ໄດ້ຮັບການຊີ້ແຈງແລ້ວ ເປັນຫຍັງ ເງິນກີບລາວ ຈຶ່ງອ່ອນຄ່າ



ຫຼັງຈາກທີ່ເງິນກີບອ່ອນຄ່າລົງຢ່າງຕໍ່ເນື່ອງ ນັບແຕ່ເດືອນມິຖຸນາເປັນຕົ້ນມາ, ຕໍ່ບັນຫາດັ່ງກ່າວ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ລະບຸວ່າ: ໜຶ່ງໃນສາເຫດແມ່ນ ການຜະລິດສິນຄ້າຢູ່ພາຍໃນປະ ເທດເຮົາຍັງບໍ່ທັນເຂັ້ມແຂງ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງຜົນໃຫ້ຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍ ເພື່ອມາຊຳລະສະສາງກັບຕ່າງປະເທດ, ໃນຂະນະທີ່ການສະໜອງຂອງ ລະບົບທະນາຄານມີພຽງປະ ມານ 50% ຂອງຄວາມຕ້ອງ ການບວກກັບການຜັນຜວນຂອງອັດຕາແລກປ່ຽນລະຫວ່າງເງິນໂດລາກັບເງິນບາດແຂງຄ່າຂຶ້ນ ຈຶ່ງສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ ໃນຂະນະທີ່ອັດຕາເງິນເຟີ້ປີນີ້ ຄາດວ່າຈະບໍ່ເກີນ 3%

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ໃຫ້ຮູ້ວ່າ: ປັດໄຈຫຼັກທີ່ເຮັດໃຫ້ເງິນກີບອ່ອນຄ່າ ມາຈາກທັງປັດໄຈພາຍນອກ ແລະ ປັດໄຈພາຍໃນ, ປັດໄຈພາຍນອກມາຈາກຄ່າເງິນໂດລາ ແລະ ເງິນບາດແຂງຄ່າຂຶ້ນ ຢ່າງຕໍ່ເນື່ອງ ແຕ່ປັດໄຈພາຍໃນແມ່ນມາຈາກພື້ນຖານເສດ ຖະກິດຂອງປະເທດເຮົາຍັງບໍ່ເຂັ້ມແຂງ, ເງິນກີບອ່ອນຄ່າໃນ ປັດຈຸບັນໄດ້ສ່ອງແສງເຖິງພາບ ລວມຂອງເສດຖະກິດຂອງພວກເຮົາ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ຊຶ່ງນັບແຕ່ປີ 2008-2018 ຕະຫຼອດໄລຍະເວລາ 10 ປີມານີ້ ປະເທດເຮົາຂາດດຸນການຄ້າ ໂດຍສະເລ່ຍແລ້ວ 850 ລ້ານໂດລາຕໍ່ປີ ຊຶ່ງມູນຄ່າການຄ້ານຳເຂົ້າສະເລ່ຍຢູ່ທີ່ປະມານ 3,7 ພັນລ້ານໂດລາຕໍ່ປີ ໃນນີ້ແຫຼ່ງເງິນຕາທີ່ຮອງຮັບການນຳເຂົ້າສະເລ່ຍແລ້ວ 50% ແມ່ນການສະໜອງຈາກລະບົບທະນາຄານ ແລະ ອີກ 50% ແມ່ນການສະໜອງຈາກສັງຄົມ ຊຶ່ງເຫັນວ່າ ຢູ່ໃນສັງຄົມລາວເຮົາມີການໃຊ້ຈ່າຍເງິນຕາຕ່າງປະເທດເປັນຈຳນວນຫຼວງ ຫຼາຍ, ເຫັນວ່າພວກເຮົາໄດ້ອະນຸຍາດໃຫ້ປະຊາຊົນສາມາດຝາກທະນາຄານເປັນເງິນຕາຕ່າງປະເທດໄດ້, ຢູ່ໃນລະບົບທະນາຄານເງິນຝາກເປັນ ເງິນຕາຕ່າງປະເທດສູງກວ່າ 50% ຂອງເງິນຝາກທັງໝົດ, ນັ້ນກໍສະແດງໃຫ້ເຫັນວ່າພວກເຮົາໃຫ້ປະຊາຊົນຖືຄອງເງິນຕາຕ່າງປະເທດໄດ້ ຊຶ່ງໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດລະບຸວ່າ ການຊຳ ລະສະສາງຢູ່ພາຍໃນຕ້ອງເປັນເງິນກີບ ແຕ່ເມື່ອປະຊາຊົນຖືຄອງເງິນຕາຕ່າງປະເທດໄດ້ນັ້ນ ເຮັດໃຫ້ການຄຸ້ມຄອງເງິນຕາພົບຄວາມຫຍຸ້ງຍາກດັ່ງທີ່ເປັນຢູ່ໃນປັດຈຸບັນ

ເມື່ອສະພາບເປັນຄືແນວນັ້ນ ບວກກັບການຜັນຜວນຂອງ ຄ່າເງິນໂດລາ ແລະ ເງິນບາດ ແຂງຄ່າຂຶ້ນຄືແນວນັ້ນ ໃນຂະ ນະດຽວກັນຄວາມຕ້ອງການການນຳເຂົ້າສິນຄ້າສະເລ່ຍແລ້ວປະມານ 490 ລ້ານໂດລາຕໍ່ເດືອນ ໃນນັ້ນນຳເຂົ້າຈາກໄທ ປະມານ 312 ລ້ານໂດລາຕໍ່ເດືອນ ໃນຂະນະທີ່ລະບົບທະ ນາຄານສາມາດສະໜອງເງິນ ຕາຕ່າງປະເທດເພື່ອຊຳລະສະສາງໄດ້ພຽງແຕ່ 200 ກວ່າລ້ານໂດລາ ຫຼື ປະມານເຄິ່ງໜຶ່ງ ແລະ ອີກເຄິ່ງໜຶ່ງສັງຄົມສະໜອງກັນເອງ ເປັນຕົ້ນແມ່ນການນຳເຂົ້າ ປະເພດເຄື່ອງອຸປະໂພກ-ບໍລິ ໂພກ ຕ່າງໆລະບົບທະນາຄານສະໜອງໄດ້ພຽງບາງສ່ວນທີ່ເຫຼືອແມ່ນສັງຄົມສະໜອງກັນເອງ.

ຜູ້ວ່າການທະນາຄານກ່າວ ອີກວ່າ: ປີນີ້ ປະເທດເຮົານອກ ຈາກຈະປະເຊີນກັບໄພພິບັດທາງທຳມະຊາດແລ້ວຍັງພົບກັບພະຍາດລະບາດສົ່ງຜົນໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ບວກກັບການຜັນຜວນຂອງລາຄານ້ຳມັນໃນຕະຫຼາດໂລກ, ການແຂງຄ່າຂອງເງິນບາດ ສົ່ງຜົນໃຫ້ສິນຄ້ານຳເຂົ້າມີລາຄາສູງຂຶ້ນ ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນປະເທດເຮົາມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ຄ່າສະເລ່ຍໃນ 10 ເດືອນປີນີ້ ຢູ່ໃນລະດັບ 2,5% ແລະ ຄາດວ່າຈະມີທ່າອ່ຽງເພີ່ມຂຶ້ນ ແຕ່ອາດຈະບໍ່ເກີນ 3%

ຂ່າວ: ຄຳເຮືອງ-ພາບ: ແສງຈັນ
ໜັງສຶພິມ ປະຊາຊົນ (14/11/2019)

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment