ລັດຖະບານຍີ່ປຸ່ນ ຈະເຮັດທຸກວິທີ ເພື່ອຟື້ນຟູ່ ເຂດທີ່ໄດ້ຮັບຜົນກະທົບນໍ້າຖ້ວມ, ຍອດເສຍຊີວິດ ຂຶ້ນສູງຮອດ 73 ຄົນແລ້ວ


ຍີ່ປຸ່ນ ທຸ້ມງົບປະມານສູງ 500.000 ລ້ານເຢນ ເພື່ອຊ່ວຍເຫລືອທຸກດ້ານໃຫ້ແກ່ທຸກພື້ນທີ່ ແລະ ປະຊາຊົນທຸກຄົນ ທີ່ໄດ້ຮັບຜົນກະທົບຈາກພະຍຸ ຮາກິບິສ ຊຶ່ງປັດຈຸບັນມີຜູ້ເສຍຊີວິດແລ້ວເກືອບ 73 ຄົນ.

ພະນະທ່ານ ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ກ່າວວ່າ ລັດຖະບານຍີ່ປຸ່ນ ໄດ້ກໍາໜົດເອົາພະຍຸ ຮາກິບິສ ເປັນຫາຍະນະ ທາງທໍາມະຊາດ ທີ່ຮຸນແຮງ ຂອງປະເທດຍີ່ປຸ່ນ ແລະ ຈະສຸມທກວິທີທາງ ເພື່ອໃຫ້ ເຂດທີ່ໄດ້ຮັບຜົນກະທົບ ຈາກພະຍຸໄຕ້ຝຸ່ນ ໃຫ້ກັບຄືນມາສູ່ສະພາບປົກກະຕິ ໂດຍໄວ ພ້ອມທັງຕອບສະໜອງນໍ້າສະອາດ, ໄຟຟ້າ, ອາຫານ, ຕຽງນອນ ແລະ ເຄື່ອງບັນເທົ່າທຸກຕ່າງໆ ໃຫ້ຜູ້ລີ້ໄພ ພ້ອມທັງຈະສ້ອມແປງ ທຸກຫຼັກຄາເຮືອນທີ່ໄດ້ຮັບຜົນກະທົບ. 

ແຂວງທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດ ແມ່ນແຂວງ Fukushima ໂດຍມີຍອດຜູ້ເສຍຊີວິດ ສູງເຖິງ 25 ຄົນ ໂດຍໃນນີ້ ໄດ້ພົບເຫັນສົບຂອງແມ່ ແລະ ເດັກຊາຍ ເສຍຊີວິດ ເນື່ອງຈາກນໍ້າພັດພາ ຫ່າງໄກກັນ ເຖິງ 4 ກິໂລແມັດ. ກົມອຸຕຸນິຍົມວິທະຍາ ຂອງຍີ່ປຸ່ນກ່າວໄວ້ວ່າ ປະລິມານຝົນ ທີ່ຕົກລົງມາ ໃນມື້ດຽວ ເກືອບເທົ່າກັບປະລິມານ ນໍ້າຝົນ 40% ທີ່ຕົກລົງມາໃນ 1 ປີ, ເຮັດໃຫ້ຄູດິນ ກັ້ນນໍ້າ ໄດ້ຮັບຄວາມເສຍຫາຍ ເຖິງ 12 ຄູ. 

ແຫຼ່ງຂ່າວ: NHK World ວັນທີ 15/10/2019


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment