ສຸດຍອດໄອເດຍ ຄາສເບີກ ເປີດໂຕແກ້ວເບຍໃໝ່ ເຮັດດ້ວຍເຈ້ຽ ເທື່ອທໍາອິດຂອງໂລກ !!!



ຄາສເບີກ, ພູມໃຈ ເປີດໂຕ ແກ້ວເບຍໃໝ່ ເຮັດດ້ວຍເຈ້ຽ ເທື່ອທໍາອິດຂອງໂລກ !!!

ບໍລິສັດ ຄຣາສະເບີກ (Carlsberg) ຊຶ່ງເປັນບໍລິສັດຮ່ວມທຶນ ກັບ ບໍລິສັດ ເບຍລາວ (Beerlao) ໄດ້ນໍາສະເໜີຜົນການທົດລອງ ການຜະລິດແກ້ວເບຍ 2 ປະເພດ, ປະເພດທີ່ໜຶ່ງ ຜະລິດຈາກເຍື້ອໄມ້ ນໍາໃຊ້ວັດສະດຸທີ່ຍ່ອຍສະຫຼາຍເອງໄດ້ຕາມທໍາມະຊາດ 100%, ແລະ ປະເພດທີ່ສອງ ຜະລິດຈາກແຜ່ນຟິມ ໂພລິເມີ ຊີວະພາບ ຣີໄຊໂຄ ກາຍເປັນ ບໍລິສັດເບຍແຫ່ງທໍາອິດ ຂອງໂລກ ທີ່ນໍາໃຊ້ວັດສະດຸເຈ້ຽ ໃນການຜະລິດ ແກ້ວເບຍ, ສ້າງຄວາມແປກ ແຕກຕ່າງ ໃຫ້ແກ່ວົງການເບຍ ໄດ້ເປັນຢ່າງດີ. ນອກຈາກນັ້ນ ທາງບໍລິສັດ ຄຣາສະເບີກ ຍັງໄດ້ຮ່ວມືກັບ ຫຼາຍບໍລິສັດ ຊື່ດັ່ງ ເຊັ່ນ ບໍລິສັດ ໂຄຄາໂຄລາ (Coca Cola), ບໍລິສັດຜະລິດເຫຼົ້າໂວກ້າ (Absolut) ແລະ ບໍລິສັດຜະລິດເຄື່ອງສໍາອາງ ລໍຣິອອລ (L’Oreal) ໂດຍມີວັດຖຸປະສົງເພື່ອ ພັດທະນາ ທາງເລືອກໃຫ້ກັບຜະລິດສິ່ງຫຸ້ມຫໍ່ ທີ່ມີຄວາມຍືນຍົງ, ທີ່ມີຄຸນນະພາບສູງ ແຕ່ ສາມາດຫຼຸດຜ່ອນຜົນກະທົບທີ່ຈະມີຕໍ່ ສະພາບແວດລ້ອມໄດ້. 




 ບໍລິສັດ ຄຣາສະເບີກ ຍາມໃດກໍ່ບໍ່ຢຸດຢັ້ງ ໃນການພັດທະນາ ແລະ ເຟັ້ນຫາສິ່ງທີ່ດີຂຶ້ນກ່ວາເກົ່າ, ໂດຍການສຸມໃສ່ ພັດທະນາ ນະວັດຕະກໍາ ພາຊະນະບັນຈຸ ແບບຍືນຍົງນີ້ ບໍ່ແມ່ນເລື້ອງແປກໃໝ່ ຂອງບໍລິສັດ ແຕ່ຢ່າງໃດ ເຫັນໄດ້ຈາກ ໃນປີ 2018 ທາງບໍລິສັດ ຄຣາສະເບີກ ໄດ້ປ່ອຍນະວັດຕະກໍາ ພາຊະນະບັນຈຸ ຫຼາຍໂຕ ອອກສູ່ສັງຄົມ ເປັນຕົ້ນແມ່ນ ແຜນຟິມຣີໄຊໂຄ ທີ່ສາມາດຫົດຫັດຮູບໄດ້ (Shrink film), ສະຫຼາກສິນຄ້າ ທີ່ໃຊ້ມຶກ ທີ່ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ (Greener Label Ink) ແລະ ນະວັດຕະກໍາ ການບັນຈຸກະປ໋ອງເບຍແບບ “Snap pack” ທີ່ໃຊ້ກາວແທນການຫຸ້ມຫໍ ກະປ໋ອງເບຍ 6 ກະປ໋ອງ ດ້ວຍຖົງຢາງ ພລາສຕິກ ເປັນຕົ້ນ. 



 ສິ່ງຕ່າງໆ ທີ່ກ່າວມານີ້ ຖືເປັນຄວາມພະຍາຍາມ ຢ່າງຕໍ່ເນື່ອງ ຂອງບໍລິສັດ ຄຣາສະເບີກ ເພື່ອພັດທະນາ ນະວັດຕະກໍາ ທີ່ສົ່ງຜົນຕໍ່ການປ່ຽນແປງ ໃນທາງທີ່ດີ ແລະ ຍືນຍົງ ໃຫ້ກັບສັງຄົມ ພ້ອມກັນນັ້ນ ຍັງເປັນການຕອບສະໜອງ ຈຸດປະສົງຂອງ ຄຣາສະເບີກ ໃນການຊ່ວຍຫຼຸດຜ່ອນປະລິມານອາຍກາກບອນ ອອກສູ່ ຊັ້ນບັນຍາກາດ ໃຫ້ຫຼຸດລົງ 30% ພາຍໃນປີ 2030 ຕາມນະໂຍບາຍ Together Towards Zero ຂອງບໍລິສັດ ຫຼື ການກ້າວໄປສູ່ສັງຄົມ ທີ່ປາດສະຈາກ ສິ່ງເສດເຫຼືອ ຢ່າງແທ້ຈິງ ນັ້ນເອງ.

#Carlsberg
#Beerlao

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment