4 ເມືອງ ໃນນະຄອນຫຼວງວຽງຈັນ ກຽມພ້ອມຮັບລາງວັນ ອາຊຽນ


ກະຊວງ ຖະແຫຼ່ງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ຮ່ວມກັບ 4 ຕົວເມືອງ ໃນນະຄອນຫຼວງວຽງຈັນ ກໍາລັງກະກຽມ ຄວາມພ້ອມທຸກຢ່າງ ເພື່ອຮັບລາງວັນ "ມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ" ASEAN Clean Tourist City Standard 2020-2022. ເມືອງທີ່ຈະກໍາລັງກະກຽມ ຮັບລາງວັນຮ່ວມດັ່ງກ່າວ (1 ລາງວັນ) ໃນນະຄອນຫຼວງວຽງຈັນ ປະກອບມີ ເມືອງຈັນທະບູລີ, ໄຊເສດຖາ, ສີໂຄດຕະບອງ ແລະ ສີສັດຕະນາກ. 


ການທີ່ຈະໄດ້ຮັບລາງວັນ ມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ນີ້ ບັນດາຕົວເມືອງຕ່າງໆ ໃນອາຊຽນ ຕ້ອງສາມາດບັນລຸໄດ້ ຕາມເງື່ອນໄຂຕ່າງໆ ເຊັ່ນ: ການວາງແຜນຜັງເມືອງ, ລະບຽບທາງດ້ານສິ່ງແວດລ້ອມ ຂອງເມືອງ, ການແກ້ໄຂມົນລະພິດ ທາງສິ່ງແວດລ້ອມ ເຊັ່ນນໍ້າ, ອາກາດ, ສຽງ, ການແກ້ໄຂບັນຫາ ການຈໍລະຈອນທີ່ແອອັດ, ຄວາມສະອາດງາມຕາ ຂອງສະຖານທີ່ສາທາລະນະ, ຄວາມສະອາດ ຂອງຫ້ອງນໍ້າສາທາລະນະ, ການຈັດເກັບຂີ້ເຫຍື້ອ, ການປູກຈິດສໍານຶກໃຫ້ປະຊາຊົນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ການປູກຈິດສໍານຶກໃຫ້ນັກທ່ອງທ່ຽວ ໃນການປົກປັກຮັກສາສິ່ງແວດລ້ອມ, ຈໍານວນພື້ນທີ່ສີຂຽວໃນຕົວເມືອງ, ຄວາມປອດໄພທາງດ້ານສຸຂະພາບ, ຄວາມປອດໄພທາງດ້ານຄວາມສະຫງົບ ແລະ ອື່ນໆ. ຖ້າຫາກບັນດາເມືອງສາມາດ ໄດ້ຮັບຄະແນນ 60% ຈາກຕົວຊີ້ວັດທັງໝົດ ຈຶ່ງຈະສາມາດ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ. 


ໃນວັນທີ 21-22/11/2019 ທີ່ຜ່ານມາ ຢູ່ທີ່ນະຄອນຫຼວງວຽງຈັນ ໄດ້ຈັດໃຫ້ມີກອງປະຊຸມ ເຜີຍແຜ່ ແລະ ລົງປະເມີນມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ໂດຍຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ການຈັດຕັ້ງປະຕິບັດວຽກງານ ມາດຕະຖານເມືອງທ່ອງທ່ຽວອາຊຽນ ຂອງເມືອງມໍລະດົກໂລກຫຼວງພະບາງ ທີ່ໄດ້ຮັບລາງວັນນີ້ ໃນປີ 2018-2020 ພ້ອມທັງຮຽນຮູ້ ຂັ້ນຕອນການປະເມີນ ແລະ ອອກໃບຢັ້ງຢືນມາດຕະຖານເມືອງທ່ອງທ່ຽວດັ່ງກ່າວ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ຊັກຖາມ ແລະ ປຶກສາຫາລື ແລກປ່ຽນຄໍາຄິດເຫັນ ກ່ຽວກັບການກະກຽມ ແລະ ວາງແຜນພັດທະນາ ເມືອງທ່ອງທ່ຽວສະອາດອາຊຽນ ສໍາຫຼັບນະຄອນຫຼວງວຽງຈັນ. 





Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment