ຄັດໄດ້ແລ້ວ 3 ຕົວແທນຄົນລາວ ທີ່ຈະເຂົ້າຮ່ວມງານ ASEAN Quiz ຄັ້ງທີ 7 ທີ່ລາວ ຈະເປັນເຈົ້າພາບ !




ສປປ ລາວໄດ້ແລ້ວຕົວແທນ 3 ຄົນ ແລະ ສຳຮອງ 1 ຄົນເຂົ້າຮ່ວມການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນຄັ້ງທີ VII ( 7th Regional ASEAN Quiz ) ເຊິ່ງຈະໄດ້ຂຶ້ນໃນທ້າຍເດືອນສິງຫາ 2016 ນີ້ທີ່ນະຄອນຫລວງວຽງຈັນ ຂະນະທີ່ ຈຳນວນນັກຮຽນລາວຜູ້ທີ່ໄດ້ຮັບຄັດເລືອກຄັ້ງນີ້ຕັ້ງຄວາມຫວັງໄວ້ວ່າຈະສູ້ຊົນຍາດເອົາລາງວັນໃດໜຶ່ງເພື່ອເປັນຂອງຂວັນໃຫ້ຊາດຕົນເອງໃນນາມເປັນເຈົ້າພາບ. 

ພິທີເປີດການແຂງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 27 ພຶດສະພາ 2016 ທີ່ຫໍວັດທະນະທຳແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ທະນະທຳ ແລະ ທ່ອງທ່ຽວ ພ້ອມດາຫົວໜ້າກົມ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ. 

ການແຂງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ VII ມີນັກຮຽນ 30 ຄົນທົ່ວປະເທດເຂົ້າຮ່ວມ ແຕ່ຄັດເລືອກເອົາພຽງ 3 ຄົນ ແລະ ສຳຮອງ 1 ຄົນ ເຊິ່ງເປັນຕົວແທນນັກຮຽນເກັ່ງຂອງປະເທດລາວເພື່ອໄປແຂ່ງຂັນລະດັບພາກພື້ນຮ່ວມກັບອີກ 9 ປະເທດສະມາຊິກອາຊຽນໃນເດືອນສິງຫານີ້ທີ່ ສປປ ລາວຈະເປັນເຈົ້າພາບ. 


ໃນໂອກາດດັ່ງກ່າວນີ້ ທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ທະນະທຳ ແລະ ທ່ອງທ່ຽວໄດ້ກ່າວວ່າ: ການແຂ່ງຂັນດັ່ງກ່າວຖືວ່າເປັນໜຶ່ງໃນຫລາຍໆກິດຈະກຳທີ່ສຳຄັນຂອງອາຊຽນ ໂດຍມີຈຸດປະສົງເປົ້າໝາຍຫລັກແມ່ນແນ່ໃສ່ເພື່ອໂຄສະນາເຜີຍແຜ່ ແລະ ສົ່ງເສີມນ້ຳໃຈອັນດີງາມຂອງການແຂ່ງຂັນເພື່ອມິດຕະພາບ ແລະ ຄວາມສາມັກຄີລະຫວ່າງບັນດາຊາວໜຸ່ມນັກຮຽນ-ນັກສຶກສາອາຊຽນໂດຍຜ່ານການແຂ່ງຂັນຖາມ-ຕອບ ເຊິ່ງຈະເຮັດໃຫ້ຮັບຮູ້ ແລະ ເຊື່ອມຊຶມໃຫ້ນັບມື້ນັບເລິກເຊິ່ງກ່ຽວກັບຄວາມເປັນມາ ແລະ ການເຄື່ອນໄຫວພາຍໃນຄອບຄົວອາຊຽນພວກເຮົາ ລວມທັງວິວັດທະນາການທາງດ້ານປະຫວັດສາດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ເສດຖະກິດຂອງບັນດາປະເທດພາຍໃນຂົງເຂດອາຊີຕະເວັນອອກສ່ຽງໃຕ້ຂອງພວກເຮົາ. ດັ່ງທີ່ບັນດາທ່ານຮັບຮູ້ນຳກັນວ່າປີ 2016 ນີ້ ສປປ ລາວຂອງພວກເຮົາໄດ້ຮັບກຽດເປັນປະທານໝູນວຽນອາຊຽນ ເຊິ່ງຈະຕ້ອງມີພາລະໜ້າທີ່ຈັດຫລາຍໆກອງປະຊຸມ ແລະ ກິດຈະກຳທີ່ປິ່ນອອ້ມຕ່າງໆທີ່ກ່ຽວພັນກັບທັງສາມເສົາຄ້ຳຂອງປະຊາຄົມອາຊຽນຂອງເຮົາຄື: ເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ. 


ໃນການຮັບເປັນປະທານໝູນວຽນອາຊຽນຂອງ ສປປ ລາວນີ້, ໜຶ່ງໃນບັນດາວຽກທີ່ສຳຄັນຄືການຈັດກອງປະຊຸມສຸດຍອດບັນດາຜູ້ນຳອາຊຽນໃນເດືອນກັນຍາທີ່ຈະມາເຖິງນີ້ ລວມທັງກອງປະຊຸມຂອງສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເຊິ່ງແມ່ນໜຶ່ງກອງປະຊຸມລະດັບສູງທີ່ມີຄວາມໝາຍສຳຄັນຫລາຍໃນສາມເສົາຄ້ຳຂອງປະຊາຄົມອາຊຽນໂດຍລັດຖະບານເຮົາໄດ້ມອບໝາຍໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເປັນຕົວແທນຕາງໜ້າໃຫ້ທັງໝົດ 14 ຂະແໜງການໃນປີກວັດທະນະທຳ-ສັງຄົມຂອງປະເທດເຮົາເປັນເຈົ້າການໃນການເປັນຈຸດປະສານງານຫລັກ ແລະ ທັງເປັນເຈົ້າການໃນການກະກຽມ ແລະ ຈັດກອງປະຊຸມຂອງສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 15 ຈະຈັດຂຶ້ນເປັນຮອບທຳອິດທີ່ແຂວງຫລວງພະບາງລະຫວ່າງວັນທີ 1-5 ມິຖຸນາ 2016 ນີ້ ແລະ ອື່ນໆ.




Source: ຂປລ. 
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment