ປ່າສະຫງວນແຫ່ງຊາດ ນໍ້າຫ້າ ຊາຟາຣີ ສັດປ່ານາໆພັນ



ປ່າສະຫງວນແຫ່ງຊາດນໍ້າຫ້າ ແຂວງຫລວງນໍ້າທາເປັນອຸທິຍານມໍະດົກອາຊຽນ, ເປັນປ່າໄມ້ເຂດຮ້ອນ, ປ່າໄມ້ດົກໜາຂຽວງາມຕະຫລອດທຸກລະດູການ, ເປັນປ່າດົງດິບໜາຕຶບກວມ 30% , ປ່າດົງດິບທົ່ວໄປກວມ 60%, ແລະ 10% ເປັນເນື້ອທີ່ຈັດສັນເປັນດິນຜະລິດກະສິກໍາ. 

ປ່າສະຫງວນແຫ່ງນີ້ມີສັດປ່າລ້ຽງລູກດ້ວຍນໍ້ານົມ 38 ສາຍພັນ, ສັດປ່າທີ່ຫາຍາກ 22 ສາຍພັນ, ມີນົກ 288 ສາຍພັນ ເຊິ່ງມີລາຍການທ່ອງທ່ຽວທໍາມະຊາດ ແລະ ວັດທະນະນທໍາ ລາຍການຍ່າງປ່າຊົມຄວາມງາມຂອງທໍາມະຊາດ ຊົມສັດປ່າ, ລ່ອງເຮືອຢາງ, ທ່ຽວບ້ານປະຊາຊົນເພື່ອສຶກສາ ແລະ ຮຽນຮູ້ວິຖີຊີວິດດ້ານວັດທະນະທໍາ.









Cr: FB page of Luangnamtha Tourism Sector
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment