວມແຂ່ງຂັນ ໃນງານ Youth and Sports for Environment !

ສະໂມສອນ ເທຄວັນໂດ້ ຕະວັນ ແລະ ສູນພັດທະນາຊົນນະບົດ ຮ່ວມກັບ ບັນດາອົງການຈັດຕັ້ງພາກສັງຄົມ ທີ່ເຮັດວຽກດ້ານການພັດທະນາໄວຫນຸ່ມ ແລະ ສິ່ງແວດລ້ອມ ໄດ້ພ້ອມກັນຈັດລະດົມເຫື່ອແຮງ ແລະ ທຶນ ໃນການຈັດງານ “ໄວຫນຸ່ມ ແລະ ກິລາ ເພື່ອສິ່ງແວດລ້ອມ” ໂດຍແມ່ນສະຫະພັນເທຄວັນໂດ້ລາວ ເປັນປະທານການຈັດງານໃນຄັ້ງນີ້.
ເຊິ່ງກິດຈະກຳພາຍໃນການກໍມີຫລາກຫລາຍເປັນຕົ້ນແມ່ນ - ການແຂ່ງຂັນກິລາເທຄວັນໂດ້ - ການວາງສະແດງ - ການສົນທະນາແລກປ່ຽນ - ການຖາມ-ຕອບ ນອກຈາກນັ້ນຍັງມີການປະກວດຄວາມສາມາດພິເສດທີ່ເປີດໂອກາດໃຫ້ທຸກເພດທຸກໄວ ຈະມາດ່ຽວ ຫລື ມາເປັນທີມກໍໄດ້ ຈະເປັນລະຄອນ, ຮ້ອງເພັງ, ບົດຄວາມ, ບົດຟ້ອນ, ການເຕັ້ນ ແລະ ອື່ນໆ

ລົງທະບຽນແຂ່ງຂັນໄດ້ທີ ທ້າວ ພອນສະຫວັນ ຈິນດາມະນີ +8562055988518


Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment