ອັດສີດ 100 ລ້ານກີບ ໃຫ້ນັກກິລາເຕະບານ U-19


ສຕລ ອັດສີດເງິນ 100 ລ້ານ ໃຫ້ຄະນະຄູຝຶກ ແລະ ນັກກິລາ ຮຸ່ນອາຍຸບໍ່ເກີນ 19

ຄະນະປະທານ ສະຫະພັນບານເຕະແຫ່ງຊາດ ໄດ້ໂອ້ລົມ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປິ ທີ່ ສ້າງຜົນງານໄດ້ໂດດເດັ່ນຜ່ານເຂົ້າຮອບສຸດທ້າຍ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ກຸ່ມ H ຫລື AFC U-19 CHAMPIONSHIP 2020, Qualifiers ເຊິ່ງທີມອັນດັບ 2 ທີ່ມີຄະແນນດີທີ່ສຸດ.

ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄະນະຄູຝຶກ ແລະ ນັກກິລາ ທີ່ໄດ້ສ້າງຜົນງານກຽດຊື່ສຽງໃຫ້ກັບປະເທດຊາດ ໂດຍທາງ ສຕລ ແມ່ນໄດ້ມອບເງິນອັດສີດຈຳນວນ 100.000.000 ກີບ ໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ເພື່ອເປັນຂວັນກຳລັງໃຈ ທີ່ສາມາດຜ່ານເຂົ້າຮອບສຸດທ້າຍ.

ເຊິ່ງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແມ່ນຈະໄດ້ເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ວັນທີ 6 ມັງກອນ 2020 ເປັນຕົ້ນໄປ.




Cr: ສຕລ


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment