Unitel ຈະເປີດນໍາໃຊ້ສັນຍານອິນເຕີເນັດ 5G ຢູ່ ສປປ ລາວ ໃນທ້າຍປີນີ້ !


ບໍລິສັດ ຢູນິເທລ (Unitel) ຊຶ່ງເປັນບໍລິສັດ ໃນເຄືອຂ່າຍຂອງ Viettel ປະເທດຫວຽດນາມ ມີແຜນຈະເປີດນໍາໃຊ້ ລະບົບສັນຍານອິນເຕີເນັດ 5G ຢູ່ ສປປ ລາວ ໃນທ້າຍປີນີ້ ຊຶ່ງເປັນປະເທດທີ່ສາມ ທີ່ທາງ Viettel ຈະທົດລອງເປີດນໍາໃຊ້, ພາຍຫຼັງເປີດທົດລອງໃຊ້ ຢູ່ປະເທດ ມຽນມາ ແລະ ຫວຽດນາມ. ໂດຍທາງບໍລິສັດ ຈະເປີດນໍາໃຊ້ SIMS ໃຫ້ຜູ້ຊົມໃຊ້ຢູ່ລາວ ສາມາດນໍາໃຊ້ຫຼິ້ນເກມ ແບບສົມຈິງ VR gaming ແລະ ການຖ່າຍທອດສົດ ດ້ວຍສັນຍານ 8K Streaming ໄດ້ຢ່າງບໍ່ມີສະດຸດ. 

Unitel ສ້າງຕັ້ງຂຶ້ນໃນເດືອນຕຸລາ 2009, ດໍາເນີນການໃຫ້ບໍລິການ ໃນ 17 ແຂວງ 1 ນະຄອນຫຼວງ ຢູ່ ສປປ ລາວ. 

ແຫຼ່ງທີ່ມາ: Marketexpert24


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment