ບັນຫາກິ່ນຂິວຮຸນແຮງ ຈາກໂຮງງານຜະລິດນ້ຳກ້ອນ ຕັ້ງຢູ່ບ້ານດົງປ່າແຫຼບ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ



ໃນວັນທີ 27 ກັນຍາ 2019 ໄດ້ເກີດເຫດການຮົ່ວໄຫຼ ຂອງການເຕີມນ້ຳຢາ ອາໂມເນຍ (NH4) ຈາກໂຮງງານຜະລິດນໍ້າກ້ອນ ຕັ້ງຢູ່ບ້ານດົງປ່າແຫຼບ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພາໃຫ້ເກີດມີກີ່ນຂິວແຮງ ຢູ່ອ້ອມແອມບໍລິເວນຂອງໂຮງງານ ທີ່ມີບ້ານເຮືອນປະຊາຊົນຕັ້ງຢູ່ຫນາແຫນ້ນ ໂດຍສະເພາະ ແມ່ນໂຮງ ຮຽນຫງຽນຢູ ທີ່ມີນັກຮຽນ 1000 ປາຍ. ໃນນີ້, ມີນັກຮຽນ 105 ຄົນ (ຍີງ 59 ຄົນ) ທີ່ມີອາການວີນຫົວ, ເຈັບຄໍ, ເຈັບຕາ. ສະນັ້ນ, ທາງໂຮງຮຽນ ຈຶ່ງປິດການຮຽນການສອນ. ພາຍຫລັງເກີດເຫດດັ່ງກ່າວ, ກົມນະໂຍບາຍ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນນາມເປັນຫົວໜ້າຄະນະທີ 3 ຂອງຄະນະຮັບຜິດຊອບຕິດຕາມ ແກ້ໄຂເຫດສຸກເສີນດ້ານສິ່ງ ແວດລ້ອມ ໄດ້ປະສານສົມທົບກັບ ກອງຕິດຕາມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ລົງເກັບກຳຂໍ້ມູນ ແລະ ພົບວ່າ: ໂຮງງານດັ່ງກ່າວ ແມ່ນດຳເນີນທຸລະກິດແບບຄອບຄົວ, ໄດ້ຮັບໃບອະນຸຍາດດຳເນີນກິດຈະການໂຮງງານ ຈາກຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຈັນທະບູລີ ອອກໃຫ້ປີ 2019, ໃບທະບຽນວິສາຫະກິດ ຈາກຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ຈັນທະບູລີ ອອກໃຫ້ປີ 2014. ສຳລັບໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແມ່ນບໍ່ຍັງໄດ້ຮັບການອະນຸຍາດເທື່ອ. ຜ່ານການສອບຖາມນາຍບ້ານຕື່ມ ເຫັນວ່າ ໂຮງງານດັ່ງກ່າວ ສົ່ງກິ່ນຂິວແຕ່ປີ 2015 ເຊິ່ງທາງ ຫ້ອງການ ບ້ານ ດົງປ່າແຫຼບ ໄດ້ສົ່ງໜັງສືຫາຫ້ອງການ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ ເພື່ອລົງມາແກ້ໄຂບັນຫາກິ່ນຂິວ ແຕ່ບໍ່ໄດ້ຮັບການແກ້ໄຂ.

 ສະນັ້ນ, ພາຍຫລັງເກີດເຫດການຄັ້ງນີ້ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຈັນທະບູລີ ໄດ້ອອກໃບຢັ້ງຢືນການຢຸດເຊົາດໍາເນີນກິດຈະການໂຮງງານ ຊົວຄາວ ສະບັບເລກທີ 158/ອຈ.ຈລ, ລົງວັນທີ 2 ຕຸລາ 2019. ແຕ່ມາຮອດກາງຄືນວັນທີ 8 ຕຸລາ 2019 ເຈົ້າຂອງໂຮງງານ ໄດ້ລັກເປີດເຄື່ອງຈັກຜະລິດນໍ້າກ້ອນນ້ອຍ ຊຶ່ງໃນຕອນເຊົ້າວັນທີ 9 ຕຸລາ 2019 ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງໄດ້ເຊີນເຈົ້າຂອງໂຮງງານມາກ່າວເຕື່ອນ ແລະ ທາງໂຮງງານໄດ້ປິດເຄື່ອງຈັກແລ້ວ. ຢ່າງໃດກໍຕາມ, ມີຄວາມຈໍາເປັນຕ້ອງໄດ້ສຶບຕໍ່ຕິດຕາມ ເພື່ອບໍ່ໃຫ້ໂຮງງານດັ່ງກ່າວລັກເປີດນໍາໃຊ້ເຄື່ອງຈັກຜະລິດນໍ້າກ້ອນອີກ.






ການແກ້ໄຂບັນຫາກີ່ນຂິວໃນຄັ້ງນີ້ ໄດ້ຮັບການແກ້ໄຂຢ່າງທັນການ ຍ້ອນໄດ້ຮັບການຮ່ວມມືຈາກຫລາຍພາກສ່ວນ ເປັນຕົ້ນແມ່ນ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງເມືອງຈັນທະບູລີ, ອົງການປົກຄອງບ້ານດອນແດງ ແລະ ພໍ່ແມ່ປະຊາຊົນ ກໍຄືຄະນະອໍານວຍການໂຮງ ຮຽນ ຫງຽນຢູ ຊຶ່ງເປັນຕົວແບບຢ່າງ ໃນການແກ້ໄຂບັນຫາສິ່ງແວດລ້ອມ ໃນຕໍ່ຫນ້າ.




ດັ່ງນັ້ນ, ຖ້າຫາກເກີດມີເຫດ ການສຸກເສີນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ບັນດາທ່ານສາມາດປະສານຜ່ານສາຍດ່ວນ 1514 ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫລື ປະສານຫາຜູ້ຮັບຜິດຊອບລົງແກ້ໄຂເຫດການສຸກເສີນດ້ານສິ່ງແວດລ້ອມ ຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມ ແລະ ແກ້ໄຂເຫດສຸກເສີນດ້ານສິ່ງແວດລ້ອມ ສະບັບເລກທີ 4043/ກຊສ, ລົງວັນທີ 15 ກໍລະກົດ 2019.





ຂໍ້ມູນຈາກ: ກຊສ MONRE
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment