ວິສະວະກອນຣັດເຊຍ ມາຊ່ວຍເກັບກູ້ລະເບີດ ຢູ່ແຂວງຊຽງຂວາງ


ນັກວິສາວະກອນຣັດເຊຍ ຊ່ວຍເຫຼືອເກັບກູ້ລະເບີດຢູ່ແຂວງຊຽງຂວາງ ເປັນເວລາ 6 ເດືອນ

ນັກວິສາວະກອນຣັດເຊຍ ໄດ້ເດີນທາງມາເຖິງ ສປປ ລາວ ເພື່ອມາຂຸດຄົ້ນລະເບີດ ຢູ່ຕາມເຂດຮ່ອມພູ ແລະ ເຂດທົ່ງໄຫຫີນ ໃນແຂວງຊຽງຂວາງ ເຊິ່ງໃນປີ 2019 ນີ້ທົ່ງໄຫຫີນ ໄດ້ຖຶກຮັບເຂົ້າເປັນ ມໍລະດົກໂລກ ຈາກອົງການ UNESCO.

ສຳລັບປີນີ້ ແມ່ນເປັນປີທີ່ 2 ທີ່ຄະນະເກັບກູ້ລະເບີດ ຈາກສູນເກັບກູ້ລະເບີດຝັງດິນສາກົນຂອງຣັດເຊຍ ໄດ້ເດີນທາງມາຊ່ວຍເຫຼືອໃນການເກັບກູ້ລະເບີດ ຢູ່ພາຍໃນດິນແດນຂອງ ສປປ ລາວ.

ການເກັບກູ້ລະເບີດດັ່ງກ່າວ ຈະເລີ່ມປະຕິບັດງານ ໃນລະຫວ່າງເດືອນ ຕຸລາ ປີ 2019 ເຖິງ ເດືອນ ມີນາ ປີ 2020 ຖືເປັນເວລາ 6 ເດືອນ. ນອກຈາກນັ້ນ, ບັນດາຄູຝຶກຂອງສູນເກັບກູ້ລະເບີດ ແລະ ການຝຶກອົບຮົມ ຂອງ ສປປ ລາວ ແມ່ນຈະໄດ້ນຳໃຊ້ອຸປະກອນໃນການເກັບກູ້ລະເບີດ ຈາກຣັດເຊຍ, ລວມທັງ ບັນດາຄຳສັ່ງ ແລະ ຄຳແນະນຳທີ່ຖືກຕ້ອງໃນການທຳລາຍລູກລະເບີດ.












Cr: Russian Embassy in Laos



Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment