ທີ່ພິທີ, ທ່ານນາງ ເລືອງທິແລງ, ຮອງຫົວໜ້າກົມສັນຊາດ, ສຳມະໂນຄົວ, ຢັ້ງຢືນ, ກະຊວງຍຸຕິທໍາຫວຽດນາມ ໃຫ້ຮູ້ວ່າ, ພາຍຫຼັງຖືສັນຊາດຫວຽດນາມແລ້ວ ເຂົາເຈົ້າຈະໄດ້ຮັບປະກັນບັນດາສິດຜົນປະໂຫຍດອັນຊອບທໍາ. ນອກຈາກນັ້ນ, ເດັກນ້ອຍຈະໄດ້ຮັບປະກັນສິດຜົນປະໂຫຍດຢ່າງຄົບຖ້ວນໃນການກວດ, ປິ່ນປົວພະຍາດ, ໄດ້ໄປໂຮງຮຽນ. ພ້ອມກັນນັ້ນ, ບັນດາພົນລະເມືອງດັ່ງກ່າວຈະໄດ້ຊົມໃຊ້ນະໂຍບາຍໜູນຊ່ວຍເພື່ອເຮັດໃຫ້ການດໍາລົງຊີວິດນັບມື້ນັບເປັນປົກກະຕິ ແລະດີກວ່າອີກ.