ຢາກລຸ້ນໄປທ່ຽວ 5 ທະວີບ 5 ປະເທດ ແບບຟຣີໆ ດາຣາດັງລາວ ຈັດເຕັມ ກັບວິດີໂອ ເປີດໃຈຮັບປະສົບການໃໝ່


ເປີດໂຕໄປເປັນທີ່ຮຽບຮ້ອຍແລ້ວກັບໂຄງການ “Open To More Challenge ຫຼື ເປີດໃຈຮັບປະສົບການໃໝ່” ແລະ ຫຼາຍຄົນຄົງໄດ້ເຫັນວິດີໂອຂອງຄົນດັງໃນວົງການບັນເທີງທີ່ຖືກແຊຣ໌ໄປທົ່ວ Facebook ເຊິ່ງພວກເຂົາທັງ 4 ນັ້ນແມ່ນກໍາລັງແຂ່ງຂັນກັນເພື່ອຊິງເປັນຜູ້ຊະນະ 2 ຄົນສຸດທ້າຍທີ່ມີຄະແນນໂຫວດສູງສຸດ ເພື່ອລຸ້ນທ່ຽວຮອບໂລກ 5 ທະວີບ 5 ປະເທດ ແລະ ສຳລັບປະຊາຊົນທົ່ວໄປແມ່ນຈະມີພຽງຜູ້ຊະນະ 3 ຄົນເທົ່ານັ້ນທີ່ຈະເຂົ້າຮ່ວມການເດີນທາງໃນຄັ້ງນີ້ ງ່າຍໆພຽງອັດວິດີໂອທີ່ສື່ເຖິງ “ການເປີດໃຈເຮັດສິ່ງໃໝ່ໆ ໃນແບບທີ່ໂຕເອງບໍ່ເຄີຍເຮັດມາກ່ອນ” ຫຼື ຈະເຮັດຫົວຂໍ້ຕາມ 4 ຄົນດັງທີ່ລະບຸຢູ່ດ້ານລຸ່ມນີ້ກໍ່ໄດ້, ແລ້ວໂພສລົງໃນ Facebook ສ່ວນຕົວ ແລະ ໃສ່ hashtag #TuborgLaos #OpenToMore ເທົ່ານີ້ທ່ານກໍ່ສາມາດລຸ້ນເປັນຜູ້ຊະນະໄດ້ແລ້ວ, ຢໍ້າ! 3 ລາງວັນສໍາລັບບຸກຄົນທົ່ວໄປແມ່ນບໍ່ໄດ້ແຂ່ງກັບຄົນດັງ. 

ກ່ອນຈະໄປອັດວິດິໂອມາແຂ່ງ ພວກເຮົາມາເບິ່ງຕົວຢ່າງ “ການເປີດໃຈຮັບປະສົບການໃໝ່ໃນແຕ່ລະແບບຂອງທັງ 4 ຄົນດັງ” ວ່າຈະເປັນແນວໃດນັ້ນມາຕິດຕາມກັນໄດ້ເລີຍ: 


ຈາກເປັນຄົນທີ່ປິດກັ້ນ ແລະ ເລືອກກີນອາຫານ ກາຍເປັນຄົນທີ່ກ້າເປິດໃຈໃຫ້ກັບທຸກເມນູ ແລະ ຍັງໄດ້ປົດລ໋ອກຄວາມຢ້ານ ໃຫ້ກ້າທີ່ຈະຄົ້ນຫາຣົດຊາດໃໝ່ໆ!  

“ບ໋ອບ ເປັນຄົນໜຶ່ງທີ່ເລືອກກິນ ເວົ້າງ່າຍໆຄືມັກຕິ ເມື່ອທູບ໋ອກ ທ້າໃຫ້ເຮັດພາລະກິດ ໃນຫົວຂໍ້ເປີດໃຈຮັບປະສົບການໃໝ່ກັບອາຫານ, ບອກເລີຍວ່າ ເມນູອາຫານທີ່ລອຍເຂົ້າມາໃນຫົວຕອນນັ້ນແມ່ນ: ໄຂ່ລູກ ແລະ ຫອຍນາງລົມ ເພາະບໍ່ເຄີຍລອງກິນຈັກເທື່ອສຳລັບໂຕເອງແລ້ວ ຮູ້ສຶກວ່າມັນເໝັນ ແລະ ຄາວແຮງ. ແຕ່ບ໋ອບກໍ່ຢາກເອົາຊະນະໃຈໂຕເອງເລີຍລອງເປີດໃຈກິນໄຂ່ລູກກັບນໍ້າຫວານ ແລະ ຫອຍນາງລົມກັບຜົງໂກໂກ້ ແລະ ບ໋ອບເອງກໍ່ເຮັດພາລະກິດນັ້ນສຳເລັດ ແລະ ຢາກຝາກເຖີງຄົນທີ່ເລືອກກິນຄືກັນກັບບ໋ອບວ່າ ການທີ່ເຮົາໄດ້ເປີດໃຈກິນອາຫານໃໝ່ໆ ອາດຈະເຮັດໃຫ້ເຮົາໄດ້ສຳພັດກັບຣົດຊາດທີ່ແຊບ ແບບທີ່ບໍ່ເຄີຍສຳພັດມາກ່ອນ...” ກ່າວໂດຍ ບ໋ອບ ຟຣີແມນ.  #Facebook Bob Freeman 


ການທີ່ໄດ້ອອກມາເຕັ້ນໃນສະຖານທີ່ສາທາລະນະ ມັນໄດ້ສ້າງຮ້ອຍຍິ້ມ ແລະ ຄວາມສຸກໃຫ້ຫຼາຍໆຄົນ ເຮັດໃຫ້ໂອເລ້ໝັ້ນໃຈວ່າ ສັງຄົມລາວເປີດໃຈຍອມຮັບຄວາມເປັນໂຕຕົນຂອງໂອເລ້ຫຼາຍຂື້ນ!  



"ໂອເລ້ ເອງກໍ່ໄດ້ຮັບພາລະກິດໃນຫົວຂໍ້ ເປີດໃຈຮັບປະສົບການໃໝ່ໃນການເຕັ້ນຕາມສະຖານທີ່ສາທະລະນະ ຕອນທໍາອິດທີ່ໄດ້ຮັບຄໍາທ້າຄິດເຫັນພາບໂຕເອງແລ້ວຮູ້ສຶກອາຍ ເພາະໂດຍສ່ວນໂຕບໍ່ໄດ້ອອກໄປເຕັ້ນແບບນີ້ມາກ່ອນ ແລະ ຢູ່ໃນປະເທດລາວກໍ່ຍັງບໍ່ເຄີຍເຫັນໃຜເຮັດມາກ່ອນ ແຕ່ໂອເລ້ຄິດວ່າ ຢ່າໃຫ້ຄຳວ່າບໍ່ເຄີຍເຮັດມາຢຸດຄວາມກ້າຂອງເຮົາໄດ້! ໂອເລ້ກໍ່ເລີຍໃຊ້ຄວາມກ້າທີ່ມີ ບວກກັບຢາກໄປທ່ຽວຮອບໂລກ5555 ກໍ່ເລີຍເຮັດພາລະກິດຈົນສຳເລັດ ແລະ ໄດ້ສຽງຕອບຮັບດີເກີນຄາດ, ໄປໄສມາໄສຄົນກໍ່ມີຄົນຮູ້ຈັກຫຼາຍຂື້ນ ຮູ້ສຶກວ່າສັງຄົມຍອມຮັບໂອເລ້ຫຼາຍຂື້ນ ຈົນປະຈຸບັນນີ້ມີຮອດຄົນມາຂໍຖ່າຍຮູບນຳພຸ້ນນະ!” ກ່າວໂດຍ ໂອເລ້ ໂພທິມາດ  #Facebook Olay Phothimard 


ການໄດ້ອອກໄປພົບປະກັບຄົນໃໝ່ໆ ມັນໄດ້ສ້າງສີສັນ ແລະ ເຕີມເຕັມຊີວິດຂອງເມ ເຮັດໃຫ້ມີຊີວິດຊີວາ ແລະ ຍັງໄດ້ມິດຕະພາບໃໝ່ທີ່ບໍ່ຄິດວ່າໃນຊີວິດນີ້ຈະໄດ້ພົບມາກ່ອນ!

“ ເມ ໄດ້ຮັບພາລະກິດໃນຫົວຂໍ້ເປີດໃຈຮັບປະສົບການໃໝ່ກັບການຖ່າຍຮູບກັບຄົນແປກໜ້າ ແລະ ຍິ່ງໄປກວ່ານັ້ນ ເມຕ້ອງໄດ້ໃຊ້ຊຸດຄຼອດເພ້(ກາຕູນຢີປຸ່ນ) ບອກເລີຍວ່າເປັນພາລະກິດທີ່ຍາກຄູນສອງສຳລັບໂຕເອງ ເພາະ ໃນຊີວິດບໍ່ເຄີຍຄິດວ່າຈະໄດ້ເຮັດແບບນີ້ ສ່ວນຫຼາຍມີແຕ່ຄົນມາຂໍຖ່າຍຮູບນຳ! ສິ່ງທີ່ເມຕັດສິນໃຈເຮັດເພາະຢາກປ່ຽນຄວາມຄິດໃນກອບຂອງໂຕເອງ ຫຼັງຈາກທີ່ໄດ້ເຮັດພາລະກິດບອກໄດ້ເລີຍມ່ວນສຸດໆ ເພາະມັນໄດ້ສ້າງດ້ວຍຮອຍຍິ້ມ ແລະ ສຽງຫົວໃຫ້ແກ່ທຸກຄົນທີ່ພົບເຫັນ ເມຢາກເຊີນຊວນໃຫ້ທຸກຄົນທີ່ຂີ້ອາຍ ໃຫ້ກ້າທີ່ຈະອອກໄປພົບປະກັບສັງຄົມໃໝ່ ເຊິ່ງມັນອາດເປັນປະສົບການທີ່ໜ້າຈົດຈຳ ແລະ ສ້າງຮອຍຍິ້ມທີ່ລືມບໍ່ລົງຢ່າງເຊັ່ນກັບເມທີ່ໄດ້ເຮັດຜ່ານມາ...” ກ່າວໂດຍ ເມລະອອງ ສີຊານົນ. #Facebook Maylaong Sixanon



 ຈາກຄົນທີ່ບໍ່ກ້າຄິດນອກກອບ ກາຍເປັນຄົນທີ່ພ້ອມເປີດໃຈຮຽນຮູ້ ແລະ ເຮັດສິ່ງໃໝ່! 



"ພາລະກິດຂອງນົກທີ່ໄດ້ຮັບນັ້ນກໍ່ຄື ເປີດໃຈຮັບປະສົບການໃໝ່ໃນການເຮັດທັກສະໃໝ່ ນົກເລີຍເລືອກແຕ່ງໜ້າໃນຂະນະທີ່ຂີ່ລົດໂກຄຼາດ (Go kart) ບອກເລີຍວ່າຕື່ນເຕັ້ນ ແລະ ກໍ່ອອກມາຢ່າງທີ່ທຸກຄົນໄດ້ເຫັນໃນຄຼິບວິດີໂອ ແຕ່ກໍ່ມ່ວນ ແລະ ມັນຍັງເຮັດໃຫ້ນົກໄດ້ປົດລ໋ອກຄວາມຄິດຂອງໂຕເອງຈາກທີ່ບໍ່ກ້າຕິດນອກກອບ ໃຫ້ກ້າທີ່ຈະເຮັດສິ່ງໃໝໆ ແລະ ຍັງໄດ້ຄົ້ນພົບໂຕເອງວ່າສາມາດເຮັດຫຍັງໄດ້ຫລາຍກວ່າທີ່ຄິດ ແລະ ທ່ານເດໄດ້ລອງເຮັດສິ່ງທີ່ບໍ່ເຄີຍເຮັດແລ້ວຫຼືຍັງ ຖ້າຍັງມາລອງເປີດໃຈຮຽນຮູ້ທັກສະໃໝ່ໆໄປກັບນົກ ໃນໂຄງການ Tuborg Open To More Challenge ນີ້ໄດ້ເດີ້...” ກ່າວໂດຍ ນົກ ພອນທະມາລີ ຈິດປັນຍາ. 
#Facebook Nok Phonethamaly Chitpanya 

ວິດີໂອຂອງທ່ານອາດເປັນຜູ້ຊະນະຮ່ວມເດີນທາງທ່ອງທ່ຽວຮອບໂລກ 5 ທະວີບ 5 ປະເທດ. ທຸກຄົນສາມາດເຂົ້າຮ່ວມໂຄງການໄດ້ງ່າຍໆ ພຽງອັດວິດີໂອ ທີ່ສື່ເຖິງ “ການເປີດໃຈເຮັດສິ່ງໃໝ່ໆ ໃນແບບທີ່ໂຕເອງບໍ່ເຄີຍເຮັດມາກ່ອນ” ຫຼື ຈະເຮັດຕາມຫົວຂໍ້ແບບ 4 ຄົນດັງທີ່ກວ່າມາຂ້າງເທິງນັ້ນກໍ່ໄດ້, ແລ້ວໂພສລົງໃນ Facebook ສ່ວນຕົວ ແລະ ໃສ່ hashtag #TuborgLaos #OpenToMore ເທົ່ານີ້ທ່ານກໍ່ສາມາດລຸ້ນເປັນຜູ້ຊະນະ. ກະຕິກາ ແລະ ຂໍ້ມູນເພີມຕືມ ສາມາດຕິດຕາມ Facebook TuborgLaos. ມາຮ່ວມເປີດໃຈຮັບປະສົບການໃໝ່ກັບ Tuborg ໄດ້ແລ້ວມື້ນີ້ ຈົນເຖີງ 20 ຕຸລາ 2019.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment