ນັກສຶກສາລາວ ໄປຮຽນຕໍ່ຈີນ ເພີ່ມຂຶ້ນ 10,000 ຄົນ ໃນປີ 2019



ນັກສຶກສາລາວໄປຮຽນຢູ່ຈີນເພີ່ມຂຶ້ນເຖິງ 10 ພັນກວ່າ ຄົນໃນປີ 2019

ໃນວັນທີ 5 ຕຸລາ ຜ່ານມາ ສະຖານທູດ ສປປ ລາວ ປະຈໍາປັກກິ່ງ, ສປ ຈີນ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 25 ປີ ຢ່າງເປັນຂະບວນຟົດຟື້ນ ພາຍໃຕ້ສາຍພົວພັນຮ່ວມມື ລາວ-ຈີນ ເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຂະນະທີ່ປັດຈຸບັນ ຕົວເລກຈໍານວນນັກສຶກສາລາວ ທີ່ໄດ້ເດີນທາງເຂົ້າໄປສຶກສາຮໍ່າຮຽນຢູ່ ສປ ຈີນ ເພີ່ມຂຶ້ນເຖິງ 10.000 ຄົນ. ສະເພາະຕົວເລກນັກສຶກສາລາວ ພວມຮຽນຢູ່ປັກກິ່ງປະມານ 433 ຄົນ ໃນນັ້ນ ປະລິນຍາຕີ 198 ຄົນ, ປະລິນຍາໂທ 152 ຄົນ, ປະລິນຍາເອກ 14 ຄົນ, ກຽມພາສາ 49 ຄົນ, ຊັ້ນສູງ 10 ຄົນ ແລະ ອື່ນໆ.

ທັນນີ້, ຕົວເລກຂອງນັກສຶກສາລາວໄດ້ຮັບທຶນພາຍໃນແຜນຂອງລັດຖະບານເຂົ້າມາສຶກສາຮໍ່າຮຽນຢູ່ ສປ ຈີນໄດ້ສືບຕໍ່ເພີ່ມຂຶ້ນຈາກ 300 ຄົນໃນປີ 2018 ມາເປັນ 350 ຄົນໃນປີ 2019. ນອກຈາກນັ້ນ, ຍັງມີທຶນນອກແຜນທີ່ບັນດາແຂວງຊາຍແດນ, ບໍລິສັດ ແລະ ຫົວໜ່ວຍທຸກລະກິດອື່ນສະໜອງທຶນໂດຍກົງໃຫ້ຕື່ມອີກລວມທັງໝົດ 10.000 ຄົນ ແລະ ຄາດວ່າການສະໜອງທຶນຂອງລັດຖະບານຈີນ ເພື່ອກໍ່ສ້າງບຸກຄະລາກອນ ແລະ ຖ່າຍທອດຄວາມຮູ້ຄວາມສາມາດໃຫ້ຄົນລາວຈະສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຂໍ້ມູນຈາກ: ຂປລ




Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment