ປະກາດສະຖານີຂົນສົ່ງ ແລະ ລົດໂດຍສານສາທາລະນະ ປອດຄວັນຢາສູບ


ປະກາດສະຖານີຂົນສົ່ງ ແລະ ລົດໂດຍສານສາທາລະນະ ປອດຄວັນຢາສູບ

ສະຖານີຂົນສົ່ງ ແລະ ລົດໂດຍສານສາທາລະນະ ປອດຄວັນຢາສູບໝາຍເຖິງບໍ່ໃຫ້ມີການສູບຢາພາຍໃນອາຄານຂອງສະຖານີຂົນສົ່ງ ແລະ ລົດໂດຍສານທຸກປະເພດ ລວມທັງ ຕຸກໆ, ຈຳໂບ້, ແທັກຊີ່, ລົດເມ, ລົດຈັກ, ລົດໃຫຍ່ຮັບຈ້າງ ແລະ ໂດຍສານທຸກປະເພດໃນທົ່ວນະຄອນຫຼວງວຽງຈັນ.




ຍ້ອນເຫັນຄວາມສຳຄັນແນວນັ້ນ ທາງກະຊວງສາທາລະນະສຸກ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຈຶ່ງໄດ້ຈັດພິທີປະກາດສະຖານີຂົນສົ່ງ ແລະ ລົດໂດຍສານສາທາລະນະ ປອດຄວັນຢາສູບຂຶ້ນໃນວັນທີ 21 ພະຈິກ 2019 ທີ່ຄິວລົດຂົນສົ່ງໂດຍສານສາຍໃຕ້.





Cr: ສູນຂ່າວການແພດສຸຂະສຶກສາ


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment