ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ວັງວຽງ ສໍາເລັດແລ້ວ 40% !



ການກໍ່ສ້າງເສັ້ນທາງດ່ວນ ເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາເມືອງທ່ອງທ່ຽວ ຊື່ດັງ ຂອງ ສປປ ລາວ ເມືອງ ວັງວຽງ  ຄວາມຍາວ 113.5 ກມ ປະຈຸບັນ ສໍາເລັດໄປແລ້ວ 40% ໂດຍເລີ້ມຕົ້ນການກໍ່ສ້າງມາ ຕັ້ງແຕ່ເດືອນເມສາ 2018, ຄາດວ່າ ພາຍໃນປີ 2021 ຈະໄດ້ເປີດໃຊ້ຢ່າງເປັນທາງການ. ການສ້າງອຸໂມງ ທີ່ມີຄວາມຍາວ 0.67 ກມ ທີ່ພູເຂົາ ພູຜາ ຈະຊ່ວຍຫຼຸດຜ່ອນໄລຍະທາງການເດີນທາງລົງ 43 ກມ ເມື່ອທຽບໃສ່ ການເດີນທາງໂດຍໃຊ້ທາງຫຼວງ ເລກທີ່ 13 ໃນປະຈຸບັນ. ເມື່ອທາງດ່ວນເສັ້ນນີ້ ສ້າງສໍາເລັດ ຈະມີການເກັບປີ້ຜ່ານທາງ, ແຕ່ທາງຫຼວງ ເລກທີ່ 13 ກໍ່ຍັງສາມາດໃຊ້ໄດ້ ຕາມປົກກະຕິ.

ຜູ້ຊົມໃຊ້ ທາງດ່ວນເສັ້ນນີ້ ຄາດວ່າ ຈະໄດ້ເສຍເງິນ ຢູ່ທີ່ 550 ກີບ / 1 ກມ ຫຼື ປະມານ 62,000 ກີບ ແຕ່ນະຄອນຫຼວງວຽງຈັນ ເຖິງວັງວຽງ (ໄປຢ່າງດຽວ). ນັກລົງທຶນຈີນ ແມ່ນໄດ້ສໍາປະທານເສັ້ນທາງນີ້ ໄລຍະເວລາ 50 ປີ, ໂດຍມີມູນຄ່າ ການກໍ່ສ້າງທັງໝົດ ຢູ່ທີ່ 1.2 ຕື້ ໂດລາສະຫະລັດ ໂດຍມີລັດຖະບານ ແຫ່ງສປປ ລາວ ຖືຮຸນ ຮ່ວມ 5%.

ເສັ້ນທາງດ່ວນສາຍນີ້ ແມ່ນສ້າງໃຫ້ເປັນແລວຄູ່ຂະໜານໄປກັບ ເສັ້ນທາງລົດໄຟ ຄວາມໄວສູງ ລາວຈີນ ໂດຍເລີ້ມຈາກ ບ້ານສີເກີດ ເມືອງນາຊາຍທອງ ຫາ ເມືອງວັງວຽງ ແຂວງວຽງຈັນ.

ຄວາມໄວທີ່ອະນຸຍາດໃຫ້ຂັບຂີ່ ເທິງທາງດ່ວນສາຍນີ້ແມ່ນ 100 ກມ/ຊມ ຈາກເຂດຮາບພຽງ ບ້ານສີເກີດ ຫາ ເມືອງໂພນໂຮງ, ຫຼັງຈາກນັ້ນ ຄວາມໄວ ທີ່ອະນຸຍາດໃຫ້ຂັບຂີ່ແມ່ນ 80 ກມ/ຊມ ໃນເຂດຄ້ອຍຊັນ ມີພູຜາຫຼາຍ ເຂດ ເມືອງໂພນໂຮງ ຫາ ເມືອງວັງວຽງ.






Cr: Souksakhone Vaenkeo
Vientianetimes,  September 25, 2019)
Vientianetimes.org.la
WWW.NEWS.CN



Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment