ພາລະກິດ ມື້ທີ່ສອງ ຂອງ Choi Siwon ຢູ່ ສປປ ລາວ


ພາລະກິດ ມື້ທີ່ສອງ ຂອງ Choi Si Won ນັກຮ້ອງວົງ Super Junior, ທູດສັນທະວະໄມຕີ ຂອງອົງການ ຢູນີເຊບ ປະຈໍາ ພາກພື້ນ ອາຊີ ປາຊີຟິກ ໃນວັນອັງຄານ ທີ່ 12/11/2019 ຢູ່ນະຄອນຫຼວງວຽງຈັນ ມີດັ່ງຕໍ່ໄປນີ້:

ເວລາ 11:00-12:00 ເດີນທາງລົງຢ້ຽມຢາມ ໂຮງຮຽນປະຖົມ ໜອງໜ້ຽວ ເພື່ອເຂົ້າຮ່ວມ ພິທີບາສີສູ່ຂວັນ ທີ່ທາງໂຮງຮຽນ ຈັດກຽມໄວ້ໃຫ້. ຈາກນັ້ນ ຈຶ່ງເຂົ້າທ່ຽວຊົມ ຫ້ອງນໍ້າໃໝ່ ທີ່ທາງອົງການຢຸນີເຊບ ໃຫ້ການສະໜັບສະໜູນ ລວມທັງ ບ່ອນລ້າງມື້ ໃຫ້ເດັກນ້ອຍ. ຫຼັງຈາກນັ້ນ ຈະມີກິດຈະກໍາ ລ້າງມື ຮ່ວມກັບເດັກນ້ອຍ ພ້ອມທັງຖ່າຍຮູບ ແລະ ວິດີໂອລວມໝູ່. 

ໃນຕອນບ່າຍຂອງ ວັນດຽວກັນ, Si Won ຈະເດີນທາງໄປ ວິທະຍຸ ກະຈາຍສຽງແຫ່ງຊາດ ລາວ ເພື່ອຮ່ວມປະຊຸມ ກັບ ສະມາຊິກຂອງກຸ່ມ ສື່ມວນຊົນໄວໜຸ່ມ ພ້ອມທັງຮ່ວມສົນທະນາ ກັບສື່ມວນຊົນໄວໜຸ່ມ ໃນການຜະລິດ ລາຍການທາງວິທະຍຸ ແລະ ໂທລະພາບ ຢູ່ ສະຕູດີໂອ ຂອງສະຖານີ. 

ຕາມວາລະ, ທ່ານ Si Won ຈະເດີນທາງ ອອກຈາກນະຄອນຫຼວງວຽງຈັນ ກັບ ສ. ເກົາຫຼີ ໃນຕອນແລງ ເວລາ 20:45 ຂອງວັນທີ 12/11/2019 ດ້ວຍສາຍການບິນ T-Way. 



Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment