ບໍລິສັດສະຕາໂທລະຄົມ ມອບເງິນ 1 ລ້ານໂດລາ ໃຫ້ກະຊວງປ້ອງກັນປະເທດ



ຊົມເຊີຍ! ບໍລິສັດສະຕາໂທລະຄົມ ມອບເງິນ 1 ລ້ານໂດລາ ໃຫ້ກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ແລະ ວັນຊາດທີ 2 ທັນວາ ທີ່ຈະມາເຖິງ.

ໃນວັນທີ 14 ພະຈິກ 2019 ຜ່ານມາ ບໍລິສັດສະຕາໂທລະຄົມໄດ້ນຳເອົາເງິນຈຳນວນ 1.000.000 ໂດລາສະຫະລັດ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອເປັນການປະກອບສ່ວນ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ແລະ ວັນຊາດທີ 2 ທັນວາຄົບຮອບ 44 ປີ (2/ 12/1975-2/12/2019 ). 

ໃນໂອກາດນີ້ຕາງໜ້າໃຫ້ບໍລິສັດສະຕາໂທລະຄົມກ່າວມອບໂດຍ ທ່ານ ລືວ ແມ໋ງຮ່າ ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ແລະ ກ່າວຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

 ໃນໂອກາດນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທາງບໍລິສັດສະຕາໂທລະຄົມ ທີ່ເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງວຽກງານດັ່ງກ່າວເພາະ ເງິນຈຳນວນດັ່ງກ່າວແມ່ນເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາກອງທັບໃຫ້ມີຄວາມຈະເລີນກ້າວໜ້າ ແລະ ທັນສະໄໝ.

ຂ່າວ: Lao people's Army News
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment