ຄ່າຄອງຊີບໄທເພີ່ມຕິດອັນດັບ 2 ຂອງອາຊຽນ ຢູ່ບາງກອກ 2 ໝື່ນບາດຢູ່ຍາກ



ອອກມາແລ້ວ ດັດຊະນີຄ່າຄອງຊີບທົ່ວໂລກ ປີ 2019 ນະຄອນຫຼວງບາງກອກ, ປະເທດໄທ ເປັນເມືອງທີ່ມີຄ່າຄອງຊີບແພງທີ່ສຸດເປັນອັນດັບ 2 ຂອງອາຊຽນ ຄ່າໃຊ້ຈ່າຍສະເລ່ຍລາຍບຸກຄົນ ບໍ່ລວມຄ່າເຊົ່າເຮືອນ ປະມານ 2.1 ໝື່ນບາດ/ເດືອນ. ຂະນະເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກຢູ່ສະວິດເຊີແລນ.

“Numbeo” ເວັບໄຊຖານຂໍ້ມູນດ້ານຄ່າຄອງຊີບທີ່ໃຫຍ່ທີ່ສຸດໃນໂລກ ເປິດເຜີຍດັດຊະນີຄ່າຄອງຊີບທົ່ວໂລກ ປີ 2019 ໂດຍຄິດໄລ່ຈາກຄ່າສິນຄ້າອຸປະໂພກ ບໍລິໂພກ, ຄ່າອາຫານໃນຮ້ານອາຫານ, ຄ່າເຊົ່າທີ່ພັກອາໄສ ແລະ ກຳລັງຊື້ຂອງປະຊາກອນໃນເມືອງ ພົບວ່າ “ນະຄອນຫຼວງບາງກອກ, ປະເທດໄທ” ເປັນເມືອງທີ່ມີຄ່າຄອງຊີບແພງທີ່ສຸດເປັນອັນດັບ 2 ຂອງອາຊຽນ ຢູ່ທີ່ 55.43 ຈຸດ.

 ທັງນີ້, Numbeo ລະບຸວ່າ: ຄ່າໃຊ້ຈ່າຍສະເລ່ຍລາຍບຸກຄົນ ບໍ່ລວມຄ່າເຊົ່າເຮືອນ ຢູ່ທີ່ປະມານ 2.1 ຫມື່ນບາດ/ເດືອນ ສ່ວນຄ່າໃຊ້ຈ່າຍສະເລ່ຍຂອງຄອບຄົວທີ່ມີສະມາຊິກ 4 ຄົນ ບໍ່ລວມຄ່າເຊົ່າເຮືອນ ຢູ່ທີ່ 7.58 ຫມື່ນບາດ/ເດືອນ 
ສໍາລັບລາຍຈ່າຍທີ່ເພີ່ມຂຶ້ນຫຼາຍທີ່ສຸດຂອງຄົນບາງກອກໃນປີ 2019 ນີ້ ຄືຄ່າອາຫານໃນຮ້ານອາຫານ ເຊິ່ງເພີ່ມຂຶ້ນມາຢູ່ທີ່ 30.42 ຈຸດ ຈາກ 27.99 ຈຸດ ເມື່ອປີ 2018 ຜ່ານມາ ຄິດເປັນລາຄາສະເລ່ຍທີ່ 80 ບາດ/ມື້ ແລະ ຄ່າເຊົ່າທີ່ພັກອາໄສ ເພີ່ມຂຶ້ນມາຢູ່ທີ່ 26.35 ຈຸດ ຈາກ 26.21 ຈຸດ ໂດຍອາພາດເມນ 1 ຫ້ອງນອນ ໃຈກາງເມືອງ ມີຄ່າເຊົ່າສະເລ່ຍທີ່ 2.14 ຫມື່ນບາດ/ເດືອນ ຂະນະທີ່ຄ່າສິນຄ້າອຸປະໂພກບໍລິໂພກ ຫຼຸດລົງເລັກນ້ອຍມາຢູ່ທີ່ 58.32 ຈຸດ ຈາກ 62.40 ຈຸດ.

 Numbeo ລະບຸວ່າ: ຄ່າໃຊ້ຈ່າຍທັງສອງສ່ວນທີ່ເພີ່ມຂຶ້ນ ສົ່ງຜົນໃຫ້ກໍາລັງຊື້ຂອງຄົນບາງກອກ ຫຼຸດລົງມາຢູ່ທີ່ 41.15 ຈຸດ ຈາກ 44.94 ຈຸດ. ນອກຈາກນີ້, ເມືອງພູເກັດ, ພັດທະຍາ ແລະ ຊ່ຽງໃຫມ່ ຍັງຕິດຢູ່ໃນເມືອງ 10 ອັນດັບທຳອິດທີ່ມີຄ່າຄອງຊີບແພງທີ່ສຸດໃນອາຊຽນ ຢູ່ທີ່ 48.85 ຈຸດ 45.30 ຈຸດ ແລະ 43.42 ຈຸດ ໂດຍຄ່າໃຊ້ຈ່າຍສະເລ່ຍລາຍບຸກຄົນ ບໍ່ລວມຄ່າເຊົ່າເຮືອນໃນ 3 ເມືອງດັ່ງກ່າວຢູ່ທີ່ 1.8 ຫມື່ນບາດ/ເດືອນ;  1.7 ຫມື່ນບາດ/ເດືອນ ແລະ 1.6 ຫມື່ນບາດ/ເດືອນ ຕາມລຳດັບ
 ຫາກທຽບກັບກຸ່ມປະເທດອາຊຽນແລ້ວ ສິງກະໂປ ເປັນເມືອງທີ່ມີຄ່າຄອງຊີບແພງທີ່ສຸດ ຢູ່ທີ່ 69.79 ຈຸດ ຕາມດ້ວຍນະຄອນຫຼວງບາງກອກ ແລະ ເມືອງຢ່າງກຸ້ງ ຂອງມຽນມາ ເຊິ່ງ ນັມເບໂອ ລະບຸວ່າ ຄ່າຄອງຊີບໃນຢ່າງກຸ້ງ ຕ່ຳກວ່ານະຄອນຫຼວງບາງກອກ ພຽງ 0.75% ຂະນະທີ່ພູເກັດ ຢູ່ທີ່ອັນດັບ 4 ດ້ານພັດທະຍາ ແລະ ຊຽງໃຫມ່ ຢູ່ທີ່ອັນດັບ 6 ແລະ 8.

 ສຳລັບເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກປີ 2019 ນີ້ຄື ເມືອງບາເຊິລ ປະເທດສະວິດເຊີແລນ ຊຶ່ງດັດຊະນີຄ່າຄອງຊີບຢູ່ທີ່ 131.37 ຈຸດ ໂດຍຄ່າໃຊ້ຈ່າຍສະເລ່ຍລາຍບຸກຄົນ ບໍ່ລວມຄ່າເຊົ່າທີ່ພັກອາໄສ ຢູ່ທີ່ປະມານ 4.94 ຫມື່ນບາດ/ເດືອນ ຂະນະທີ່ເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນເອຊີຄື: ນະຄອນຫຼວງໂຕກ້ຽວ ປະເທດຍີ່ປຸ່ນ ຊຶ່ງດັດຊະນີຄ່າຄອງຊີບຢູ່ທີ່ 88.45 ຈຸດ ໂດຍມີຄ່າໃຊ້ຈ່າຍສະເລ່ຍລາຍບຸກຄົນ ບໍ່ລວມຄ່າເຊົ່າທີ່ພັກອາໄສ ຢູ່ທີ່ປະມານ 3.5 ຫມື່ນບາດ/ເດືອນ.

ທີ່ມາ: https://www.thaiquote.org/content/215745?fbclid=IwAR3bgmZ695IV3gPcoKrNUDCOVqZI9wThU6cMLwj5VwAKD2py-7p6Fd5Q8Tk

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment