ສຸດຍອດເຫຼົ້າຂາວອັດຕະປື ກຽມສົ່ງອອກຂາຍ ຍີ່ປຸ່ນ !



ເຫຼົ້າຂາວອັດຕະປື ກຽມສົ່ງອອກຂາຍຕ່າງປະເທດແລ້ວ

ໃນວັນທີ 20 ກັນຍາ 2019 ສອງຝ່າຍໄດ້ເຫັນດີເປັນເອກະພາບ ເຊັນບົດບັນທືກສັນຍາ ຊື້-ຂາຍ ເຫຼົ້າຂາວລາວ ສົ່ງອອກໄປຍັງ ແຂວງ ໂອກິນາວາ ປະເທດຍີ່ປຸ່ນແລ້ວ ຈຳນວນ 7.000 ກວດ ເປັນເທື່ອທໍາອິດ ໂດຍມີການເນີນເອກະສານຖືກຕ້ອງຕາມກົດໝາຍກ່ຽວຂ້ອງກັບການສົ່ງອອກ ທຸກຂັ້ນເປັນທີ່ຮຽບຮ້ອຍ.



ກຸ່ມຜະລິດຕົ້ມເຫຼົາຂາວທີ່ວ່ານີ້ ແມ່ນເປັນແຫ່ງອິດໃນ ແຂວງອັດຕະປື ມີທີ່ຕັ້ງຢູ່ ບ້ານຊ້າຍ ເມືອງໄຊເສດຖາ ໂດຍແມ່ນອົງການຈັດຕັ້ງສາກົນ ເຊັ່ນ: ໂຄງການຄ໊ອບ ແລະ ອົງການໄຈກ້າ ໃຫ້ການສະໜັບສະໜູນທາງດ້ານເຕັກນິກ, ງົບປະມານ ເພື່ອສົ່ງເສີມການຜະລິດພັດທະນາສີມືແຮງງານ ແລະ ສ້າງໂຮງງານຕົ້ມເຫຼົ້າຂາວລາວ ມີ 1 ກຸ່ມການຜະລິດ, ມີຈຳນວນ 39 ຄົນ, ຍິງ 32 ຄົນ ຕະຫຼາດຈຳໝ່າຍປັດຈຸບັນ ແມ່ນຢູ່ພາຍໃນ 50%; ສົ່ງອອກປະເທດໃກ້ຄຽງ 25% ແລະ ອີກ 25% ກຽມຈັດສົ່ງໄປຍັງ ແຂວງ ໂອກິນາວາ ປະເທດຍີ່ປຸ່ນໃນໄວໆນີ້. 

ຮ່ວມໃນການລົງນາມ ເຊັນບົດບັນທືກສັນຍາ ຊື້-ຂາຍ ຢ່າງເປັນທາງການນັ້ນ ຕ່າງໜ້າກຸ່ມຜະລິດເຫຼົ້າຂາວບ້ານຊ້າຍ ແລະ ທ່ານ ນາງ ພູໄຍ, ຕ່າງໜ້າສະຫະກອນ ແຂວງ ໂອກິນາວາ; ທ່ານ ນາງ ຊາຢຸຣິ ຢາມະຊາໂຕະ ແລະ ຕ່າງໜ້າພະແນກອຸດສະຫະກຳ-ການຄ້າ; ທ່ານຮອງເຈົ້າແຂວງອັດຕະປື ພ້ອມດ້ວຍພາກສວ່ນທີ່ກ່ຽວທັງສອງຝ່າຍເຂົ້າຮ່ວມ.

Cr: ມາລາທິບ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment